ເຊົ້າ ວັນຈັນ ວັນທີ 12 ກໍລະກົດ 2021, ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວ ສະພາບການລະບາດພະຍາດ ໂຄວິດ-19 ໃນ ສປປ ລາວ ພ້ອມທັງ ບັນດາຄຳແນະນຳ.

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 11 ກໍລະກົດ 2021 :
• ໄດ້ກວດວິເຄາະທັງໝົດ 1,499 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 106 ຄົນ, ຈາກ
ນະຄອນຫຼວງ 12 ກໍລະນີ, ວຽງຈັນ 2 ກໍລະນີ, ສະຫວັນນະເຂດ 42 ກໍລະນີ, ຈຳປາສັກ 43 ກໍລະນີ ແລະ ຄຳມ່ວນ 7 ກໍລະນີ.
• ໃນນັ້ນ ກໍລະນີນຳເຂົ້າມີ 104 ກໍລະນີ ຈາກ ນະຄອນຫຼວງ 12 ກໍລະນີ, ສະຫວັນນະເຂດ 42 ກໍລະນີ, ຈຳປາສັກ 43 ກໍລະນີ ແລະ ຄຳມ່ວນ 7 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ.
• ການຕິດເຊື້ອໃນຊຸມຊົນມີ 2 ກໍລະນີ ຈາກ ແຂວງວຽງຈັນ 2 ກໍລະນີ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.
• ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,825 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 606 ຄົນ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 11 ກໍລະກົດ 2021 ມີຜູ້ເດີນທາງເຂົ້າມາຕາມດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 893 ຄົນ, ທັງໝົດ ແມ່ນຖືກເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ແລະ ເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້.
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 50 ສູນ ແລະ ມີຜູ້ຈຳກັດບໍລິເວນ 5,601 ຄົນ.
ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 02 ບ້ານ (ບໍ່ມີບ້ານແດງໃໝ່) ໃນ 02 ເມືອງ ຄື: ບ້ານໂນນສະອາດ, ເມືອງໄຊທານີ ແລະ ບ້ານ ສີເກີດ, ເມືອງນາຊາຍທອງ.
– ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ (ບໍ່ມີ)
• ປະຈຸບັນ ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ສັງເກດເຫັນວ່າ ເພິ່ມຂຶ້ນເລັກນ້ອຍ ສົມທຽບອາທິດທີ່ຜ່ານມາ
• ສຳລັບ ບັນດາປະເທດສະມາຊິກໃນກຸ່ມອາຊຽນ, ບາງປະເທດ ແມ່ນໜ້າເປັນຫ່ວງຫຼາຍ ມີແນວໂນ້ມທີ່ຜູ້ຕິດເຊື້ອສະສົມ ແລະ ຜູ້ເສຍຊີວິດ ເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ ເກີດວິກິດດ້ານສາທາລະນະສຸກ, ສະຖານທີ່ກວດຊອກເຊື້ອບໍ່ທັນກັບສະພາບການ, ສະຖານທີ່ປິ່ນປົວເຕັມ, ຕຽງຄົນເຈັບບໍ່ພໍ, ອົກຊີເຈນຂາດເຂີນ ແລະ ມີຄົນເຈັບຫຼາຍຄົນລໍຖ້າລົດໂຮງໝໍມາຮັບ ຈົນເສຍຊີວິດກໍ່ມີ;
• ສຳລັບບັນດາປະເທດໃກ້ຄຽງ ສປປ ລາວ ເຮົາ, ບາງປະເທດ ມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າ 9 ພັນຄົນພາຍໃນມື້ດຽວ ເຊິ່ງມີສາເຫດມາຈາກສາຍພັນເດວຕ້າ ເຊິ່ງມີສາມາດແຜ່ເຊື້ອໄດ້ງ່າຍ, ໄວກວ່າເກົ່າ ແລະ ຮຸນແຮງ;
• ຕໍ່ກັບສະພາບການດັ່ງກ່າວ, ບັນດາທ່ານທີ່ກຳລັງຕິດຕາມຮັບຊົມ ແລະ ຮັບຟັງແມ່ນບໍ່ໃຫ້ມີຄວາມແຕກຕື່ນ ຫຼື ມີຄວາມກັງວົນເກີນເຫດ. ພັກ ແລະ ລັດຖະບານຂອງພວກເຮົາ ແມ່ນໄດ້ມີມາດຕະການຮອງຮັບໄວ້ແລ້ວ ໂດຍການຕິດຕາມຂໍ້ມູນຢ່າງໃກ້ຊິດ ແລະ ວາງມາດຕະການກັ່ນກອງ, ກວດຊອກຫາເຊື້ອໂຄວິດ-19 ນຳທຸກຄົນ ທີ່ເດີນທາງເຂົ້າ ສປປ ລາວ ຢ່າງເຂັ້ມງວດ, ພ້ອມກັນນັ້ນກໍ່ມີການກວດເຝົ້າລະວັງສາຍພັນຕ່າງໆ ໃນກຸ່ມຜູ້ຕິດເຊື້ອ ເພື່ອເປັນສັນຍານເຕືອນແຕ່ຫົວທີ ແລະ ສະກັດກັ້ນ ບໍ່ໃຫ້ສາຍພັນໃໝ່ ເຂົ້າມາແຜ່ລະບາດໃນປະເທດຂອງພວກເຮົາ ຈາກຜູ້ທີ່ເດີນທາງເຂົ້າມາ ສປປລາວ;
• ດັ່ງນັ້ນ, ຂໍໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ໃນການປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 745/ຫສນຍ, ລົງວັນທີ 4 ກໍລະກົດ 2021;
• ອີກເທື່ອໜຶ່ງ, ຂໍການຮ່ວມມື ນຳບັນດາທ່ານ, ພໍ່ແມ່, ພີ່ນ້ອງ, ປະຊາຊົນ ເອົາໃຈໃສ່ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ການຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຫຼີກລ້າງການເດີນທາງໄປຍັງສະຖານທີ່ແອອັດ ຫຼື ສະຖານທີ່ ທີ່ມີຄວາມສ່ຽງ, ຫຼີກລ້າງ ການຊຸມແຊວກັນ ໃນໝູ່ເພື່ອນ ແລະ ຍາດຕິພີ່ນ້ອງ;