ການ ຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນຈັນ ວັນທີ 27 ກັນຍາ ປີ 2021. ກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນ ໃນ ສປປ ລາວ ແລະ ໃນໂລກ.
- ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 26 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 6,066 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 622 ຄົນ:
- ກໍລະນີນໍາເຂົ້າ ມີ 12 ຄົນ ຈາກ ແຂວງ ສະຫວັນນະເຂດ 7 ຄົນ, ຄໍາມ່ວນ 3 ຄົນ, ສາລະວັນ 1 ຄົນ ແລະ ຈໍາປາສັກ 1 ຄົນ.
- ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 610 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
- ນະຄອນຫຼວງ 315 ຄົນ, ລາຍລະອຽດມີດັ່ງນີ້:
- ເມືອງນາຊາຍທອງ 9 ຄົນ
- ຈຸດເກັບຕົວຢ່າງບຶງຂະຫຍອງ 12 ຄົນ
- ມສ ເຈົ້າອານຸວົງ 6 ຄົນ
- ມສ ລາວຫວຽດ 3 ຄົນ
- ສະຖາບັນປັດສະເຕີ້ລາວ 11 ຄົນ
- ເມືອງນາຊາຍທອງ, ບ້ານປາກແຮດ 6 ຄົນ
- ເມືອງຈັນທະບູລີ, ບ້ານຫ້ວຍຫົງ 2 ຄົນ
- ໂຮງງານຕັດຫຍິບກຽນວິໄລ 3 ຄົນ
- ໂຮງງານອານພິລາວ 54 ຄົນ
- ສູນຫຼັກ 27 ມີ 26 ຄົນ (ສຳຜັດໃກ້ຊິດກັບໂຮງງານອານພິລາວ)
- ຈຸດເກັບຕົວຢ່າງສີເກີດ 60 ຄົນ
- ເມືອງໄຊທານີ 14 ຄົນ
- ເຫຼືອນັ້ນ ທີມງານກຳລັງເກັບກຳຂໍ້ມູນລະອຽດ ຈະລາຍງານໃຫ້ບັນດາທ່ານຊາບຕື່ມພາຍຫຼັງ
- ຄຳມ່ວນ 152 ຄົນ: ມາຈາກກຳມະກອນບໍລິສັດ ຄ້າຍຢວນ (ໃນນັ້ນ ເກືອບ 90 ເປີເຊັນ ແມ່ນ ກຳມະກອນຄົນລາວ)
- ຈໍາປາສັກ 59 ຄົນ:
- ປາກເຊ 38 ຄົນ, ບາຈຽງ 10 ຄົນ, ປະທຸມພອນ 10 ຄົນ (ທະຫານ 5 ຄົນ) ແລະ ຊະນະສົມບູນ 1 ຄົນ
- ເມືອງໂຂງ 1 ຄົນ (ແຮງງານຢູ່ສູນເມືອງ)
- ຫຼວງພະບາງ 35 ຄົນ: ເມືອງງອຍ 17 ຄົນ, ນ້ຳບາກ 14 ຄົນ, ນານ 3 ຄົນ ແລະ
ຈອມເພັດ 1 ຄົນ
- ແຂວງວຽງຈັນ 13 ຄົນ:
- ເມືອງໂພນໂຮງ ມີ 12 ກໍລະນີ, ຊື່ງທັງໜົດ ແມ່ນມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ໂດຍສະເພາະ ຮ່ວມງານເຮືອນດີ
- ບ້ານນາຊູ ມີ 05 ກໍລະນີ
- ວັດບ້ານນາຊູ ມີ 01 ກໍລະນີ
