ໃນຕອນເຊົ້າ ວັນທີ 7 ເມສາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື 3 ຝ່າຍ ກ່ຽວກັບ ການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຜ່ານລະບົບກອງປະຊຸມທາງ ໄກ ກັບທ່ານ ພົນເອກ ປຣະຍຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະທອານາຈັກໄທ ແລະ ທ່ານ ພົນເອກ ອາວຸ ໂສ ມິ່ນ ອ໋ອງລາຍ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບ ໃຈ ແລະ ຊົມເຊີຍ ທ່ານ ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ສະເໜີຈັດກອງປະຊຸມປຶກສາຫາລື 3 ຝ່າຍ ກ່ຽວກັບ ການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນຄັ້ງນີ້, ພ້ອມທັງ ມີຄຳເຫັນ ກ່ຽວກັບສະ ພາບມົນລະພິດໝອກຄວັນ ຢູ່ໃນພາກພື້ນ ກໍ່ຄື 3 ປະເທດ ລາວ-ໄທ-ມຽນມາ ແມ່ນນອນຢູ່ໃນຂີດອັນຕະລາຍ ແລະ ມີຜົນກະທົບສູງຕໍ່ສຸຂະພາບ ເຊິ່ງຈະຕ້ອງໄດ້ຮີບຮ້ອນປຶກສາຫາລືຄົ້ນຄວ້າແກ້ໄຂຮ່ວມກັນ, ຊຶ່ງບັນຫາຕົ້ນຕໍຂອງມົນລະພິດ ໃນ 3 ປະເທດຂອງພວກເຮົາ ແມ່ນມີລັກສະນະຄ້າຍຄືກັນ ໂດຍສະເພາະແມ່ນເກີດຈາກການຈູດພື້ນທີ່ ເພື່ອກະກຽມການກະສິກໍາ ເຮັດໃຫ້ເກີດໄຟໄໝ້ປ່າໃນໄລຍະລະດູນີ້. ສະເພາະຢູ່ ສປປ ລາວ ບັນຫາໝອກຄວັນປົກຄຸມໄປເປັນບໍລິເວນກວ້າງ, ຜົນການວັດແທກຄ່າຝຸ່ນລະອອງ (PM2.5) ມີຄ່າສູງ ແລະ ເກີນມາດຕະ ຖານ ຢູ່ບາງພື້ນທີ່, ເຊິ່ງລັດຖະບານ ສປປ ລາວ ກໍ່ໄດ້ຊີ້ນໍາ ກະຊວງກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນ ໄດ້ອອກນິຕິກໍາ ມາດຕະການປ້ອງກັນ ແລະ ສະກັດກັ້ນ ບັນຫາໄຟໄໝ້ປ່າ; ໄດ້ເອົາໃຈໃສ່ ເຜີຍແຜ່, ໂຄສະນາ ໃຫ້ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ບັນຫາ, ສາເຫດ ແລະ ຜົນກະທົບຂອງມົນລະພິດທາງອາກາດ ພ້ອມທັງ ສົ່ງເສີມໃຫ້ປະ ຊາຊົນມີສ່ວນຮ່ວມ ໃນການປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວ; ໄດ້ຕິດຕາມ ແລະ ລາຍງານ ສະພາບມົນລະພິດທາງອາກາດ ຢ່າງເປັນປົກກະຕິ ໃຫ້ສັງຄົມຮັບຊາບ, ພ້ອມທັງ ຕິດຕາມຂໍ້ມູນຈຸດສະສົມຄວາມຮ້ອນ ເພື່ອແຈ້ງໃຫ້ພາກສ່ວນກ່ຽວຂ້ອງ ກວດກາແກ້ໄຂ; ໄດ້ຕິດຕາມເຝົ້າລະວັງ, ຈັດຕັ້ງລາດຕະເວນ ເພືື່ອສະກັດກັ້ນ ແລະ ແກ້ໄຂບັນຫາໄຟໄໝ້ປ່າ ພ້ອມທັງ ໄດ້ນໍາໃຊ້ທຸກກໍາລັງເພື່ອມອດໄຟບໍ່ໃຫ້ແຜ່ລາມເປັນບໍລິເວນກວ້າງ. ແຕ່ເນື່ອງຈາກສະ ພາບການປ່ຽນແປງດິນຟ້າອາກາດ ທີ່ນັບມື້ນັບຮຸນແຮງຂຶ້ນ ໂດຍສະເພາະ ອາກາດຮ້ອນ, ແຫ້ງແລ້ງ ເຊິ່ງເປັນສາເຫດໜຶ່ງທີ່ພາໃຫ້ເກີດບັນຫາໄຟໄໝ້ລາມປ່າຢ່າງຮ້າຍແຮງ ແລະ ບໍ່ສາມາດແກ້ໄຂໄດ້ຢ່າງທັນການ ຈຶ່ງກໍ່ໃຫ້ເກີດມົນລະພິດໝອກຄວັນໃນປະຈຸບັນ.
