ວັກຊີນປ້ອງກັນພະຍາດ ໂຄວິດ-19 ຍີ່ຫໍ້ Pfizer BioNTech ຊຸດໃໝ່ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາ ຜ່ານໂຄງການ COVAX Facility ຈໍານວນ 799,110 ໂດສ໌ ໄດ້ມາເຖິງນະຄອນຫລວງວຽງຈັນແລ້ວ ຕອນບ່າຍວັນທີ 2 ມັງກອນ 2022 ນີ້, ວັກຊີນຈໍານວນນີ້ ແມ່ນໜຶ່ງໃນຈໍານວນທັງໝົດ 1,700.000ໂດສ໌ ທີ່ລັດຖະບານສະຫະລັດອາເມຣິກາຈະໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຄາດວ່າຈໍານວນທີ່ເຫລືອ ຈະມາຮອດ ສປປ ລາວ ໃນກາງເດືອນມັງກອນ 2022ນີ້.
ອອກຕ້ອນຮັບທີ່ສະໜາມບິນສາກົນວັດໄຕ ມີທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງຈອຍມິຊິໂກະຊາກຸໄຣ(Ms. Joy Michiko Sakurai), ອຸປະທູດສະຫະລັດອາເມລິກາປະຈໍາ ສປປ ລາວ , ທ່ານຄະເລນ ຮິ້ວ (Mr. Cullen Hughes), ຕາງໜ້າອົງການUSAID, ທ່ານນາງລີໂອເຕັສ ເຮລິນ (Ms. Leotes Helin), ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສ ປປ ລາວ, ແລະທ່ານ ດຣ. ຢູ ລີ ປາກ (Dr. Yu Lee Park), ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສ ປປ ລາວ.
ວັກຊີນPfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມລິກາ ຈະນຳໃຊ້ກັບກຸ່ມເປົ້າໝາຍໂດຍອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ, ເຊີ່ງປະກອບມີ: ກຸ່ມຄົນອາຍຸ12 ຫາ17 ປີ ເເລະຜູ້ສູງອາຍຸ 60ປີຂຶ້ນໄປ,ຄົນທີ່ມີພະຍາດປະຈໍາໂຕ ເເລະ ເເມ່ຍິງຖືພາ.
ການປະກອບສ່ວນຂອງລັດຖະບານສະຫະລັດອາເມລິກາໃນຄັ້ງນີ້ຈະຊ່ວຍໃຫ້ ສ ປປລ າວ ສາມາດບັນລຸເປົ້າໝາຍການສັກຢາວັກຊີນໃຫ້ໄດ້ 80 % ຂອງປະຊາກອນພາຍໃນທ້າຍປີ2022, ແລະຈະປະກອບສ່ວນເຂົ້າໃນພາລະກິດຂອງCOVAXFacilityໃນການຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19ໃນທົ່ວໂລກຢ່າງເທົ່າທຽມກັນ. ນອກຈາກນັ້ນ, ລັດຖະບານສະຫະລັດອາເມລິກາ, ໂດຍຜ່ານອົງການUSAID, ອົງການຢູນິເຊັບແລະອົງການອະນາໄມໂລກຍັງໄດ້ຮ່ວມກັນໃຫ້ການສະໜັບສະໜູນ ສ ປປ ລາວ ໃນການແຈກຢາຍວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງປອດໄພ ແລະມີປະສິດທິພາບ, ເເລະ ລັດຖະບານສະຫະລັດອາເມລິກາ ຍັງໄດ້ເຮັດວຽກຢ່າງໃກ້ຊິດກັບ ສ ປປ ລາວ ນັບຕັ້ງແຕ່ການເລີ່ມຕົ້ນການລະບາດຂອງພະຍາດ ເພື່ອຜັນຂະຫຍາຍວຽກງານການກວດຫາຜູ້ຕິດເຊື້ອພະຍາດໂຄວິດ-19, ຮັກສາຄວາມປອດໄພຂອງພະນັກງານສາທາລະນະສຸກດ້ວຍການສະໜອງອຸປະກອນປ້ອງກັນ (PPE) ແລະ ເພີ່ມທະວີການເຝົ້າລະວັງພະຍາດ.
ວັກຊິນ fizer BioNTech ເເມ່ນໄດ້ຮັບຮອງໂດຍອົງການອະນາໄມໂລກ ໃຫ້ນຳໃຊ້ກັບກຸ່ມຄົນອາຍຸ 12 ປີຂຶ້ນໄປ.
Loading...