ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນຊີນ ແອສຕຣາເຊນີກາ 100.000ໂດສ ໃນຈໍານວນ 1.000.000ໂດສ ທີ່ລັດຖະບານອົດສະຕຣາລີ ໃຫ້ການຊ່ວຍເຫລືອ ສປປ ລາວ ໄດ້ມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນຕອນທ່ຽງວັນທີ 19 ທັນວາ 2021 ສ່ວນທີ່ເຫລືອ ຈະນໍາສົ່ງມາອີກໃນໄວໆນີ້, ໂດຍມີທ່ານ ແດນ ເຮວເດິນ (Dan Heldon) ຜູ້ຮັກສາການທູດ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ດຣ ຈັນຖະໜອມ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງອອກຕ້ອນຮັບ.
ວັກຊິນຈໍານວນນີ້ແມ່ນໜຶ່ງໃນຈໍານວນ ທີທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອ ຈຳນວນ 1.000.000 ໂດສໃຫ້ແກ່ ສປປ ລາວ ໃນເດືອນພຶດສະພາຜ່ານມາ.