ສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ) ແລະ ສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ (ສຂທ) ໄດ້ຈັດຕັ້ງກອງປະຊຸມທະວິພາຄີ ແບບທາງໄກ ໃນວັນທີ 11 ພະຈິກ 2021 ໂດຍການເປັນປະທານຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕີ ປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ ( ສຂລ) ພ້ອມຄະນະ ແລະ ທ່ານ ມົງຄົນ ບາງປຣະພາ ນາຍົກສະມາຄົມນັກຂ່າວແຫ່ງປະເທດໄທ( ສຂທ) ພ້ອມຄະນະ ເພື່ອທົບທວນຜົນການຈັດຕັ້ງປະຕິບັດການຮ່ວມມື ພາຍໃຕ້ກອບບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເພີ່ມການສົ່ງເສີມ ແລະ ຂະຫຍາຍຄວາມສາພັນ ທີ່ດີຕໍ່ກັນ; ພ້ອມທັງປຶກສາຫາລື ແລະ ການສະໜັບສະໜູນໃນການອົບຮົມອອນລາຍ ໃຫ້ກັບຜູ້ສື່ຂ່າວຂອງ ສປປ ລາວ ແລະ ພັດທະນາ, ປັບປຸງການຮ່ວມມືຂອງ 2 ສະມາຄົມ.
ນັບແຕ່ປີ 1990 ເປັນຕົ້ນມາ, (ສຂລ) ໄດ້ພົວພັນ ແລະ ຮ່ວມມືກັບ ສຂທ ໂດຍຜ່ານການເຊັນ MOU 2 ຝ່າຍ ແລະ ມີການແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງ 2 ສະມາຄົມ ຊຶ່ງຜັດປ່ຽນກັນໃນແຕ່ລະປີຈົນມາຮອດປະຈຸບັນ. ນອກຈາກນີ້, 2 ສະມາຄົມນັກຂ່າວ ຍັງແລກປ່ຽນທາງດ້ານວິຊາການລະຫວ່າງກັນ ໂດຍຜ່ານການຈັດກອງປະຊຸມ, ສຳມະນາໃນຫົວຂໍ້ຕ່າງໆ, ຈັດຊຸດອົບຮົມທາງດ້ານວິຊາການ ໂດຍນຳໃຊ້ສື່ທັງແບບເກົ່າ ແລະ ແບບໃໝ່; ຮ່ວມກັນລິເລີ່ມ ແລະ ຈັດຕັ້ງປະຕິບັດໂຄງການທັດສະນະສຶກສາ ເພື່ອຮຽນຮູ້ວັດທະນະທຳຂອງ 2 ປະເທດ ລະຫວ່າງນັກໜັງສືພິມລາວ-ໄທ ແລະ ນັກຂ່າວບັນດາປະເທດສະມາຊິກອາຊຽນຄື: ໃນປີ 2018 ນີ້ ໃນໂອກາດປີທ່ອງທ່ຽວລາວ ແລະ ໄທ, ທັງ 2 ສະມາຄົມນັກຂ່າວໄດ້ລິເລີ່ມຮ່ວມກັນໂຄງການຢ້ຽມຢາມຂອງນັກຂ່າວອາຊຽນ ເພື່ອມາທ່ອງທ່ຽວ, ຮຽນຮູ້ວັດທະນະທໍາຂອງ ລາວ ແລະ ໄທ ເພື່ອຂຽນບົດຂ່າວ ຊ່ວຍໂຄສະນາໃຫ້ແຕ່ລະປະເທດສະມາຊິກອາຊຽນກໍ່ຄືໂລກໄດ້ຮູ້ຈັກ 2 ປະເທດນີ້ ຫຼາຍຂຶ້ນກ່ວາເກົ່າ.
