ທ່ານ ສົມສະໝອນ ຜະລິຈັນ ຮັກສາການຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຊຽງຂວາງໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກສິນຄ້າກະສິກຳ ຈາກ ສປປ ລາວ ໄປ ສປ ຈີນ ໃນໄລຍະໃໝ່ໃນວັນທີ 1 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນວ່າ:ລົດໄຟລາວ-ຈີນໄດ້ສ້າງເງື່ອນໄຂໃຫ້ຊາວກະສິກອນແຂວງຊຽງຂວາງສົ່ງອອກສິນຄ້າກະສິກຳໄປຈີນຫຼາຍຂື້ນ, ສະເພາະປີຜ່ານມາ, ການສົ່ງອອກສິນຄ້າກະສິກໍາຂອງຊຽງຂວາງບັນລຸໄດ້ 675 ຕື້ກີບ ແລະຄາດວ່າປີ 2022ທນີ້ ການສົ່ງອອກສິນຄ້າກະສິກໍາຈະບັນລຸເຖິງ 1,000 ຕື້ກີບ.

ທ່ານຮັກສາການຫົວໜ້າພະແນກໃຫ້ຮູ້ອີກວ່າ: ສໍາລັບແຂວງຊຽງຂວາງ, ອີງໃສ່ຍຸດທະສາດພູມສັນຖານແລ້ວແມ່ນມີຢູ່ 2 ດ້ານໃນການສົ່ງອອກສິນຄ້າຄື: ການລ້ຽງສັດໃຫຍ່ເປັນສິນຄ້າສົ່ງອອກ ເຊິ່ງລັດຖະບານຈີນກໍ່ໄດ້ໃຫ້ໂອກາດ ສປປ ລາວສົ່ງອອກສັດໃຫຍ່ປະເພດງົວຈໍານວນ 5 ແສນໂຕ/ປີ. ສະນັ້ນ,ອັນນີ້ກໍ່ແມ່ນໂອກາດຂອງຊາວກະສິກອນຊຽງຂວາງໃນການລົງທຶນລ້ຽງສັດສົ່ງອອກ. ນອກຈາກນັ້ນ, ຍັງມີການປູກພືດກະສິກໍາຈໍານວນໜຶ່ງທີ່ເປັນທ່າແຮງຂອງແຂວງ ໂດຍສະເພາະແມ່ນການປູກເຂົ້າໄກ່ນ້ອຍ, ຊາພູຊັນ, ກາແຟ, ສາລີ, ໝາກຖົ່ວດິນ, ໝາກໜອດ… ອັນນີ້ກໍ່ໄດ້ເລີ່ມຈັດຕັ້ງຜັນຂະຫຍາຍແລ້ວ ພ້ອມກັນນັ້ນ, ຍັງໄດ້ປູກມອນລ້ຽງມ້ອນນໍາອີກ ກໍ່ເລີ່ມມີການສົ່ງອອກເຊັ່ນກັນ.
ພາຍຫຼັງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ຢ່າງເປັນທາງການເປັນຕົ້ນມາໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງຜູ້ໂດຍສານແລະສິນຄ້າໄດ້ເປັນຈໍານວນມະຫາສານ,ທັງປະຫຍັດເວລາແລະການໃຊ້ຈ່າຍຄ່າຂົນສົ່ງເມື່ອທຽບໃສ່ການຂົນສົ່ງປະເພດອື່ນ.ທ່ານຫົວໜ້າພະແນກກໍ່ໄດ້ກ່າວວ່າ: ປັດຈຸບັນ, ທາງອໍານາດການປົກຄອງແຂວງກໍ່ໄດ້ໂຄສະນາ ແລະສົ່ງເສີມການຜະລິດໃຫ້ລາຍຂຶ້ນ ແລະສົ່ງອອກໂດຍຜ່ານການນໍາໃຊ້ທາງລົດໄຟລາວ-ຈີນ ເຊິ່ງໄລຍະທາງແຕ່ສະຖານີລົດໄຟລາວ-ຈີນຫາເທດສະບານແຂວງຊຽງຂວາງກໍ່ບໍ່ໄກພໍເທົ່າໃດ, ພຽງແຕ່ປັບປຸງເສັ້ນທາງກໍ່ສາມາດມີຄວາມສະດວກໃຫ້ເຂົ້າສະຖານນີຂົນສົ່ງສິນຄ້າທ້ອງຖິ່ນ ແລະເຂົ້າສູ່ຕະຫຼາດຈີນໄດ້, ເພາະຕະຫຼາດຈີນເປັນຕະຫຼາດໃຫຍ່ ແລະຮອງຮັບໄດ້ຫຼາຍ. ພ້ອມດຽວກັນນັ້ນ,ຊາວກະສິກອນແຂວງຊຽງຂວາງກໍ່ຍັງຕ້ອງການນໍາເຂົ້າອຸປະກອນການຜະລິດກະສິກໍາທີ່ທັນສະໄໝຈາກ ສປ ຈີນເຊັ່ນດຽວກັນ.