- ບ້ານໂພນຂາມ 2 ກໍລະນີ ແລະ ບ້ານໂພນໂຮງ 02 ກໍລະນີ
- ບ້ານນາໂພເໜຶອ 01 ກໍລະນີ ແລະ ບ້ານສ້າງໃຫ່ຍ 01 ກໍລະນີ
- ເມືອງທຸລະຄົມ ມີ 01 ກໍລະນີ (ບ້ານໂພນແຮ່)
- ບໍ່ແກ້ວ 11 ຄົນ: ບ້ານ ພຽງງາມ 09 ຄົນ, ບ້ານຄວ້ານ 01 ຄົນ ເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດ 01 ຄົນ
- ບໍລິຄໍາໄຊ 7 ຄົນ:
- ບ້ານໂພນຈະເລີນ, ເມືອງປາກກະດີງ ມີ 07 ກໍລະນີ, ທັງໝົດເຮັດວຽກຢູ່ເຂື່ອນໄຟຟ້ານ້ຳເທີນ 1 ແລະ ພັກຢູ່ຫໍພັກຂອງເຂື່ອນດັ່ງກ່າວ (ອາຊີບເປັນແມ່ຄົວ ມີ 02 ກໍລະນີ, ສັນຊາດ ລາວ 01, ແລະ ສັນຊາດ ຈີນ 01 ຄົນ); ກໍາມະກອນ ມິ 05 ກໍລະນີ (ສັນຊາດ ລາວ 01 ຄົນ; ແລະ ສັນຊາດ ຈີນ 04 ຄົນ)
- ສາລະວັນ 7 ຄົນ
- ສະຫວັນນະເຂດ 5 ຄົນ:
- ພະນັກງານເອຄອນ ມີ 02 ກໍລະນີ; ບ້ານໂພນທັນ, ເມືອງໄຊບູລີ ແລະ ບ້ານຍາງສູງ, ນະຄອນໄກສອນ
- ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ, ທັງສອງຄົນອາຊີບເປັນຊິບປີງ, ແລ່ນເອກະສານຢູ່ແດນສະຫວັນ
- ບ້ານວົງພັນສີ, ເມືອງອຸທຸມພອນ ມີ 01 ກໍລະນີ, ຊື່ງພົວພັນກັບຜູ້ຕິດເຊື້ອຢູ່ບ້ານດຽວກັນໃນໄລຍະຜ່ານມາ ແລະ ໄດ້ລາຍງານໃນວັນທີ 23 ກັນຍາ 2021.
- ໄຊສົມບູນ 3 ຄົນ:
- ບ້ານຊຽງຄົງ, ເມືອງທ່າໂທມ ມີ 02 ກໍລະນີ (ເປັນສາມີ-ພັນລະຍາ) ໄດ້ໄປສົ່ງສະການພໍ່ຕູ້ຢູ່ບ້ານຖໍ້າດິນ, ເມືອງລ້ອງຊານ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ງານເຮືອນດີ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021
- ບ້ານວັງໄຮ່, ເມືອງທ່າໂທມ ມີ 01 ກໍລະນີ ໄດ້ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ (ເປັນໝູ່ ເຮັດວຽກຢູ່ໂຮງງານອານພີລາວ)
- ຫລວງນໍ້າທາ 3 ຄົນ: ຄົນລາວ 1 ຄົນ ແລະ ຄົນຈີນ 2 ຄົນ (ມາຈາກ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ)
- ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
- ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22,441 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,271 ຄົນ.
