ວັນທີ 18 ກຸມພາ 2022 ນີ້, ສປປ ລາວ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຊະນິດແອດສະຕາເຊເນກາ (AstraZeneca/Oxford) ຈຳນວນ 594.000 ໂດສ໌ ຈາກໂຄງການ COVAX Facility ເຊິ່ງເປັນການຮ່ວມມື ລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO) ໂດຍມີ ອົງການອຸຍນີເຊບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.
ການຈັດສົ່ງວັກຊິນຊຸດນີ້, ເປັນການປະກອບສ່ວນເຂົ້າໃນພາລະກິດ ຂອງໂຄງການ COVAX Facility ໃນການຮັບປະກັນການເຂົ້າເຖິງວັກຊິນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມໃນທົ່ວໂລກ ເເລະ ເປັນການຈັດສົ່ງວັກຊິນຊຸດທີ 10 ຈາກ COVAX ໃຫ້ເເກ່ ສປປ ລາວ, ບໍ່ດົນມານີ້, ທາງໂຄງການ ກໍໄດ້ມີການບໍລິຈາກວັກຊິນ Pfizer Bio N Tech ປະມານ 1,7 ລ້ານໂດສ໌ ໃຫ້ເເກ່ ສປປ ລາວ ໂດຍຜ່ານໂຄງການ COVAX Facility ເຊັ່ນດຽວກັນ, ລວມຈຳນວນວັກຊິນ ທີ່ໄດ້ຮັບຈາກໂຄງການ COVAX Facility ປັດຈຸບັນ, ສປປ ລາວ ມີວັກຊິນພຽງພໍ ທີ່ຈະໃຫ້ການສັກວັກຄົບໂດສ໌ ຕາມຄໍາແນະນໍາໃຫ້ແກ່ປະຊາຊົນຫລາຍກວ່າ 4,1 ລ້ານຄົນ ຫລື ປະມານ 56% ຂອງປະຊາກອນລາວ.
ຕາມແຜນການສັກວັກຊິນກັນ ໂຄວິດ-19 ແຫ່ງຊາດ, ວັກຊິນ AstraZeneca ຊຸດນີ້ຈະໄດ້ນໍາໃຊ້ປ້ອງກັນເເກ່ກຸ່ມບູລິມະສິດ ເຊັ່ນ: ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈຳຕົວ, ແມ່ຍິງຖືພາ ແລະ ພະນັກງານດ້ານສາທາລະນະສຸກ. ພ້ອມດຽວກັນນັ້ນ, ວັກຊີນເຫລົ່ານີ້ ຍັງຈະໄດ້ນຳໃຊ້ກັບປະຊາກອນກຸ່ມເປົ້າໝາຍອື່ນໆ, ລວມທັງປະຊາກອນທີ່ອາໄສຢູ່ເຂດຫ່າງໄກສອກຫລີກ, ເຂດທີ່ເຂົ້າເຖິງໄດ້ຍາກ ແລະ ຍັງຈະໄດ້ນໍາໃຊ້ເພື່ອໃຫ້ການປ້ອງກັນເພີ່ມເຕີມ (ໂດສ໌ທີ 3) ເເກ່ບຸກຄົນທີ່ມີຄວາມສ່ຽງສູງເປັນພິເສດຕໍ່ພະຍາດໂຄວິດ-19.
ວັກຊິນ AstraZeneca ຊຸດນີ້, ຈະຊ່ວຍເລັ່ງໃຫ້ ສປປ ລາວ ກ້າວໄປສູ່ປົ້າໝາຍການສັກວັກຊິນໃຫ້ໄດ້ 87,25% ຂອງປະຊາກອນ ພາຍໃນທ້າຍປີ 2022, ເຊິ່ງມາຮອດວັນທີ 16 ກຸມພາ 2022 ມີປະຊາກອນລາວປະມານ 65,83% ໄດ້ຮັບການສັກວັກຊິນ ປ້ອງກັນພະຍາດໂຄວິດ-19 ຢ່າງໜ້ອຍ 1 ເຂັມ ແລະ ປະມານ 58% ເເມ່ນໄດ້ຮັບຄົບໂດສ໌ຕາມ ຄໍາແນະນໍາເເລ້ວ.
ຂ່າວ: ກິດຕາ

