ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໄລຍະແຕ່ວັນທີ 21 -23 ພະຈິກ 2021 ນີ້, ສື່ມວນຊົນຂອງລາວ ແລະຈີນ ນໍາໂດຍຄະນະກົມສື່ມວນຊົນກະຊວງ ຖວທ ໄດ້ລົງຕິດຕາມຄວາມກຽມພ້ອມດ້ານຕ່າງໆຂອງສະຖານີລົດໄຟ ຂະບວນລົດໄຟລ້ານຊ້າງ ສູນບັນຊາ ແລະພະນັກງານບໍລິການຂະແໜງການຕ່າງໆ ເຊິ່ງຕອນບ່າຍວັນທີ 21 ພະຈິກນີ້ ຄະນະສື່ມວນຊົນໄດ້ລອງຂີ່ລົດໄຟຂະບວນລ້ານຊ້າງ ຈາກສະຖານີນະຄອນຫຼວງວຽງຈັນ ຫາສະຖານີໂພນໂຮງແຂວງວຽງຈັນ, ໂດຍໃຊ້ຄວາມໄວແລ່ນຕາມມາດຕະຖານການອອກແບບຂອງການກໍ່ສ້າງສະເລ່ຍຢູ່ທີ່ 160 ກິໂລແມັດ ຕໍ່ຊົ່ວໂມງ ເຊິ່ງໃຊ້ເວລາປະມານ 25 ນາທີກໍຮອດຈຸດໝາຍປາຍທາງ.
ທ່ານ ຈຸ້ຍໂກຈ່ຽງ ປະທານບໍລິສັດທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ຜ່ານການທົດລອງແລ່ນເປັນເວລາ 17 ວັນ ໃນການກວດກາເຕັກນິກເຄື່ອນທີ່ຮອບດ້ານ ແລະໄດ້ສຳເລັດການກວດກາວຽກງານທັງໝົດ ເມື່ອວັນທີ 20 ພະຈິກນີ້, ແລະນັບແຕ່ມື້ນີ້ເປັນຕົ້ນໄປຈະເລີ່ມໃຫ້ພາກສ່ວນຕ່າງໆຂອງສັງຄົມມາທົດລອງຂີ່ລົດໄຟຂະບວນລ້ານຊ້າງ, ເຊິ່ງຈະແລ່ນບໍລິການມື້ລະ 4 ຖ້ຽວ, ກ່ອນຈະເລີ່ມເປີດບໍລິການເປັນທາງການໃນວັນທີ 3 ທັນວາ 2021.
ມາຮອດປະຈຸບັນ ທຸກໜ້າວຽກໄດ້ສໍາເລັດໂດຍພື້ນຖານ ຍັງເຫລືອແຕ່ວຽກປະດັບຕົກແຕ່ງ ແລະອະນາໄມອາຄານສະຖານີ ແລະສິ່ງອໍານວຍຄວາມສະດວກຂອງຜູ້ໂດຍສານ ລວມທັງວາງມາດຕະການປ້ອງກັນຄວບຄຸມ ການລະບາດຂອງພະຍາດໂຄວິດ19 ຢ່າງເຄັ່ງຄັດ.
ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ຫນຶ່ງແລວຫນຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ.
ໂດຍ: ຄໍາກອງ ກິດຕິຄຸນ
May be an image of 9 people
May be an image of 1 person and train