ວັກຊິນຕ້ານພະຍາດໂຄວິດ19 ຈໍານວນ 1.800.000ໂດສ ໃນຈໍານວນ 2.500.000ໂດສ ທີ່ລັດຖະບານ ສປ ຈີນໃຫ້ການຊ່ວຍເຫລືອ ສປປ ລາວ ໄດ້ມາເຖິງສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນຕອນແລງວັນທີ 17 ພະຈິກ 2021, ກ່າວມອບໂດຍ ທ່ານ ຈຽງ ຈ້າຍຕຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ຕາງໜ້າຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີກ່າວວ່າ: ການຊ່ວຍເຫລືອຄັ້ງນີ້ມີຄວາມໝາຍ ຄວາມສໍາຄັນຫລາຍຕໍ່ ສປປ ລາວ ຄືດັ່ງພວກສະຫາຍຮູ້ແລ້ວວ່າ ພະຍາດ ໂຄວິດ 19 ຍັງຈະສືບຕໍລະບາດ ເຊິ່ງວິທີປ້ອງກັນທີ່ມີປະສິດທິຜົນທີສຸດໃນປະຈຸບັນ ກໍວິທີການດຽວ ກໍຄືພ້ອມກັນຍົກສູງພູມຄຸ້ມກັນຂອງປະຊາກອນໃຫ້ສູງຂຶ້ນໄວເທົ່າທີໄວໄດ້ ດ້ວຍການລະດົມສັກວັກຊິນໃຫ້ໄດ້ຫລາຍເທົ່າທີຫລາຍໄດ້ ເຊິ່ງໂອກາດນີ້ ຂໍແຈ້ງໃຫ້ຊາບອີກເທື່ອໜຶ່ງວ່າ ໃນອາທິດທີ່ຜ່ານມາ ຂ້າພະເຈົ້າໄດ້ອອກຄໍາສັ່ງວ່າດ້ວຍການເພີ່ມທະວີການສັກວັກຊິນ ຢູ່ ສປປ ລາວ ໃນຄໍາສັ່ງດັ່ງກ່າວໄດ້ກໍານົດເປົ້າໝາຍການສັກວັກຊິນໃນປີ 2021 ໃຫ້ໄດ້ຫລາຍກວ່າ 50% ຂອງພົນລະເມືອງລາວ ແລະປີ 2022 ໃຫ້ໄດ້ຫລາຍກວ່າ 80% ຂອງພົນລະເມືອງ ສະນັ້ນຈຶ່ງສາມາດຢືນຢັນໄດ້ວ່າ ການຊ່ວຍເຫລືອວັກຊິນຂອງລັດຖະບານຈີນ ໃຫ້ແກ່ລັດຖະບານລາວ ແມ່ນເປັນການປະກອບສ່ວນທີ່ສໍາຄັນຕົ້ນຕໍ ໃຫ້ແກ່ການປະຕິບັດເປົ້າໝາຍດັ່ງກ່າວຂອງລັດຖະບານລາວ ເຊິ່ງໝາຜົນຂອງການປະຕິບັດບັນລຸເປົ້າໝາຍດັ່ງກ່າວນັ້ນ ຈະເປັນພື້ນຖານອັນສໍາຄັນໃຫ່ແກ່ການເປີດປະເທດ ໃນເງື່ອນໄຂທີ່ທັງຮັບປະກັນໄດ້ຊີວິດຂອງປະຊາຊົນບໍ່ໃຫ້ສູນເສຍ ກັບການກະຕຸ້ນເສດຖະກິດຂອງປະເທດໃຫ້ມີການຟື້ນຕົວ ແລະພັດທະນາໃນຕໍ່ໜ້າ.
ຍ້ອນໄດ້ຮັບການຊ່ວຍເຫລືອ ແລະສະໜັບສະໜູນຈາກເພື່ອນສະຫາຍຈີນ ພວກເຮົາມີຄວາມໝັ້ນໃຈ ແລະໄດ້ກໍາລັງແຮງເພີ່ມຂຶ້ນອີກ ເພື່ອຮ່ວມກັບບັນດາປະເທດອ້ອມຂ້າງ ກໍຄືສາກົນເພື່ອພັດທະນາປະເທດໃນຍຸກດໍາລົງຊີວິດແບບໃໝ່, ລັດຖະບານລາວ ຈະສືບຕໍປະສານສົມທົບກັບຝ່າຍຈີນ, ເພື່ອປະຕິບັດການຕົກລົງເປັນເອກະພາບ ຂອງການນໍາສູງສຸດຂອງສອງພັກ ແລະສອງລັດຂອງສອງປະເທດ ໂດຍສະເພາະການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ບົນຈິດໃຈ 4ດີ ແລະການເປັນຄູ່ຮ່ວມຊະຕາກໍາຂອງສອງຊາດ ລາວ-ຈີນ ໃຫ້ເກີດດອກອອກຜົນ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາຢ່າງແທ້ຈິງ.
ມາຮອດປະຈຸບັນ ວັກຊິນທີ່ລັດຖະບານ ສປ ຈີນໄດ້ຊ່ວຍເຫລືອ ສປປ ລາວ ມີທັງໝົດ 6.900.000ໂດສ ສ່ວນວັກຊິນຈໍານວນທີ່ເຫລືອອີກ ຈໍານວນ 700.000ໂດສ ຝ່າຍຈີນ ຈະສືບຕໍ່ສົ່ງໃຫ້ບັນດາແຂວງພາກເໜືອຂອງລາວໂດຍກົງໃນໄວໆນີ້, ວັກຊິນຈໍານວນດັ່ງກ່າວ ຖ້າຫາກນໍາໄປສັກໃຫ້ປະຊາກອນລາວທັງໝົດຈະກວມປະມານ 70%.
