ໃນບົດລາຍງານຂອງການເມືອງທີ່ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ສະເໜີຕໍ່ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ເຊີ່ງຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ແຫ່ງ ສປ ຈີນ ດ້ວຍຜົນສໍາເລັດຢ່າງສະຫງ່າງາມ ເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນຜົນສໍາເລັດພົ້ນເດັ່ນໃນຫລາຍດ້ານໃນການສ້າງສາ ແລະ ພັດທະນາປະເທດຈີນໃນໄລຍະຜ່ານມາ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ. ໜຶ່ງໃນນັ້ນແມ່ນຜົນສໍາເລັດຂອງການຈັດຕັ້ງປະຕິບັດ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຂອງຈີນທີ່ເລີ່ມຕົ້ນມາແຕ່ປີ 2013 ເຊີ່ງມາຮອດປັດຈຸບັນມີຫລາຍກວ່າ 140 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມ ເພື່ອສ້າງແລວເສດຖະກິດທາງບົກ ແລະ ທາງທະ ເລຮ່ວມກັບບັນດາປະເທດໃນໂລກ ເຮັດໃຫ້ການເດີນທາງໄປ-ມາ ກໍຄື ການຂົນສົ່ງສິນຄ້າລະຫວ່າງປະເທດມີຄວາມສະ ດວກສະບາຍຫລາຍເທົ່າເມື່ອທຽບໃສ່ເມື່ອທຽບໃສ່ກ່ອນໜ້າຈະມີຂໍ້ລິເລີ່ມດັ່ງກ່າວ
ໃນບັນດາຜົນສໍາເລັດຂອງຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຂອງຈີນທີ່ຖືກຍົກຂຶ້ນ ແມ່ນມີໂຄງການທາງລົດໄຟລາວ-ຈີນ ແລະ ທາງລົດໄຟຄວາມໄວສູງ ຈາກາຕ້າ-ບັນດຸງ (ປະເທດອິນໂດເນເຊຍ) ທີ່ຖືກນຳສະເໜີຂຶ້ນວ່າເປັນໂຄງການທີ່ປະສົບຜົນສໍາເລັດອັນພົ້ນເດັ່ນທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາຂອງຈີນ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ.
ເວົ້າສະເພາະທາງລົດໄຟລາວ-ຈີນ ເຊີ່ງເປັນໂຄງການຍຸດທະສາດທີ່ລັດຖະບານລາວ ແລະ ຈີນ ຮ່ວມກັນລົງທຶນ ມູນຄ່າເກືອບ 6 ຕື້ໂດລາສະຫະລັດ ໂດຍຝ່າຍລາວຖືຫຸ້ນ 30% ແລະ ຝ່າຍຈີນຖືຫຸ້ນ 70% ມີຄວາມຍາວຫລາຍກວ່າ 400 ກິໂລ ແມັດ (ນັບແຕ່ຊາຍແດນລາວ-ຈີນ, ແຂວງຫລວງນ້ຳທາ ມາຮອດນະຄອນຫຼວງວຽງຈັນ) ເຊີ່ງໄດ້ເປີດນໍາໃຊ້ຢ່າງເປັນທາງການນັບແຕ່ວັນທີ 3 ທັນວາ ປີ 2021 ເປັນຕົ້ນມາ, ແມ່ນໜຶ່ງໂຄງການທີ່ໄດ້ຮັບການພັດທະນາພາຍໃຕ້ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ ທີ່ໄດ້ຊ່ວຍໃຫ້ ສປປ ລາວ ຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະ ເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ.
