ຂະບວນລົດໄຟທໍາມະດາ ໄດ້ເດີນທາງມາຮອດສະຖານີນະຄອນຫຼວງວຽງຈັນແລ້ວເມື່ອວັນທີ 18 ກຸມພາ2022ນີ້,ເພື່ອຮອງຮັບຈໍານວນຜູ້ໂດຍສານທີ່ນັບມື້ນັບເພີ່ມຂຶ້ນເປັນຈໍານວນຫຼວງຫຼາຍ ໂດຍສະເພາະໃນວັນເສົາ ແລະ ວັນອາທິດ.
ທ່ານ ວົງທອງ ສຸວັນທອງ ຮອງວິສະວະກອນເອກ ບໍລິສັດລົດໄຟລາວ-ຈີນຈໍາກັດໃຫ້ສໍາພດຕໍ່ສື່ມວນຊົນຫວ່າງບໍ່ດົນມານີ້ວ່າ: ບໍລິສັດລົດໄຟມີແຜນການຈະເປີດນໍາໃຊ້ລົດໄຟໂດຍສານທໍາມະດາ ທີ່ມີຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ພາຍໃນເດືອນມີນາ 2022 ເຊິ່ງລາຄາປີ້ໂດຍສານຈະຫຼຸດ 30% ຈາກລາຄາລົດໄຟໂດຍສານທີ່ແລ່ນຢູ່ປະຈຸບັນ, ນັບແຕ່ເລີ່ມໃຫ້ບໍລິການຂົນສົ່ງຜູ້ໂດຍສານມາແຕ່ວັນທີ 4 ທັນວາ 2021 ເປັນຕົ້ນມາ, ເຖິງວັນທີ 13 ກຸມພາ 2022, ຂະບວນລົດໄຟສາມາດຂົນສົ່ງຜູ້ໂດຍສານໄດ້ 124,225 ເທື່ອຄົນ, ສະເລ່ຍ 1.721 ຄົນຕໍ່ມື້, ການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ແມ່ນ 2.804 ຄົນ. ສ່ວນຂະບວນລົດໄຟຂົນສົ່ງສິນຄ້າ ໄດ້ແລ່ນທັງໝົດ 290 ຖ້ຽວ, ມີສິນຄ້າຈໍານວນ157,568 ໂຕນ, ສະເລ່ຍສິນຄ້າທີ່ຂົນສົ່ງຕໍ່ມື້ແມ່ນ 2.188 ໂຕນ, ຂົນສົ່ງສິນຄ້າສູງສຸດຕໍ່ມື້ແມ່ນ 6.748 ໂຕນ.

