ໃນຕອນເຊົ້າ ວັນທີ 24 ມິຖຸນາ 2021 ຢູ່ທີ່ ກະຊວງ ສາທາ ລະນະສຸກ ໄດ້ມີພິທີມອບ-ຮັບ ເງິນສົດ ຈໍານວນ 14,452,428 ກີບ ເຊິ່ງເປັນເງິນຈາກລູກຄ້າ ລລທ ແລະ ບໍລິສັດໃນເຄືອ ທີ່ຮ່ວມບໍລິຈາກຊ່ວຍເຫຼືອໂຄງການຮ່ວມໃຈຕ້ານໄພ covid 19 ເຊິ່ງເງິນຈໍານວນດັ່ງກ່າວແມ່ນຈະນໍາໄປປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ covid 19.

ຕາງໜ້າກ່າວມອບໃນຄັ້ງນີ້ໂດຍ ທ່ານ ສຸພົນຈັນ ທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຮັບໂດຍ ດຣ ສົມພອນ ຜາງມະນີໄຊ ຫົວໜ້າກົມການເງິນກະຊວງ
ສາທາລະນະສຸກ ພ້ອມດ້ວຍ ກົມອ້ອມຂ້າງ.


ໃນໂອກາດດັ່ງກ່າວນີ້ ທາງ ລາວໂທລະຄົມ ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານ ທີ່ເຂົ້າມາມີສ່ວນຮ່ວມໃນການບໍລິຈາກຄັ້ງນີ້ດ້ວຍ