ວັນທີ 24 ພຶດສະພາ 2021, ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ສປປລາວ ດັ່ງຕໍ່ໄປນີ້:
ຢູ່ ສປປ ລາວ
• ວັນທີ 23 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,126 ຕົວຢ່າງ ພົບຜູ້ຕິດເຊື້ອ 21 ຕົວຢ່າງ (ກໍລະນີຢັ້ງຢືນເລກທີ 1802-1822 ) ຄື: ນະຄອນຫຼວງ ກວດ 458 ຕົວຢ່າງ ແລະ ພົບເຊື້ອ 09 ຕົວຢ່າງ ເຊິ່ງ ແມ່ນການຕິດເຊື້ອໃນຊຸມຊົນ, ສໍາລັບ ຈຳປາສັກ 10 ຕົວຢ່າງ, ສະຫວັນນະເຂດ ແລະ ອຸດົມໄຊ ແຂວງລະ 1 ຕົວຢ່າງ(ສຳລັບແຂວງຈຳປາສັກ ແລະ ສະຫວັນນເຂດ ທັງໝົດມີ 11 ຕົວຢ່າງ ເຊິ່ງ ແມ່ນກໍລະນີນໍາເຂົ້າ ເປັນແຮງງານລາວ ກັບຄືນປະເທດທີ່ຖືກຕາມລະບຽບກົດໝາຍ).
• ທັງໝົດຄົນເຈັບຕິດເຊື້ອໃໝ່ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ ປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສໍາຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນ ຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້. ສໍາລັບລາຍລະອຽດຂອງ 9 ກໍລະນີ ທີ່ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ມີດັ່ງນີ້
o ເຂດ ຫຼື ສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ໄປ /High-risk settings
o ຕະຫຼາດສີວິໄລ (ຕາມການບອກເລົ່າຂອງກໍລະນີ 1745 ແມ່ນໄດ້ໄປຊື້ອາຫານທຸກມື້ແຕ່ຊ່ວງຕົ້ນເດືອນ 5 ເປັນຕົ້ນມາ)
o ຕະຫຼາດໄຮ່ຄຳ (ຕາມການບອກເລົ່າຂອງກໍລະນີ 1744 ແມ່ນໄດ້ໄປຊື້ເຄື່ອງຕອນປະມານ 3-4 ໂມງເຊົ້າ ປະມານວັນທີ 14-15/5/2021)
o ບໍລິສັດແອນນາ ບ້ານສະພານທອງ (ຮ່ອມຕະຫຼາດສະພານທອງ)
o ບໍລິສັດພັດທະນາບໍ່ແຮ່ຈຳກັດ, ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ
o ບ້ານຫົວຊຽງ ເມືອງໄຊທານີ (ກໍລະນີຕິດເຊື້ອ 1743 ໄດ້ໄປໃນວັນທີ 22 ແລະ 23/5/2021)
o ບ້ານຈັນສະຫວ່າງ ໜ່ວຍ 43 ເມືອງສີໂຄດຕະບອງ (ກໍລະນີຕິດເຊື້ອ 1745 ໄດ້ໄປໃນວັນທີ 21/5/2021)
• ມາຮອດປະຈຸບັນຈໍານວນຜູ້ຕິດເຊື້ອສະສົມທັງໝົດໃນຂອບເຂດທົ່ວປະເທດແມ່ນ ມີ 1,822 ຄົນ, ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 2 ຄົນ, ປີ່ນປົວຫາຍດີ 1,133 ຄົນ, ກໍາລັງປີ່ນປົວ 687 ຄົນ. ອອກໂຮງໝໍ ໃໝ່ 59 ຄົນ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ. (ສໍາລັບຜູ້ທີ່ບໍ່ມີເງື່ອນໄຂ, ຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ, ແຍກຕົນເອງອອກຈາກຄົນໃນຄອບຄົວ, ບໍ່ໃຊ້ສິ່ງຂອງຮ່ວມກັນ ແລະ ມອບໃຫ້ອໍານາດການປົກຄອງຂັ້ນເມືອງ/ບ້ານ ແລະ ເຈົ້າໜ້າທີ່ ລົງໄປຕິດຕາມກວດກາສຸຂະພາບ ເຊັ່ນ: ວັດແທກອຸນຫະພູມ, ສອບຖາມອາການ ຖ້າພົບເຫັນ ເປັນໄຂ້, ມີໄອ ແລະ ຈາມ, ຕ້ອງຮີບຮ້ອນໄປພົບແພດຢູ່ ສະຖານທີ່ບໍລິການໃກ້ບ້ານທ່ານ. ທັງໝົດນີ້ ກໍ່ແມ່ນເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊຸມຊົນຂອງທ່ານ.
1. ການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້
• ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 44 ສູນ, ມີຜູ້ທີ່ຍັງຈຳກັດບໍລິເວນທັງໝົດ 3,226 ຄົນ ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
• ອີງຕາມໜັງສືແນະນໍາ ຈາກ ສວລ ສະບັບເລກທີ 6717/ສວລ, ລົງວັນທີ 20 ພຶດສະພາ 2021, ກ່ອນຈະສໍາເລັດການຈໍາກັດບໍລິເວນ ຕ້ອງເກັບຕົວຢ່າງເພື່ອກວດຫາເຊື້ອໂຄວິດ-19 ໃນມື້ທີ 12
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ສະພາບການລະບາດພະຍາດ COVID-19 ໃນທົ່ວໂລກຍັງເຫັນວ່າສືບຕໍ່ເພີ່ມຂື້ນ ຖ້າສົມທຽບກັບອາທິດຜ່ານມາ ແລະ ການລະບາດໃນບັນດາປະເທດໃກ້ຄຽງ ທີ່ກຳລັງມີການລະບາດໃນຊຸມຊົນເຊັ່ນດຽວກັນ ແລະ ຄືດັ່ງທີ່ພວກເຮົາຮູ້ແລ້ວວ່າ ການລະບາດຮອບໃໝ່ໃນປະເທດໃກ້ຄຽງ ແມ່ນກວດພົບສາຍພັນ ອິນເດຍ, ສາຍພັນອັບຟຣິກາ ຈາກແຮງງານກໍ່ສ້າງ ເຊິ່ງເປັນສາຍພັນ ທີ່ແຜ່ເຊື້ອໄດ້ງ່າຍ ແລະ ໄວກວ່າເກົ່າ ຄ້າຍຄື ສາຍພັນອັງກິດ.
• ສປປ ລາວ ເຮົາ ເກີດການລະບາດໃນຊຸມຊົນ ນັບແຕ່ເດືອນ ເມສາ 2021 ເປັນຕົ້ນມາ ເນື່ອງຈາກ ພົບວ່າເປັນສາຍພັນອັງກິດເຮັດໃຫ້ການຕິດເຊື້ອໄດ້ງ່າຍ, ບໍ່ມີອາການສະແດງອອກ ແລະ ແຜ່ລະບາດໄປຫຼາຍແຂວງ, ເມືອງ ແລະ ບ້ານ. ເນື່ອງຈາກປະຊາຊົນບາງກຸ່ມຍັງບໍ່ໄດ້ເອົາໃຈໃສ່ເທົ່າທີ່ຄວນຕໍ່ຄໍາແນະນໍາ ແລະ ມາດຕະການຕ່າງໆທີ່ທາງຄະນະສະເພາະກິດວ່າງອອກ ແລະ ຍັງບໍ່ຮູ້ວ່າຕົນເອງຕິດເຊື້ອ ຫລື ສຳພັດໃກ້ຊິດກັບຜູ້ຕິດເຊຶື້ອ ແລະ ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ມີການພົບປະສັງສັນແບບປົກກະຕິ ຈຶ່ງເຮັດໃຫ້ມີການເກີດລະບາດເປັນຈຸ້ມ ຢູ່ໃນຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່ໃນສຳນັກງານອົງການ, ບໍລິສັດ ແລະ ອື່ນໆ.
• ບັນດາທ່ານທີ່ນັບຖື ແລະ ຮັກແພງ ຕໍ່ກັບສະພາບການລະບາດດັ່ງກ່າວໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງທີ່ພົບການຕິດເຊື້ອສາຍພັນໃໝ່ ເຊີ່ງເປັນສີ່ທ້າທາຍທີ່ຈະມີການນຳເອົາເຊື້ອພະຍາດດັ່ງກ່າວເຂົ້າມາ ສປປລາວ, ເພື່ອສະກັດກັ້ນໄດ້ຈີ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທຸກພາກສ່ວນໃນສັງຄົມ ຈົ່ງຊ່ວຍເປັນຫູເປັນຕາເດັດຂາດບໍ່ໃຫ້ມີຜູ້ລັກລອບເຂົ້າປະເທດໂດຍບໍ່ຖືກກົດໝາຍ, ສຳລັບບັນດາແຮງງານລາວ ແລະ ຜູ້ທີ່ມີຄວາມຈຳເປັນເດີນທາງເຂົ້າມາໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດກໍ່ໃຫ້ປະຕິບັດມາດຕະການຢ່າງເຄັ່ງຄັດໂດຍເຂົ້າຈຳກັດບໍລິເວນຢູ່ສະຖານທີ່ທີ່ຄະນະສະເພາະກິດກຳນົດໄວ້ໃຫ້ຄົບ 14 ວັນພ້ອມທັງກວດຫາເຊື້ອພະຍາດ.