- ປັດຈຸບັນແຂວງຕ່າງໆມີບ້ານແດງ ດັ່ງນີ້:
- ນະຄອນຫຼວງວຽງຈັນ ມີ 95 ບ້ານ ໃນ 8 ເມືອງ
- ຄໍາມ່ວນ ມີ 55 ບ້ານ ໃນ 6 ເມືອງ
- ຈໍາປາສັກ ມີ 39 ບ້ານໃນ 6 ເມືອງ
- ສະຫວັນນະເຂດ ມີ 21 ບ້ານ ໃນ 5 ເມືອງ
- ແຂວງວຽງຈັນ 13 ບ້ານ ໃນ 4 ເມືອງ
- ຫຼວງພະບາງ 7 ບ້ານ ໃນ 3 ເມືອງ
- ສາລະວັນ 5 ບ້ານ ໃນ 2 ເມືອງ
- ບໍ່ແກ້ວ 3 ບ້ານໃນ 1 ເມືອງ
- ບໍລິຄໍາໄຊ 2 ບ້ານ ໃນ 1 ເມືອງ
- ຊຽງຂວາງ 1 ບ້ານໃນ 1 ເມືອງ
- ໄຊສົມບູນ 1 ບ້ານ ໃນ 1 ເມືອງ
- ບ້ານໃໝ່ທີ່ກໍານົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 12 ບ້ານ ໃນ 6 ເມືອງ:
- ເມືອງໄຊເສດຖາ: ບ້ານໂນນສະຫວັນ
- ເມືອງສີສັດຕະນາກ: ບ້ານສະພານທອງເໜືອ
- ເມືອງສີໂຄດຕະບອງ: ບ້ານຈຳປາ ແລະ ໜອງໜ້ຽວ
- ເມືອງນາຊາຍທອງ: ບ້ານນ້ຳກ້ຽງ, ເປິກ, ນ້ຳຫຸມ, ຫຸມແບ່ງ, ນາຊັບ, ບ້ານອີໄລໃຕ້
- ເມືອງໄຊທານີ: ບ້ານສີວິໄລ
- ເມືອງຫາດຊາຍຟອງ: ບ້ານກາງ
- ບ້ານໃໝ່ທີ່ກໍານົດເປັນເຂດແດງ ໃນແຂວງສະຫັວນນະເຂດ ມີ 2 ບ້ານ ໃນ 2 ເມືອງ: ນະຄອນໄກສອນ: ບ້ານໂພໄຊ ແລະ ເມືອງ ອຸທຸມພອນ: ບ້ານ ຈະເລີນສຸກ
- ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ:
- ຈຸດເກັບຕົວຢ່າງຄົງທີ່ ປະກອບມີ:
- ຈຸດເກັບຕົວຢ່າງ ສະໝານກິລາໃນຮົ່ມ ບຶງຂະຫຍອງ
- ຈຸດເກັບຕົວຢ່າງ ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
- ຈຸດເກັບຕົວຢ່າງ ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
- ສາທາເມືອງນາຊາຍທອງ (ຢູ່ ບ້ານ ຫ້ວຍນ້ຳເຢັນ ຮອດວັນພຸດ)
- ນອກຈາກນີ້ ຍັງມີບັນດາໂຮງໝໍສູນກາງ
- ທິມເກັບຕົວຢ່າງເຄື່ອນທີ່:
- ທິມເຄື່ອນທີ່ຂອງ ເມືອງ ໄຊທານີ ເຄື່ອນທີ່ຕາມຈຸດທີ່ມີການລະບາດ ພາຍໃນເມືອງ,
- ເມືອງ ສີສັດຕະນາກ ທີມເຄື່ອນທີ່ຕາມຈຸດທີ່ມີການລະບາດ
- ເມືອງນາຊາຍທອງ ມີທິມເຄື່ອນໄປເກັບຕາມສູນຈຳກັດບໍລິເວນພາຍໃນເມືອງຕື່ມອີກ,
- ເມືອງສີໂຄດຕະບອງ ມີທີມເຄື່ອນທີ່ໄປຕາມເຂດທີ່ມີການລະບາເຊັ່ນກັນ
- ທິມເຄື່ອນທີ່ຂອງ ນະຄອນຫຼວງ 2 ທິມ ເຄື່ອນທີໄປຊ່ວຍທຸກເມືອງເກັບຕົວຢ່າງຢູ່ບ່ອນທີ່ມີການລະບາດ
- ທຸກທີມແມ່ນໃຫ້ບໍລິການບັນດາທ່ານທຸກວັນຕອນເຊົ້າ 9:00–11:30 ໂມງ (ວັນຈັນ ຫາ ວັນອາທິດ) ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
- ສຳລັບບັນດາແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.
- ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
- ວັນທີ 26 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 730 ຄົນ.
- ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 118 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 8,452 ຄົນ.
- ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ:
- ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ ກໍລະນີຢັ້ງຢືນຕິດເຊື້ອທັງ
ໝົດ 232,576,506 (322,541 ໃໝ່), ເສຍຊິວິດທັງໝົດ 4,761,482 (4,852 ໃໝ່), ປີ່ນປົວຫາຍດີ 209,190,907 (329,003 ໃໝ່). ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.
- ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ:
ປະເທດທີ່ລາຍງານຜູ້ຕິດເຊື້ອຫຼາຍກ່ວາໝູ່ແມ່ນ ປະເທດໄທ ເຊິ່ງມີຜູ້ຕິດເຊື້ອໃໝ່ 12,353 ຄົນ ແລະ ເສຍຊີວິດໃນມື້ດຽວ 125 ຄົນ. ຮອງລົງມາແມ່ນ
ສສ ຫວຽດນາມ ມີລາຍງານຜູ້ຕິດເຊື້ອໃໝ່ 10,011 ຄົນ ແລະ ເສຍຊີວິດໃນມື້ດຽວ 184 ຄົນ.
- ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
- ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປລາວ ເຫັນວ່າ ການຕິດເຊື້ອໃນຊຸມຊົນເພີ້ມຂື້ນຢ່າງຕໍ່ເນື່ອງໃນແຕ່ລະວັນ ໝາຍວ່າ ທຸກຄົນ ແມ່ນມີຄວາມສ່ຽງສູງ ແລະ ສາມາດຕິດເຊື້ອພະຍາດນີ້ໄດ້ທຸກເວລາ ຖ້າຫາກບັນດາທ່ານ ຍັງບໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນຕ່າງໆ ວາງອອກເຊັ່ນ: ຫ້າມບໍ່ໃຫ້ອອກຈາກເຮືອນ, ຫ້າມຊຸມແຊວກັນເປັນກຸ່ມ… ;
- ຖ້າຫາກທ່ານ ຮູ້ວ່າ ທ່ານຢູ່ໃນກຸ່ມສ່ຽງ ຫຼື ເປັນກຸ່ມສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ໃຫ້ທ່ານແຍກໂຕເອງອອກຈາກຄົນອ້ອມຂ້າງທັນທີ ພ້ອມທັງ ຮີບຮ້ອນໄປກວດຫາເຊື້ອ, ໃນໄລຍະລໍຖ້າຜົນກວດ ຫຼື ຜົນກວດອອກມາວ່າ ທ່ານຕິດເຊື້ອ ກໍ່ຂໍໃຫ້ທ່ານ ມີຄວາມທຸ່ນທ່ຽງ, ສະຫງົບທາງຈິດໃຈ, ບໍ່ໃຫ້ກັງວົນເກີດເຫດ ເນື່ອງຈາກປັດຈຸບັນ ມີຈຳນວນຄົນຕິດເຊື້ອຫຼາຍ ທີ່ຈະຕ້ອງໄດ້ຮັບການປິ່ນປົວ. ດັ່ງນັ້ນ, ທາງທີມງານແພດເຮົາ ກໍ່ຈະຕ້ອງໄດ້ປະສານງານກັບສະຖານທີ່ຕ່າງໆ ເພື່ອຮັບຄົນເຈັບເຂົ້ານອນ, ພ້ອມດຽວກັນນັ້ນ ກໍ່ຮັບປະກັນບໍ່ໃຫ້ມີການຕິດເຊື້ອໃສ່ບຸກຄະລາກອນແພດ. ດັ່ງນັ້ນ, ແມ່ນໃຫ້ທ່ານສືບຕໍ່ຈຳກັດບໍລິເວນຢ່າງເຄັ່ງຄັດ ຈົນກວ່າຈະມີທີມງານແພດມາຮັບທ່ານຢູ່ເຮືອນ;
- ສຳລັບ ທ່ານທີ່ເປັນຜູ້ສຳຜັດໃກ້ຊິດ ເຖິງຜົນກວດອອກມາບໍ່ພົບເຊື້ອກໍ່ຕາມ ຍັງຈຳເປັນຕ້ອງຈໍາກັດບໍລິເວນຕົນເອງຈົນຄົບ 14 ວັນ, ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ໃຫ້ໂທປຶກສາສາຍດ່ວນ ທັນທີ ຫຼື ໄປສະຖານບໍລິການສາທາລະນະສຸກທີ່ໃກ້ທີ່ສຸດ. ໝັ່ນຕິດຕາມອຸນຫະພູມຂອງຕົນເອງ, ຖ້າມີອາການໄຂ້, ໄອ, ດັງບໍ່ໄດ້ກີ່ນ, ຫາຍໃຈຍາກ ແມ່ນໃຫ້ໂທສອບຖາມສາຍດ່ວນ 165/166 ຫຼື ໄປພົບແພດທັນທີ;
