ມື້ທີ 3 ຂອງການທົດລອງຂີ່ລົດໄຟຂະບວນລ້ານຊ້າງຂອງຄະນະສື່ມວນຊົນລາວ-ຈີນ ເຊິ່ງເປັນມື້ສຸດທ້າຍໃນການຕິດຕາມເບິ່ງຄວາມພ້ອມດ້ານຕ່າງໆ, ຕອນເຊົ້າວັນທີ 23 ພະຈິກ ຄະນະໄດ້ເດີນຈາກສະຖານີລົດໄຟບ້ານໄຊ ນະຄອນຫລວງວຽງຈັນ ເດີນທາງໄປສະຖານີແຂວງອຸດົມໄຊ ແລະແຂວງຫລວງນໍ້າທາ ໂດຍໃຊ້ຄວາມໄວແລ່ນສະເລ່ຍ 160 ກິໂລແມັດຕໍ່ຊົ່ວມງ ເຖິງແຂວງອຸໄຊໃຊ້ເວລາປະມານ 2ຊົ່ວໂມງ 35ນາທີ .
ທ່ານຖາງເວິນສີ ວິສະວະກອນໃຫ່ຍດ້ານສື່ສານສັນຍານການບໍລິການທາງລົດໄຟລາວ-ຈີນ ໃຫ້ສໍາພາດຕໍ່ສື່ມວນຊົນ ຕອນເຊົ້າວັນທີ23 ພະຈິກນີ້ວ່າ: ຕະຫລອດໄລຍະເສັ້ນທາງລົດໄຟລາວ-ຈີນ ໄດ້ວາງສາຍເຄເບິ້ນມີຄວາມຍາວທັງໝົດ 5.200 ກິໂລແມັດ , ປະກອບມີ 67ເສົາ, 20 ສະຖານີ, ສະເລ່ຍ 6ກິໂລແມັດໃດ ຈະມີເສົາສັນຍາ 1ຕົ້ນ, ຖ້າເອົາລະບົບທາງລົດໄຟມາປຽບທຽບກັບຮ່າງກາຍຂອງຄົນເຮົາແລ້ວ ລະບົບສັນຍານການສື່ສານທາງລົດໄຟ ກໍຄືລະບົບເສັ້ນປະສາດຂອງຄົນ.
ບົດບາດຕົ້ນຕໍຂອງລະບົບສັນຍານແມ່ນສັ່ງການປະຕິບັດງານ ແລະປ້ອງກັນຄວາມປອດໄພໃນການປະຕິບັດໜ້າທີ່ຂອງລົດໄຟ, ສ່ວນອຸປະກອນອື່ນໆຂອງລະບົບສັນຍານ ບໍລິສັດໄດ້ນໍາໃຊ້ຍີ່ຫໍ້ທີ່ມີຊື່ສຽງ ແລະນໍາໃຊ້ສະເພາະໃນທາງລົດໄຟຄວາມໄວສູງພາຍໃນປະເທດຈີນ, ສໍາລັບອຸປະກອນ ແລະສາຍເຄເບິ້ນທັງໝົດທີ່ເຊື່ອມຕໍ່ຕາມເສັ້ນທາງລົດໄຟ ມີທັງໝົດ 700ຈຸດ, ຖ້າຫາກມີການເຊື່ອມຕໍ່ຜິດພາດພຽງຈຸດດຽວ ກໍສາມາດເຮັດໃຫ້ເກີດອຸບັດເຫດຢ່າງຮຸນແຮງໄດ້.
ລະບົບການສື່ສານທາງລົດໄຟແມ່ນໄດ້ສ້າງເຄືອຂ່າຍການສື່ສານ ແລະສາຍໄຍແກ້ວເພື່ອຮັບ ສົ່ງຂໍ້ມູນຕົວເລກ ເຊິ່ງເຮັດໃຫ້ພະນັກງານຄວບຄຸມບັນຊາ ສາມາດຮັບຮູ້ເຖິງສະພາບການແລ່ນລົດ, ຕໍາແໜ່ງ ແລະສະຖານະການແລ່ນລົດຂອງຂະບວນລົດໄຟໄດ້ຕະຫລອດເວລາ ເຊັ່ນ: ຄວາມໄວໃນການແລ່ນລົດ, ຕໍາແໜ່ງ ແລະໄລຍະຫ່າງ ລະຫວ່າງຂະບວນທາງຫລັງ ແລະທາງໜ້າ.
ທ່ານຖາງເວິນສີ ໃຫ້ຮູ້ອີກວ່າ: ເນື່ອງຈາກປະລິມານຂອງໜ້າວຽກມີຂະໜາດໃຫ່ຍ ຈໍາເປັນໄດ້ສັງລວມນໍາໃຊ້ເຕັກໂນໂລຊີ BIM ເຊິ່ງໄດ້ນໍາເອົາສາຍເຄເບິ້ນທັງໝົດຕິດຕັ້ງຕາມແຜນທີ່ໄດ້ອອກແບບຕົວຈິງ ເພື່ອໃຫ້ການເຊື່ອມຕໍ່ຢ່າງຖືກຕ້ອງ ແລະຊັດເຈນ, ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງແຕ່ລະພາກສ່ວນຕາມສາຍທາງລົດໄຟໄດ້ດໍາເນີນໄປຢ່າງສະດວກ ບໍລິສັດໄດ້ຝຶກອົບຮົມໃຫ້ວິຊາການດ້ານຕ່າງໆ ເຊັ່ນ: ດ້ານສັນຍານສື່ສານ, ອຸປະກອນບໍລິການມີທັງໝົດ 1.000ກວ່າຄົນ.
ໂດຍຄໍາກອງ ກິດຕິຄຸນ