ທ່ານ ສີ ຢູກັງ ຮອງເລຂາຄະນະພັກ ແຂວງຢຸນນານ ໜຶ່ງໃນຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ເສັ້ນທາງລົດໄຟຈີນ-ລາວໄດ້ສ້າງຜົນປະໂຫຍດໃຫ້ແກ່ປະເທດຈີນ ແລະ ລາວຢ່າງຫຼວງຫຼາຍ ແລະ ເກີນຄາດໝາຍທີ່ວາງໄວ້, ນັບຕັ້ງແຕ່ເປີດບໍລິການເປັນຕົ້ນມາ, ລົດໄຟດັ່ງກ່າວ ສາມາດຂົນສົ່ງໂດຍສານໄດ້ຫຼາຍກວ່າ 7,5 ລ້ານເທືື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 8,69 ລ້ານໂຕນ, ໃນນີ້ ມີສິນຄ້າຜ່ານແດນ 1,58 ລ້ານກວ່າໂຕນ. ລົດໄຟຈີນ-ລາວໄດ້ຊຸກຍູ້ໃຫ້ເກີດບັນຍາກາດການລົງທຶນຕາມເສັ້ນທາງລົດໄຟ ເຫັນໄດ້ຈາກປີ 2021 ຜ່ານມາ ການສົ່ງອອກສິນຄ້າຈາກມຽນມາ, ລາວ ແລະ ຫວຽດນາມ ໄປແຂວງ ຢຸນນານຂອງຈີນ ບັນລຸ 3,23 ຕື້ໂດລາສະຫະລັດ, 1,96 ຕື້ໂດລາສະຫະລັດ ແລະ 1,24 ຕື້ໂດລາສະຫະລັດ ຕາມລໍາດັບ, ແຕ່ສະເພາະ 8 ເດືອນຕົ້ນປີນີ້, ການສົ່ງອອກຂອງລາວໄປຢຸນນານບັນລຸ 5 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ໃນ 6 ເດືອນຕົ້ນປີ ການສົ່ງອອກແປ້ງມັນຕົ້ນຈາກລາວມີມູນຄ່າສູງເຖິງ 250 ລ້ານໂດລາອັນໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ຊາວກະສິກອນ.
ທ່ານ ສີ ຢູກັງ ກ່າວຕື່ມວ່າ: ລົດໄຟຈີນ-ລາວ ເປັນໂຄງການທີ່ສຳຄັນພາຍໃຕ້ກອບການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງທີ່ມີຄຸນນະພາບສູງ ແລະ ເປັນໂຄງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເຊີ່ງ ທ່ານ ສີ ຈິ້ນຜິງ ໄດ້ຊີ້ນຳໃຫ້ແຂວງຢຸນນານ ບົວລະບັດຮັກສາ ແລະ ບໍລິຫານເສັ້ນທາງລົດໄຟສາຍນີ້ໃຫ້ດີ ແລະ ຊຸກຍູ້ສົ່ງເສີມການພັດທະນາຕາມແລວທາງລົດໄຟສາຍດັ່ງກ່າວ. ສະນັ້ນ ເພື່ອເປັນການປະຕິບັດຕາມທິດຊີ້ນຳດັ່ງກ່າວ ອົງການປົກຄອງນະຄອນຄຸນໝິງ ໄດ້ເຂົ້າມາພັດທະນາເຂດເສດຖະກິດບໍ່ຫານ-ບໍ່ເຕັນ ເພື່ອໃຫ້ກາຍເປັນເຂດແຫ່ງການຮ່ວມມື ແລະ ເປີດກວ້າງສູ່ຕ່າງ ປະເທດ. ມາຮອດປະຈຸບັນ ມີບໍລິສັດເຂົ້າຈົດທະບຽນໃນເຂດເສດຖະກິດແຫ່ງນີ້ແລ້ວ 135 ບໍລິສັດ. ເຊີ່ງນີ້ຖືເປັນວຽກໜຶ່ງໃນວຽກງານສຳຄັນຂອງແຜນປະຕິິບັດງານໄລຍະ 3 ປີ ຂອງນະຄອນຄຸນໝິງ ກໍຄືຂອງແຂວງຢຸນນານ ເພື່ອເຮັດໃຫ້ເສັ້ນທາງລົດໄຟດັ່ງກ່າວ ກະຕຸກຊຸກຍູ້ການເປີດປະຕູສູ່ພາຍນອກໃຫ້ຫຼາຍຂຶ້ນ, ພ້ອມກັນນີ້ ໄດ້ສ້າງເຂດຕິດຕາມພາສີແຫ່ງໃໝ່ຢູ່ຄຸນໝິງ ເຊິ່ງເປັນສະຖານີລົດໄຟລະຫວ່າງປະເທດທີ່ຈະກາຍເປັນຕົວແບບໃໝ່ຂອງການຂົນສົ່ງດ່ວນຜ່ານລະບົບລາງ ໂດຍທີ່ບໍ່ຈຳເປັນຕ້ອງປ່ຽນຂະບວນກໍສາມາດສົ່ງສິນຄ້າໄປຕ່າງປະເທດໄດ້ເລີຍ ແລະ ຄຸນໝິງເປັນພຽງເມືອງດຽວໃນ ສປ ຈີນ ທີ່ມີສະຖານີແບບດັ່ງກ່າວ. ນອກຈາກນີ້ ອົງການປົກຄອງແຂວງຢຸນນານ ຍັງໄດ້ປະສານງານກັບແຂວງຕ່າງໆ ໂດຍສະເພາະແມ່ນ 25 ແຂວງທີ່ເສັ້ນທາງລົດໄຟ ລາວ-ຈີນຜ່ານ ແລະ ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າດ່ວນລະຫວ່າງປະເທດລ້ານຊ້າງ-ແມ່ຂອງ ທີ່ມາຮອດປະຈຸບັນໄດ້ບໍລິການແລ້ວ 200 ກວ່າຖ້ຽວ.