- ບັນຫາສຳຄັນ ປັດຈຸບັນ ສັງເກດເຫັນວ່າ ມີກຸ່ມຄົນເປັນຈໍານວນໜຶ່ງ ຍັງອອກໄປເຄື່ອນໄຫວກິດຈະກຳຢູ່ນອກບ້ານ ໂດຍທີ່ບໍ່ມີຄວາມຈຳເປັນ ເຊິ່ງທ່ານອາດນຳເອົາຕົນເອງເຂົ້າໄປຫາຄວາມສ່ຽງໄດ້ເຊັ່ນດຽວກັນ ເພາະ ປັດຈຸບັນ ຄວາມສ່ຽງແມ່ນມີຢູ່ທຸກບ່ອນ. ສະນັ້ນ, ການລ໋ອກດາວ ປິດເມືອງ ນີ້ ກໍ່ແມ່ນເພື່ອ:
- ປ້ອງກັນບໍ່ໃຫ້ການລະບາດແຜ່ລາມອອກສູ່ວົງກວ້າງໃນຊຸມຊົນ
- ຮັກສາສຸຂະພາບ ແລະ ຊີວິດຂອງທ່ານ ແລະ ບໍ່ນຳເອົາເຊື້ອຈາກນອກເຮືອນເຂົ້າມາສູ່ຄອບຄົວ ໂດຍສະເພາະ ຜູ້ສູງອາຍຸ ກໍ່ຄື ພໍ່ແມ່, ພໍ່ເຖົ້າ, ແມ່ເຖົ້າ, ພໍ່ປູ່, ແມ່ຍ່າ ເຊິ່ງເຂົາເຈົ້າເຫຼົ່ານັ້ນ ສ່ວນຫຼາຍ ກໍ່ແມ່ນມີພະຍາດປະຈຳໂຕ. ດ່ັງນັ້້ນ, ຈຶ່ງມີຄວາມສ່ຽງສູງຕໍ່ການຕິດເຊື້ອ, ເກີດອາການໜັກ ແລະ ເສຍຊີວິດໄດ້
- ຫລຸດຜ່ອນຄວາມແອອັດ ຢູ່ສະຖານທີ່ຈຳກັດບໍລິເວນ ແລະ ສະຖານທີ່ປິ່ນປົວ.
- ດັ່ງນັ້ນ, ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຄົນ ໃຫ້ຢູ່ກັບບ້ານ, ໃຫ້ຢູ່ກັບເຮືອນ, ຖ້າອອກໄປ ກໍ່ແມ່ນເພື່ອໄປຊື້ເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ, ອາດຈະ 1-2 ຄັ້ງ/ອາທິດ ເທົ່ານັ້ນ ຫຼື ເຈັບເປັນ ຈະຕ້ອງໄດ້ໄປຫາແພດ;
- ຖ້າທຸກພາກສ່ວນໃນສັງຄົມ ຫາກຍັງບໍ່ກັນປະຕິບັດ ມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ກໍ່ຈະເຮັດໃຫ້ການລະບາດຂະຫຍາຍສູ່ວົງກວ້າງ, ແກ່ຍາວ, ຈະກັບມາຫາທ່ານເອງ ແລະ ຄົນໃນຄອບຄົວ ແລະ ໂອກາດທີ່ຈະກັບຄືນມາໃຊ້ມາດຕະການຜ່ອນຜັນ ກໍ່ຈະແກ່ຍາວໄປອີກ ເຊິ່ງເປັນສິ່ງທີ່ທຸກຄົນບໍ່ເພິ່ງປາດຖະໜາ;
