ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງລະບົບຄຸ້ມຄອງຂໍ້ມູນດິຈິຕອລທາງ ດ້ານວັດທະນະທຳ ແລະ ຍົກລະດັບຂີິດຄວາມສາມາດຂອງບຸກຄະລາກອນ ໃນຂະແໜງວັດທະນະທຳ ຢູ່ ສປປ ລາວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສູນວັດທະ ນະທຳອາຊີ ພາຍໃຕ້ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສ. ເກົາຫຼີ ໄດ້ຈັດຂື້ນໃນວັນ ທີ 07 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງ ນາມຄັ້ງນີ້ ໂດຍທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ໂດຍຕາງໜ້າກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແມ່ນທ່ານ ນາງ ແພງຈັນ ແພງເມືອງ, ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ແລະ ຕາງໜ້າ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສ. ເກົາຫລີ ໂດຍທ່ານ Lee Yong-shin, ວ່າການຜູ້ອຳນວຍການສູນວັດທະນະທຳອາຊີ ຊຶ່ງໂຄງການສ້າງລະບົບຄຸ້ມຄອງຂໍ້ມູນ ດິຈິຕອລ ທາງດ້ານວັດທະນະທຳ ແລະ ຍົກລະດັບຂີິດຄວາມສາມາດຂອງບຸກຄະລາກອນ ໃນຂະແໜງ ວັດທະນະທຳ ຢູ່ ສປປ ລາວຄັ້ງນີ້ ແມ່ນຂໍ້ລິເລີ່ມຂອງສູນວັດທະນະທຳອາຊີ ໂດຍມີຈຸດປະສົງຮ່ວມມືກັບຝ່າຍ ລາວ ກໍ່ຄືກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອຍົກລະດັບວຽກງານ ຂະແໜງວັດທະນະທຳ ຂອງລາວ ໂດຍສະເພາະ ຜູ້ຊົມໃຊ້ຈະໄດ້ເຂົ້າເຖິງຂໍ້ມູນທາງວັດທະນະທຳ ດ້ວຍລະບົບດິຈິຕອລ ໂດຍສະເພາະໄດ້ເນັ້ນໜັກ ໃນການປົກປັກຮັກສາໜັງສືໃບລານຂອງລາວ ທີ່ໃກ້ຈະສູນຫາຍ ໃຫ້ເປັນຂໍ້ມູນດິຈິຕອລ ບັນຈຸເຂົ້າໃນລະບົບຖານຂໍ້ມູນ ທີ່ທາງໂຄງການຈະສ້າງຂື້ນ ໃຫ້ແກ່ ສປປ ລາວ ລວມທັງບັນດາເອກະສານ ແລະ ໜັງສືປະຫວັດສາດທີ່ສຳຄັນຕ່າງໆ ພ້ອມທັງ ຈະສາມາດສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນໃນຂະແໜງຫໍສະໝຸດ ແລະ ພິພິດທະພັນ ໂດຍຜ່ານການຈັດຝຶກອົບຮົມ, ທັດສະນະສຶກສາ ແລະ ການນໍາໃຊ້ອຸປະກອນທີ່ຈຳເປັນ ຊຶ່ງໂຄງ ການນີ້ ເປັນລະບົບຖານຂໍ້ມູນດິຈິຕອລ ອັນທຳອິດຂອງ ສປປ ລາວ ທີ່ໂຄສະນາ ແລະ ເຜີຍແຜ່ຂໍ້ມູນ ຂອງ ຫໍສະໝຸດ ແລະ ຫໍພິພິດທະພັນ ໃຫ້ມີໃບໜ້າອັນໃໝ່.
ໂຄງການດັ່ງກ່າວ ເປັນໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ຊກພ) ຂອງສາທາ ລະນະລັດ ເກົາຫຼີ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສ. ເກົາຫຼີ ໄດ້ມອບໃຫ້ສູນວັດທະນະທຳອາຊີ ເປັນຜູ້ຈັດຕັ້ງປະຕິບັດ ມູນຄ່າທັງໝົດຈຳນວນ 3 ຕື້ວອນ ໄລຍະປະຕິບັດໂຄງການ 4 ປີ (2022-2025).
ໃນປະຈຸບັນ ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳ ໂດຍສະເພາະໄດ້ກຳນົດ ທິດທາງນະໂຍບາຍເພື່ອອະນຸລັກ ແລະ ເສີມຂະຫຍາຍຄຸນ ຄ່າຂອງມໍລະດົກວັດທະນະທຳໃຫ້ມີລັກ ສະນະຊາດ, ກ້າວໜ້າມະຫາຊົນ ແລະ ທັນສະໄໝ ແລະ ຄົງຄຸນຄ່າຫຼາຍຂື້ນກວ່າເກົ່າ.
ໂອກາດ ຄະນະຜູ້ແທນ ສ. ເກົາຫຼີ ເຂົ້າຢ້ຽມຂໍ່ານັບທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະ ມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເຮັດວຽກຂອງຄະນະວິຊາການຝ່າຍ ລາວ ແລະ ສ. ເກົາຫຼີທີ່ໄດ້ສະ ໜອງຂໍ້ມູນຊຶ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອອອກແບບໂຄງການ ອັນໄດ້ປະກອບສ່ວນເຮັດໃຫ້ ແຜນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານການລົງນາມບົດບັນ ທຶກຄວາມເຂົ້າໃຈໃນມື້ນີ້ ຊຶ່ງຖ້າຫາກໂຄງການດັ່ງກ່າວນີ້ ສຳເລັດຜົນ ກໍຈະກາຍເປັນແຮງຈຸງໃຈໃຫ້ຜູ້ທີ່ ມັກຮັກໃນການຄົ້ນຄວ້າ, ຜູ້ອ່ານ, ຜູ້ຊົມ ທັງ ສປປ ລາວ, ສ. ເກົາຫຼີ ແລະ ສາກົນ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂື້ນກວ່າເກົ່າ ພ້ອມນັ້ນ ຍັງຈະສົ່ງຜົນດີໃຫ້ແກ່ຄົນຮຸ່ນໜຸ່ມ ໄດ້ປູກຈິດສຳນຶກຄຸນຄ່າ ຂອງມໍລະດົກວັດທະນະທຳລາວຫຼາຍຂື້ນກວ່າເກົ່າ.
ໂດຍ : ບຸນຍັງ ພຸດສະຫວັດ
Loading...