ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 19 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 5,117 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 214 ຄົນ:
– ກໍລະນີນໍາເຂົ້າ ມີ 52 ຄົນ ຈາກ ແຂວງ ສະຫວັນນະເຂດ 32 ຄົນ, ສາລະວັນ 12 ຄົນ, ຈໍາປາສັກ 4 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.
– ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 162 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
• ນະຄອນຫຼວງ 77 ຄົນ:
1). ກຸ່ມໂຮງງານ ອານພີ ລາວ 42 ຄົນ
– ເກັບຕົວຢ່າງ ຢູ່ສູນດົງໂດກ ໃຫ້ຜົນບວກ 40 ຄົນ
– ເກັບຢູ່ໂຮງງານ 2 ຄົນ
2). ຈຸດເກັບ ຕົວຢ່າງ ຈາກບຶງຂະຫຍອງ : ໃຫ້ຜົນບວກ 29 ຄົນ
• ຈໍາປາສັກ 33 ຄົນ: ເມືອງບາຈຽງ 3 ຄົນ ແລະ ນະຄອນປາກເຊ 30 ຄົນ
• ຄຳມ່ວນ 28 ຄົນ:
– ທ່າແຂກ 11 ບ້ານ
– ບົວລະພາ 1 ບ້ານ
– ຫີນບູນ 1 ບ້ານ
• ບໍ່ແກ້ວ 12 ຄົນ: ທັງ 12 ຄົນ ແມ່ນຢູ່ ເຂດພິເສດຂອງເມືອງຕົ້ນເຜື້ອງ (ລາວ 01 ຄົນ, ພະມ້າ 06 ຄົນ ແລະ ຈີນ 05 ຄົນ).
• ສະຫວັນນະເຂດ 9 ຄົນ:
– ນັກສຶກສາແພດ ມີ 02 ຄົນ
– ບ້ານໂນນສະຫວາດ, ບ້ານສະໜາມໄຊ, ບ້ານໄຊຍະພູມ ແລະ ບ້ານນາເຕີ້ຍ, ບ້ານລະ 01 ຄົນ
– ບ້ານທ່າເດື່ອ, ເມືອງສອງຄອນ ມີ 01 ຄົນ
– ຄົນຫວຽດ ມີ 02 ຄົນ, ແຕ່ບໍ່ຮູ້ແຫລ່ງທີ່ມາ ຂອງການຕິດເຊື້ອ
• ຊຽງຂວາງ 2 ຄົນ: ທັງສອງຄົນເປັນເອື້ອຍນ້ອງກັນ (ເພດຍິງ, ອາຍຸ 42 ປີ ອາຊີບ: ກໍາມະກອນຕັດຫຍິບໂຮງງານອານປີລາວ ແລະ ເພດຍິງ, ອາຍຸ 34 ປີ, ອາຊີບ: ຄ້າຂາຍ).ເຫດຜົນເດີນທາງໄປແຂວງຊຽງຂວາງ ຍ້ອນວ່າໄປສົ່ງສະການພໍ່ເສຍຊີວິດ ຢູ່ບ້ານຫໍສິມ, ເມືອງຜາໄຊ.
– ວັນທີ 14 ກັນຍາ 2021 ໄດ້ເດີນທາງຈາກນະຄອນຫລວງວຽງຈັນ ໄປຮອດແຂວງຊຽງຂວາງ
– ງານສົບຈັດແຕ່ວັນທີ 14-17 ກັນຍາ 2021
– ວັນທີ 17 ກັນຍາ 2021 ໄດ້ສົ່ງສະການພໍ່
– ທາງແຂວງຊຽງຂວາງ ໄດ້ປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ໃດໄດ້ຮ່ວມງານສົບ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນ
• ບໍລິຄໍາໄຊ 1 ຄົນ: ເປັນຄົນທີ່ມີອາການທາງລະບົບຫາຍໃຈ
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19,399 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,255 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ ສອງຈຸດ: 1) ຈຸດເກັບຕົວຢ່າງ ເດີ່ນກິລາໃນຮົ່ມ ບຶງຂະຫຍອງ, 2) ຈຸດເກັບຕົວຢ່າງ ໂຮງຮຽນມໍປາຍສີໂຄດ. ເຊິ່ງທັງສອງບ່ອນເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 19 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 923 ຄົນ.