ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ ໂອກາດຖະແຫລງຂ່າວ ທີ່ກະຊວງສາທາລະນະສຸກ ຕອນເຊົ້າວັນທີ 18 ກັນຍາ 2021ວ່າ: ໃນວັນທີ 12-13 ສິງຫາ 2021 ໄດ້ມີຄຳສະເໜີຜ່ານໂທລະສັບສາຍດ່ວນ 1516 ຂອງລັດຖະບານ.ເຊິ່ງມີປະຊາຊົນ ນະຄອນຫຼວງ ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ຕິດຕາມກວດກາ ຕາມຫາງສຽງຂອງສັງຄົມທີ່ວ່າ: ປະຈຸບັນ ວັກຊີນປ້ອງກັນພະຍາດໂກວິດ-19 ຂອງລາວ ໄດ້ຖືກລັກນຳໄປຂາຍໃຫ້ໂຮງໝໍເອກະຊົນຂອງປະເທດເພື່ອນບ້ານ ເພື່ອບໍລິການໃຫ້ລູກຄ້າຂອງເພີ່ນ ຕໍ່ກໍລະນີນີ້ ກົມອະນາໄມ ແລະພະແນກສາທາລະນະສຸກ ນະຄອນຫຼວງກໍໄດ້ມີການປະສານສົມທົບໄປຍັງພະແນກສາທາລະນະສຸກຈັງຫັວດໜອງຄາຍ ເພື່ອສອບສວນຫາແຫຼ່ງຂໍ້ມູນທີ່ແທ້ຈິງ ຜົນການສອບສວນໂຮງໝໍກ່ຽວຂ້ອງ ໄດ້ຢືນຢັນເຮັດເອກະສານຕອບຮັບມາຍັງກົມອະນາໄມ ວ່າເລື້ອງດັ່ງກ່າວແມ່ນບໍ່ມີມູນຄວາມຈິງ ຊຶ່ງທາງໂຮງໝໍດັ່ງກ່າວຢັ້ງຢືນວ່າ ເພີ່ນບໍ່ສາມາດນຳເອົາວັກຊີນທີ່ບໍ່ໄດ້ຜ່ານການຮັບອະນຸຍາດຈາກກົມອາຫານແລະຢາຂອງປະເທດໄທ ມາສັກໃຫ້ລູກຄ້າຂອງເພີ່ນໄດ້ຊຶ່ງເປັນເລືອງທີ່ຜິດກົດໝາຍ.
ໂອກາດນີ້ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ໄດ້ກ່າວຂໍຂອບໃຈໃນຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນທີ່ໄດ້ເປັນຫູເປັນຕາ ຊ່ວຍສອດສ່ອງດູແລ ຕິດຕາມກວດກາການຈັດຕັ້ງປະຕິບັດການໃຫ້ວັກຊີນ ຢ່າງໄກ້ຊິດ ສະນັ້ນຖ້າທ່ານເຫັນອັນຜິດປົກກະຕິແມ່ນທ່ານ ສາມາດລາຍງານໃຫ້ຫົວໜ້າພະແນກສາທາລະນະສຸກແຂວງ ຫຼືສະຖານທີ່ບໍລິການທີ່ຢູ່ໃກ້ທ່ານນັ້ນກໍຍິ່ງເປັນການດີ ເພື່ອຊ່ວຍໃຫ້ຄະນະຮັບຜິດຊອບຢູ່ໃນແຕ່ລະ ລະດັບໄດ້ມີການປັບປຸງກ່າວເຕື່ອນແພດໝໍຂອງພວກເຮົາ. ແລະ ກໍຂໍແຈ້ງໃຫ້ທຸກທ່ານໄດ້ຊາບວ່າການບໍລິການວັກຊີນໂຄວິດ-19 ຢູ່ໃນ ສປປ ລາວ ແມ່ນໃຫ້ບໍລິການລ້າໆ ບໍ່ມີການເກັບຄ່າບໍລິການໃດໆທັງສີ້້ນ ແລະກໍບໍ່ໃຫ້ທ່ານໃດໄດ້ຈ່າຍເງີນໃຫ້ພະນັກງານແພດໝໍເປັນລາຍບຸກຄົນໃນຈຸດບໍລິການ ຊຶ່ງຈະເປັນພາບພົດອັນບໍ່ດີໃນສາຍຕາຂອງຜູ້ອື່ນໆ ຖ້າເຮົາມີເຈດຕະນາດີ ເຫັນຄວາມອິດເມື່ອຍຂອງແພດໝໍຕ້ອງການສະໜັບສະໜູນ ອາດມີເຂົ້າປາອາຫານ ນໍ້າດື່ມມາບໍລິການແພດໝໍ ຂໍໃຫ້ສະເໜີຕໍ່ຄະນະຮັບຜິດຊອບເພີ່ນຄັກແນ່ ຊຶ່ງໄລຍະຜ່ານມາກໍເຫັນຫຼາຍພາກສ່ວນທີ່ໄດ້ມາອຸບປະຖຳໃຫ້ຈຸດບໍລິການສັກຢາ ຖືວ່າເປັນນໍ້າໃຈ ໃຫ້ກຳລັງໃຈແພດໝໍ.
ໂດຍ: ຄໍາກອງ ກິດຕິຄຸນ
Loading...