ໃນໂອກາດຽວກັນ, ຜູ້ນຳທັງສາມປະເທດ ໄດ້ແລກປ່ຽນຄຳເຫັນກ່ຽວກັບມົນລະພິດໝອກຄວັນທີ່ເກີດຂຶ້ນ ພາຍໃນ 3 ປະ ເທດ ພ້ອມທັງ ສະເໜີແຜນການປ້ອງກັນ ແລະ ແກ້ໄຂໃນຕໍ່ໜ້າ. ສຳລັບ ສປປ ລາວ ນາຍົກລັດຖະມົນຕີ ໄດ້ສະເໜີທິດທາງການຮ່ວມມືກັບ ຣາຊະອານາຈັກໄທ ແລະ ສາທາລະນະລັດ ສະຫະພາບມຽນມາ ບາງດ້ານ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດສັນຍາອາຊຽນວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ແລະ ແຜນດໍາເນີນງານອາຊຽນ ກ່ຽວກັບ ການຈັດຕັ້ງປະຕິບັດ ວຽກງານຮ່ວມມື ເພື່ອຄວບຄຸມມົນລະພິດໝອກຄວັນຂ້າມຜ່ານຊາຍ ແດນ; ສ້າງແຜນປະຕິບັດງານຮ່ວມ ຂອງສາມປະເທດ ໃນການປ້ອງກັນ ແລະ ແກ້ໄຂບັນຫາມົນລະພິດໝອກຄວັນ ພ້ອມທັງ ສ້າງຕັ້ງໜ່ວຍປະສານງານ ເພື່ອຮ່າງ ແລະ ຈັດຕັ້ງປະຕິບັດແຜນງານດັ່ງກ່າວ; ຄົ້ນຄວ້າສ້າງໂຄງການຮ່ວມມື ເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາມົນລະພິດໝອກຄວັນ; ສ້າງກົນໄກການຮ່ວມມືດ້ານວິຊາການ, ແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານ ປ້ອງກັນ ແລະ ແກ້ໄຂມົນລະພິດໝອກຄວັນ; ແຕ່ລະປະເທດ ເອົາໃຈໃສ່ສ້າງຄວາມເຂົ້າໃຈ ແລະ ການມີສ່ວນຮ່ວມຂອງສັງຄົມ ໃນການປ້ອງກັນ ແລະ ແກ້ໄຂບັນຫາມົນລະພິດໝອກຄວັນ.
ໃນຕອນທ້າຍ, ຜູ້ນຳທັງສາມປະເທດ ເຫັນດີໃຫ້ມີເພີ່ມທະວີການຮ່ວມມືຢ່າງໃກ້ຊິດ ແລະ ເຮັດວຽກຮ່ວມກັນກັບປະເທດສະມາຊິກອາຊຽນ ໃນການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຊາຍແດນ ໃຫ້ມີປະສິດທິຜົນ ແລະ ຍືນຍົງ ໂດຍສະເພາະ ການຈັດຕ້ັງປະຕິບັດສັນຍາ ແລະ ແຜນປະຕິບັດງານອາຊຽນໃນການແກ້ໄຂບັນຫາດັ່ງກ່າວ.