ສ່ວນ ທ່ານ ຫລີວ ຈິນຊົງ, ຫົວໜ້າກົມອາຊີ, ກະຊວງການຕ່າງປະເທດຈີນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຈາກອາຊີ-ປາຊີຟິກ ຢູ່ນະຄອນຫລວງປັກກິ່ງ ໃນທ້າຍເດືອນຕຸລາຜ່ານມານີ້ ເຊີ່ງທ່ານໄດ້ຢືນຢັນວ່າ: ນັບແຕ່ມື້ເປີດນໍາໃຊ້ທາງລົດໄຟຈີນ-ລາວ ເຊີ່ງມີສອງປະທານປະເທດຈີນ ແລະ ລາວ ໃຫ້ກຽດເຂົ້າຮ່ວມ ເປັນຕົ້ນມາ, ລົດໄຟດັ່ງກ່າວໄດ້ນໍາເອົາຜົນປະໂຫຍດຕົວຈິງຢ່າງຫລວງຫລາຍມາໃຫ້ສອງປະເທດຈີນ ແລະ ລາວ ໂດຍສະເພາະໃນດ້ານການຄ້າ ແລະ ການລົງທຶນ, ນີ້ຖືເປັນໂຄງການພາຍໃຕ້ຂໍ້ລິເລີ່ມຫນຶ່ງແລວ ຫນຶ່ງເສັ້ນທາງ ທີ່ມີປະສິດທິຜົນດີ ແລະ ໃນຕໍ່ໜ້າທາງລົດໄຟສາຍນີ້ ຈະເຊື່ອມຕໍ່ກັບໄທ, ມາເລເຊຍ ແລະ ສິງກະໂປ, ເຊີ່ງນອກຈາກຈະນໍາເອົາຜົນປະໂຫຍດມາສູ່ສອງປະເທດຈີນ-ລາວ ຍັງຈະນໍາຜົນປະໂຫຍດມາໃຫ້ແກ່ປະເທດໃກ້ຄຽງ ແລະ ພາກພື້ນນັບມື້ຫລາຍຂຶ້ນຕື່ມອີກ.
ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແມ່ນໜຶ່ງໃນບັນດາຍຸດທະສາດສໍາຄັນຂອງຈີນໃນການເປີດປະຕູສູ່ໂລກພາຍນອກ ເຊີ່ງປັດຈຸບັນໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນ ແລະ ເປັນເວທີການຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງສູງໃນທົ່ວໂລກ, ເຊີ່ງໜຶ່ງໃນບັນດາໂຄງການທີ່ນອນຢູ່ໃນຂໍ້ລິເລີ່ມດັ່ງກ່າວ ແມ່ນມີລົດໄຟລາວ-ຈີນ ຮ່ວມຢູ່ດ້ວຍ, ທັງໄດ້ປະກອບສ່ວນສໍາຄັນໃນການ ເຊື່ອມຈອດສອງປະເທດລາວ-ຈີນ ເຂົ້າກັບສ່ວນຕ່າງໆຂອງໂລກ. ນອກຈາກນີ້ ສຳລັບອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດມະຫາສະມຸດອິນເດຍແລ້ວ ທາງລົດໄຟສາຍນີ້ ໄດ້ກໍ່ໃຫ້ເກີດເສັ້ນທາງຂົນສົ່ງທາງບົກທີ່ສະດວກເພື່ອເຮັດໃຫ້ເຂົາເຈົ້າສາມາດເຂົ້າເຖິງສປຈີນ ເຊີ່ງເປັນຕະຫຼາດຂະໜາດໃຫຍ່ທີ່ມີປະຊາກອນຫລາຍກວ່າ 1,4 ຕື້ຄົນ.