- ເພື່ອຊອກຄົ້ນຫາພະຍາດໃຫ້ໄດ້ໄວທີ່ສຸດ, ກະຊວງສາທາລະນະສຸກ ຈຶ່ງໄດ້ອະນຸມັດ ໃຫ້ນໍາໃຊ້ ຊຸດກວດແບບໄວ, ໂດຍໄດ້ນຳໃຊ້ຕາມທີ່ອົງການອະນາໄມໂລກຮອງຮັບໃນເຫດການພາວະສຸກເສີນເທົ່ານັ້ນ ແລະ ໃຊ້ສະເພາະໃນສະຖານທີ່ບໍລິການສາທາລະນະສຸກ ທີ່ແພດໄດ້ຮັບການຝຶກອົບຮົມ. ປັດຈຸບັນ ມີຫຼາຍພາກສ່ວນ ໄດ້ສວຍໂອກາດ ອອກມາໂຄສະນາຂາຍ ໂດຍສະເພາະໃນສື່ສັງຄົມອອນລາຍຕ່າງໆ, ເຊິ່ງການນຳໃຊ້ນັ້ນ ຕ້ອງໄດ້ຄຳນຶງເຖິງຄຸນນະພາບ ແລະ ປະສິດຕິພາບ ອີກດ້ວຍ ເພາະອາດຈະໃຫ້ຜົນລົບປອມໄດ້. ພ້ອມດຽວກັນນັ້ນ ການນຳໃຊ້ຊຸດເຄື່ອງກວດ ທີ່ບໍ່ໄດ້ຮັບການອະນຸມັດຈາກກະຊວງສາທາລະນະສຸກ ຖືວ່າ ເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍ ເພາະ ຊຸດກວດທີ່ນໍາມາຂາຍອາດເປັນຂອງປອມ, ບໍ່ໄດ້ມາດຕາຖານ ແລະ ທີ່ສໍາຄັນທີ່ສຸດ ການເກັບມ້ຽນສິ່ງເສດເຫຼືອ-ຂີ້ເຫຍື້ອ ຈາກການນໍາໃຊ້ຊຸດກວດແບບໄວ້ນີ້ ແມ່ນຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດ ຖ້າເຮັດບໍ່ຖືກຕ້ອງມັນຈະແຜ່ເຊື້ອໄປສູ່ຄົນອ້ອມຂ້າງຕື່ມອີກ;
- ອີກວິທີນື່ງດີທີ່ສຸດ ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນການຕິດເຊື້ອນັ້ນ ກໍ່ຄື ການໄດ້ຮັບວັກຊີນ ເພື່ອສ້າງພູມຄຸມໃຫ້ແກ່ຕົວທ່ານເອງ ກໍ່ຄື ພູມຄຸ້ມກັນໝູ່, ສາມາດຊ່ວຍຫຼຸດຜ່ອນຄວາມຮຸນແຮງຂອງການເຈັບເປັນ ແລະ ການເສຍຊີວິດ.
- ການສັກວັກຊິນ ແມ່ນໄດ້ສຶບຕໍ່ໃຫ້ບໍລິການ ຈຸດທີ 1) ຢູ່ ສູນການຄ້າລາວໄອເຕັກ, 2) ໂຮງໝໍເມືອງ 9 ຕົວເມືອງ, 3) ຢູ່ວັດຈີນ ບ້ານດົງປາແລບ (ຈັນ ເຖິງ ສຸກ) ແລະ ຍັງມີທີມເຄື່ອນທີ່ໃຫ້ບໍລິການໃນເຂດທີ່ມີການລະບາດ. ມາຮອດປະຈຸບັນທົ່ວປະເທດແມ່ນສາມາດວັກວັກຊີນໄດ້:
- ເຂັມທີ 1 ໄດ້: 2,929,620 ເຂັມ ອັດຕາປົກຄຸມ 92 %
- ທຸກເຂັມທີ່ແນະນໍາ ໄດ້: 2,012,302 ອັດຕາປົກຄຸມ 42 %
- ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ແລະ ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ສາມັກຄີກັນ ຢູ່ບ້ານເພື່ອຊາດ ພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວພ້ອມກັນຜ່ານຜ່າວິກິດການລະບາດຂອງພະຍາດ COVID-19 ໄປດ້ວຍດີ.