ໃນວັນທີ 25 ມັງກອນ 2022, ທີ່ສະໜາມບິນສາກົນວັດໄຕ ນະຄອນ ຫລວງວຽງຈັນ ໄດ້ມີພິທີມອບ-ຮັບ ວັກຊິນປ້ອງກັນພະຍາດໂຄວິດ-19 ໂດຍການຊ່ວຍ ເຫລືອຈາກລັດຖະບານ ສປ ຈີນ ໃຫ້ແກ່ລັດຖະບານລາວ ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປັດຈຸບັນ, ສປ ຈີນ ໄດ້ກາຍເປັນປະເທດອັນດັບ 1 ໃນການຊ່ວຍ ເຫລືອດ້ານວັກຊີນ ແລະ ອຸປະ ກອນການແພດ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ- 19 ໃຫ້ແກ່ລາວ ແລະ ການຊ່ວຍ ເຫລືອໃນຄັ້ງນີ້ ແມ່ນເປັນຄັ້ງທີ 8, ລວມທັງໝົດ 8,9 ລ້ານໂດສ.
ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວວ່າ: ຂ້າພະເຈົ້າຂໍຕາງໜ້າໃຫ້ພັກ, ລັດຖະ ບານ ແລະ ປະຊາຊົນລາວ ທຸກຖ້ວນຫນ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານທູດ ກໍຄື ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ສົ່ງວັກຊິນປ້ອງ ກັນພະຍາດໂຄວິດ-19 ຈໍານວນ 1,5 ລ້ານໂດສ ພ້ອມດ້ວຍເຂັມສັກຢາມາຊ່ວຍ ສປປ ລາວ ໃນຄັ້ງນີ້. ພ້ອມນັ້ນ ແຂວງຢູນນານຈະເປັນຜູ້ສະໜອງໃຫ້ແກ່ບັນດາແຂວງພາກເໜືອ ຂອງລາວຕື່ມອີກຈໍານວນ 5 ແສນໂດສ ລວມ ເປັນ 2 ລ້ານໂດສ ມາໃຫ້ພວກຂ້າພະເຈົ້າເພື່ອນໍາໃຊ້ເຂົ້າໃນ ການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ເພື່ອເປັນການຍົກລະດັບພູມຄຸ້ມກັນ ຂອງປະຊາກອນໃຫ້ສູງຂຶ້ນ ດ້ວຍການລະດົມສັກວັກຊີນ ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້ ໃນເວລາອັນສັ້ນ. ໂດຍສືບຕໍ່ຈາກຜົນສໍາເລັດ ທີ່ໄດ້ຮັບຈາກການບັນລຸເປົ້າຫມາຍສັກວັກຊິນ ໃຫ້ພົນລະເມືອງລາວໃຫ້ໄດ້ຢ່າງໜ້ອຍ 50% ພາຍ ໃນປີ 2021 ນັ້ນ, ລັດຖະບານລາວ ຈຶ່ງໄດ້ວາງເປົ້າໝາຍໃນການສັກວັກຊີນໃຫ້ໄດ້ 80% ຂອງພົນລະເມືອງລາວ ພາຍໃນ ປີ 2022 ນີ້ ຊຶ່ງຈະເປັນການປະກອບສວ່ນທີ່ສໍາຄັນໃຫ້ແກ່ ການໂຄງການເປີດການທ່ອງທ່ຽວສີຂຽວ ຂອງ ສປປ ລາວ ໃນປີ 2022 ນີ້.
ທ່ານ ນາຍົກລັດຖະມົນຕີ ຍັງກ່າວຕື່ມອີກວ່າ: ພາຍໃຕ້ການ ສະໜັບ ສະໜູນ ແລະ ຊ່ວຍເຫລືອຈາກເພື່ອນສະຫາຍຈີນ ແລະ ບັນດາປະເທດເພື່ອນມິດສາກົນ, ສປປ ລາວ ຈະສາມາດຜ່ານຜ່າຂໍ້ຫຍຸ້ງ ຍາກ ແລະ ສິ່ງທ້າທາຍຕ່າງໆ ບົນເສັ້ນທາງ ແຫ່ງການພັດທະນາປະເທດຊາດ ໃນຍຸກແຫ່ງການດໍາລົງຊີ ວິດແບບໃໝ່ນີ້ໄດ້ຢ່າງແນ່ ນອນ. ຕໍ່ກັບການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ຈີນ ໃນສະເພາະໜ້າ, ລັດຖະບານລາວ ຈະສືບຕໍ່ປະສານສົມທົບກັບຝ່າຍຈີນ ເພື່ອປະຕິບັດຕາມການຕົກ ລົງເປັນເອກະພາບ ຂອງການນໍາສູງສຸດ ຂອງສອງພັກ, ສອງລັດ ໂດຍສະເພາະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ- ຈີນ, ຈີນ-ລາວ ໃຫ້ເກີດ ດອກອອກຜົນ ແນໃສ່ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ.
ຂ່າວ ສົມຫວັງ