ໃນລະດັບທ້ອງຖິ່ນ, ນັບແຕ່ປີ 2015 ເປັນຕົ້ນມາ, ສຂລ ມີການພົວພັນຮ່ວມມືກັບສະມາຄົມນັກຂ່າວວິທະຍຸ-ໂທລະພາບ ແລະ ສະຖາບັນການພາລະສຶກສາ ວິທະຍາເຂດແຂວງ ເພັດສະບູນ ໂດຍມີການເຊັນ MOU ເພື່ອແລກປ່ຽນການຢ້ຽມຢາມລະຫວ່າງຄະນະຜູ້ແທນ ສາມຝ່າຍ, ລວມທັງລະຫວ່າງບັນດານັກຂ່າວ-ນັກວິຊາການຂອງທັງ 3 ຝ່າຍໃນແຕ່ລະປີ. ນອກຈາກການແລກປ່ຽນຂອງຄະນະ 3 ຝ່າຍໃນລະດັບຕ່າງໆ ແລະ ການແລກປ່ຽນທາງດ້ານວິຊາການແລ້ວ, ສະມາຄົມນັກຂ່າວວິທະຍຸ-ໂທລະພາບ ແລະ ສະຖາບັນການພາລະສຶກສາວິທະຍາເຂດແຂວງດັ່ງກ່າວ ຍັງຊ່ວຍມອບທຶນການສຶກສາໃຫ້ນັກຮຽນ-ນັກສຶກສາລາວ ປີລະ 10-15 ທຶນ ເພື່ອໄປສຶກສາຮຽນຕໍ່ທີ່ສະຖາບັນການພາ ລະ ສຶກສາວິທະຍາເຂດເພັດສະບູນໃນຂະແໜງສື່ສານການກີລາ, ລະດັບປະລິນຍາຕີ ເປັນໄລຍະເວລາ 4 ປີ ໂດຍບໍ່ເສຍຄ່າ ໂດຍມີການເຊັນ MOU ນຳກັນ. ມາຮອດປີ 2019, ສຂລ ໄດ້ຈັດສົ່ງນັກຮຽນລາວໄປຮຽນ ຕໍ່ທີ່ສະຖາບັນດັ່ງກ່າວນີ້ແລ້ວ 3 ຊຸດ. ແຕ່ມາຮອດປະຈຸບັນ, ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ນັກຮຽນ-ນັກສຶກສາເຮົາ ຈໍາຕ້ອງໄດ້ກັບຄືນປະເທດ ແລະ ສືບຕໍ່ຮໍ່າຮຽນຢູ່ລາວ ຜ່ານລະບົບອອນລາຍ.
ສຳລັບປີຕໍ່ໄປ ແລະ ຊຸມປີຕໍ່ໜ້າ ສຂລ ຈະສືບຕໍ່ຮ່ວມມື ແລະ ປະສານສົມທົບກັບ ສຂທ ເພື່ອເພີ່ມທະວີ ຮ່ວມມືລະຫວ່າງລາວກັບໄທໃນຂົງເຂດສື່ມວນຊົນໃນລະດັບຕ່າງໆ ໂດຍຜ່ານໂຄງການຕ່າງໆທີ່ໄດ້ລິເລີ່ມ ແລະ ຈັດຕັ້ງປະຕິບັດຮ່ວມກັນມາແລ້ວ ລວມທັງສະໜັບສະໜູນ ແລະ ຊຸກຍູ້ໂຄງການໃໝ່ໆ ໃນນີ້ໂຄງການແລກປ່ຽນການຢ້ຽມຢາມຂອງລະດັບການນຳ ແລະ ລະດັບນັກຂ່າວ-ນັກສື່ມວນຊົນ ເພື່ອຖອດຖອນບົດຮຽນທາງດ້ານວິຊາການ ໂດຍຜ່ານກອງປະຊຸມສຳມະນາ ແລະ ຊຸດອົບຮົມໃນຫົວຂໍ້ຕ່າງໆ ໃຫ້ຫຼາຍກ່ວາເກົ່າ, ນໍາໃຊ້ສື່ແບບໃໝ່ໃນການລາຍງານຂ່າວ ແລະ ການສ້າງຜະລິດຕະພັນໃໝ່ໆ, ການແລກປ່ຽນບົດຮຽນຕົວຈີງໃນການເຮັດວຽກຜະລິດຂ່າວ ທ່າມກາງສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນແຕ່ລະປະເທດ, ລວມທັງການຫາລາຍໄດ້ດ້ວຍຫຼັກການການຕະຫຼາດແບບໃໝ່ແບບອອນລາຍ; ທັງນີ້ທັງນັ້ນກໍ່ແນ່ໃສ່ເພື່ອເພີ່ມທະວີ ມິດຕະພາບ ແລະ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງນັກສື່ມວນຊົນກໍ່ຄືລະຫວ່າງປະຊາຊົນຂອງທັງສອງປະເທດໃຫ້ເລິກເຊິ່ງແໜ້ນແຟ້ນຂຶ້ນກ່ວາເກົ່າ.
# ຂ່າວ: ຣັດສະໝີ ດວງສັດຈະ