• ອີກເທື່ອໜື່ງ ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນ ການລະບາດ ໃນ ບ້ານເຮົາ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ແລະ ຕັດວົງຈອນການແຜ່ເຊື້ອໃຫ້ໄດ້ໄວຂື້ນ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ປະຕິບັດ ຢ່າງເຄັ່ງຄັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ່ 528/ຫສນຍ , ລົງວັນທີ່ 20 ພຶດສະພາ 2021. ສໍາລັບ ການແບ່ງເຂດ ທີ່ຖືກກໍານົດໄວ້ເປັນເຂດແດງ (ເຂດທີ່ມີການຕິດເຊື້ອ) ຫຼື ເຂດເຫຼືອງ (ເຂດທີ່ມີຄວາມສ່ຽງ) ແມ່ນຫ້າມບຸກຄົນເດີນທາງເຂົ້າ-ອອກ ທ້ອງຖິ່ນ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍເງຶື່ອນໄຂ ແລະ ເຫດຜົນທີ່ຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ, ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກຊີນ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຢ່າງຮັດກຸມ.
• ສຳລັບ ຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີ່ເດີນທາງໄປໃນເຂດທີ່ມີຄວາມສ່ຽງນັ້ນ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອຕາມສະຖານທີ່ກຳນົດໄວ້ ເຖິງວ່າຜົນກວດຈະເປັນລົບ ຫຼື ຍັງຢູ່ໃນໄລຍະລໍຖ້າຜົນກວດຢູ່ນັ້ນ ກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນ ພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ຈົນຄົບ 14 ວັນ.
• ບັນດາທ່ານທີ່ນັບຖື ແລະ ຮັກແພງ ໃນໄລຍະນີ້ ຖ້າບໍ່ມີຄວາມຈໍາເປັນ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຢູ່ເຮືອນ ຫຼຸດຜ່ອນການສັນຈອນ ເພາະທ່ານອອກນອກເຮືອນຫຼາຍເທົ່າໃດ ກໍ່ຍີ່ງມີຄວາມສ່ຽງທີ່ຈະນຳເອົາເຊື້ອພະຍາດເຂົ້າມາຕິດໃສ່ຄົນໃນຄອບຄົວ, ແຕ່ຖ້າມີຄວາມຈໍາເປັນຕ້ອງອອກໄປຕະຫຼາດ ຫຼື ໂຮງໝໍ ແມ່ນສາມາດອອກໄປໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ. ການດຳລົງຊີວິດປົກກະຕິແບບໃໝ່ ເຊັ່ນວ່າ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ 70% ຂື້ນໄປ. ຮຽກຮ້ອງໃຫ້ສັງຄົມບໍ່ຄວນລັງກຽດຕໍ່ຜູ້ຕິດເຊຶ້ອພະຍາດ, ພວກເຂົາເຈົ້າເອງກໍ່ບໍ່ໄດ້ເຈດຕະນາຕິດເຊື້ອ ແລະ ແຜ່ເຊື້ອ. ຄືກັບບາງປະເທດ ຢູ່ໃນທະວີບອາເມລິກາ ແລະ ເອີລົບ.
• ການນຳໃຊ້ຊື່ສັງຄົມອອນລາຍຂໍໃຫ້ທ່ານພິຈາລະນາແຫຼ່ງທີ່ມາຂອງຂ່າວວ່າເປັນຂ່າວຈິງ ຫລື ຂ່າວປອມ.
• ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ໄດ້ທາງ:
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
o ແລະ ໂທລະສັບ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166).
• ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ ກອງເລຂາຄະນະສະເພາະກິດ ກໍ່ຄືປະຊາຊົນລາວ ໃນຂອບເຂດທົ່ວປະເທດ, ຂໍສະແດງ ຄວາມຂອບໃຈເປັນຢ່າງສູງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ, ອຸປະຖຳ ເຄື່ອງບໍລິໂພກ ແລະ ອຸປະໂພກ ລວມທັງ ປັດໄຈ ເຂົ້າໃນການປ້ອງກັນ, ຄວບຄຸມພະຍາດັ່ງກ່າວ.
Loading...