ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ທັງເປັນຫົວໜ້າຄະນະກະກຽມພິທີເປີດນໍາໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ຮ່ວມກັບ ທ່ານ ອ່ອນຈັນ ຄໍາພາວົງ, ຮອງເຈົ້າແຂວງຫລວງນໍ້າທາ ເປັນປະທານກອງປະຊຸມການສໍາຫລວດສະຖານີລົດໄຟ ລາວ-ຈີນເຂດດ່ານສາກົນບໍ່ເຕ່ນ ໃນຕອນບ່າຍວັນທີ 18 ພະຈິກ 2021 ທີ່ເຂດເສດຖະກິດພິເສດບໍ່ເຕ່ນ ເມືອງຫລວງນໍ້າທາ, ແຂວງຫລວງນໍ້າທາ ໂດຍມີພາກສ່ວນກ່ຽວ ຂ້ອງຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບຈາກພາກສ່ວນກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນກ່ຽວກັບຄວາມຄືບຫນ້າການປະຕິບັດວຽກງານຂອງຕົນຢູ່ສະຖານີລົດໄຟບໍ່ເຕ່ນ ເພື່ອຮອງໃຫ້ແກ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ເປັນຕົ້ນ: ການກະກຽມພື້ນຖານໂຄງລ່າງ, ການກະກຽມກວດກາຜູ້ໂດຍສານຂາເຂົ້າ-ຂາອອກ, ການກະ ກຽມກວດກາສິນຄ້າ ເຊີ່ງຈະມີການທົດລອງດໍາເນີນການກວດກາເອກະສານສໍາລັບສິນຄ້າໃນວັນທີ 23 ພະຈິກ 2021 ແລະ ກໍານົດເອົາກ່ອນໜ້າເປີດນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ 3 ວັນ ເພື່ອທົດລອງການຂົນ ສົ່ງສິນຄ້າ. ພ້ອມນີ້ ຍັງໄດ້ຮັບຟັງການກະກຽມດ້ານບຸກຄະລາກອນທີ່ຈະປະກອບເຂົ້າປະຈໍາດ່ານພາຍໃນສະຖານີລົດໄຟບໍ່ເຕ່ນ ເປັນຕົ້ນ: ເຈົ້າໜ້າທີ່ຕໍາຫລວດກວດຄົນເຂົ້າເມືອງ, ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ກັກກັນພືດ ແລະ ສັດ, ເຈົ້າໜ້າທີ່ດ້ານສາທາລະນະສຸກ ເພື່ອກວດກາພະຍາດໂຄວິດ-19, ກວດກາອາຫານ ແລະ ຢາ ແລະ ຜະລິດຕະພັນທາງການແພດ. ກອງປະຊຸມ ຍັງໄດ້ຮັບຟັງການກະກຽມເປີດບໍລິການຜູ້ໂດຍສານ ເຊີ່ງເບື້ອງຕົ້ນຈະໃຫ້ບໍລິການສະເພາະຜູ້ໂດຍສານພາຍໃນປະເທດ ຈາກນະຄອນຫລວງວຽງຈັນ ຫາ ແຂວງຫລວງນໍ້າທາ ມື້ລະ 2 ຖ້ຽວ, ແຕ່ປັດ ຈຸບັນ ຍັງບໍ່ທັນໄດ້ກໍານົດມື້ເລີ່ມໃຫ້ບໍລິການ, ຕາຕະລາງເວ ລາເດີນທາງ ແລະ ຄ່າໂດຍສານພາບໃນເທື່ອ, ສ່ວນການຂົນສົ່ງສິນຄ້າລະຫວ່າງລາວ-ຈີນ ຈະເລີ່ມບໍລິການນັບແຕ່ມຶ້ເປີດນໍາໃຊ້ລົດໄຟລາວ-ຈີນ ເປັນຕົ້ນໄປ ໂດຍຈະໃຫ້ບໍລິ ການມື້ລະ 2 ຖ້ຽວ, ຖ້ຽວລະ 2.000-3.000 ໂຕນ. ສໍາລັບການບໍລິການນັກທ່ອງທ່ຽວສາກົນ ຈະບໍ່ທັນໃຫ້ບໍລິການເທື່ອຍ້ອນການລະບາດຂອງພະຍາດໂຄວິດ-19. ນອກ ຈາກນີ້ ກອງປະຊຸມຍັງໄດ້ຮັບຟງການກະກຽມ ບັນດາສັນ ຍາທີ່ກ່ຽວຂ້ອງກັບທາງລົດໄຟລາວ-ຈີນ ທີ່ສອງຝ່າຍລາວ-ຈີນຈະລົງນາມຮ່ວມກັນ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ໄພໄຊ ໄຂຄໍາພິທູນ ໃຫ້ສໍາພາດວ່າ: ໂຄງການທາງລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ເພື່ອສະເຫລີມ ສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ວັນທີ 2 ທັນວາ ຄົບຮອບ 46 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ວັນທີ 25 ເມສາ ຄົບຮອບ 60 ປີ. ຜ່ານການໄປສໍາຫລວດເບິ່ງພື້ນຕົວຈິງຢູ່ເຂດທີ່ຈະສ້າງເປັນດ່ານສາກົນທາງລົດໄຟລາວ-ຈີນທີ່ສະຖານີລົດໄຟບໍ່ເຕ່ນ, ລວມເຖີງການລາຍງານຈາກພາກສ່ວນຕ່າງໆ ໃນກອງປະຊຸມຄັ້ງນີ້ ສາມາດຕີລາຄາໄດ້ວ່າ ການກະກຽມພື້ນຖານໂຄງລ່າງ ກໍຄື ການກະກຽມວຽກງານຕ່າງໆ ຢູ່ສະຖານີລົດໄຟບໍ່ເຕ່ນ ເພື່ອຮອງຮັບໃຫ້ແກ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ມີຄວາມພ້ອມແລ້ວເກືອບ 100%.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຢູພິນ


