ຕອນເຊົ້າວັນທີ 28 ມິຖຸນາ 2021, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ
ສປປ ລາວ ມາຮອດວັນທີ 27 ມິຖຸນາ 2021 :
• ໄດ້ກວດວິເຄາະທັງໝົດ 1,129 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 26 ຄົນ, ຈາກນະຄອນຫຼວງ 7 ຄົນ, ຈຳປາສັກ 8 ຄົນ, ສະຫວັນນະເຂດ 4 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ.
• ສຳລັບ ນະຄອນຫຼວງວຽງຈັນ 7 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ.
• ສ່ວນ ແຂວງສະຫວັນນະເຂດ 4 ຄົນ ແລະ ຈຳປາສັກ 8 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.
 ດັ່ງນັ້ນ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,076 ຄົນ ເນື່ອງຈາກ ສະພາບການລະບາດຂອງພະຍາດ ກາງເດືອນເມສາ 2021 ເຮັດໃຫ້ຈຳນວນຕົວຢ່າງທີ່ເກັບມາກວດທັງໝົດ ຈາກບັນດາແຂວງ ລວມທັງ ນະຄອນຫຼວງວຽງຈັນ ແມ່ນເພີ້ມຂຶ້ນຢ່າງຫຼວງຫຼາຍແບບກະທັນຫັນ, ຕົວຢ່າງທີ່ເກັບຈາກຜູ້ສຳພັດໃກ້ຊິດ/ກຸ່ມສ່ຽງ ແລະ ຜູ້ທີ່ນອນປິ່ນປົວແລ້ວເກັບຕົວຢ່າງ ມາກວດຄືນ ແມ່ນບໍ່ໄດ້ມີການລະບຸ ຫຼື ແຍກຕົວຢ່າງ ອອກຈາກກັນ ກ່ອນທີ່ຈະສົ່ງເຂົ້າມາ ຫ້ອງກວດວິເຄາະ ແລະ ຍັງມີບາງກໍລະນີ ແມ່ນມາເກັບຕົວຢ່າງກວດຊອກຫາເຊື້ອພະຍາດ COVID-19 2-3 ຄັ້ງ ພ້ອມທັງໃຫ້ຊື່ ແລະ ເບີໂທ ແຕກຕ່າງກັນ, ຈຶ່ງເຮັດໃຫ້ມີການບັນທຶກຂໍ້ມູນກໍລະນີຜູ້ຕິດເຊື້ອໃໝ່ ຊໍ້າຊ້ອນກັນ, ພາຍຫຼັງມີການທົບທວນຄືນ ຈື່ງໄດ້ມີການປັບປຸງ ແລະ ດັດແກ້ຂໍ້ມູນທັງໝົດຄືນໃໝ່ ໂດຍໄດ້ຕັດຈຳນວນລາຍຊື່ ທີ່ຊໍ້າຊ້ອນກັນ ແລະ ຈຳນວນຜູ້ທີ່ເປັນຄົນເຈັບນອນປິ່ນປົວມາກວດຄືນ ອອກຈາກຂໍ້ມູນຜູ້ຕິດເຊື້ອໃໝ່.
 ປະຈຸບັນ ແມ່ນບໍ່ມີການເສຍຊີວິດໃໝ່ ແລະ ກໍາລັງປິ່ນປົວ ທັງໝົດ 124 ຄົນ.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
• ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 49 ສູນ ແລະ ມີຜູ້ຈຳກັດບໍລິເວນ 3,756 ຄົນ.
 ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:
– ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ
– ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ)
– ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່
• ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 12 ບ້ານ ໃນ 05 ເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊທານີ, ສີໂຄດຕະບອງ ແລະ ໄຊເສດຖາ.
– ສຳລັບ ບ້ານໃໝ່ທີ່ຖືກກຳນົດເປັນເຂດແດງ ປະຈຳວັນທີ 28 ມິຖຸນາ 2021 ມີ 1 ບ້ານ ຄື: ບ້ານສີເກີດ, ເມືອງນາຊາຍທອງ
– ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ ປະຈຳວັນທີ 28 ມິຖຸນາ 2021 (ບໍ່ມີ)
• ປະຈຸບັນນີ້ ລັດຖະບານໃນຫຼາຍໆປະເທດແມ່ນກຳລັງເລັ່ງລັດ, ຈັດຫາວັກຊີນປ້ອງກັນພະຍາດໂຄວິດ-19 ເພື່ອສັກໃຫ້ປະຊາຊົນຂອງປະເທດຂອງຕົນ ເພື່ອຫຼຸດຜ່ອນການແຜ່ເຊື້ອໃນປະເທດ ກໍ່ຄື ການຄົ້ນຄວ້າ ບັນດາມາດຕະການ ກັບຄືນສູ່ສະພາວະປົກກະຕິ ເພື່ອຫຼຸດ
ຜ່ອນຜົນກະທົບ ທາງດ້ານເສດຖະກິດໃຫ້ໜ້ອຍລົງ, ສາມາດເປີດປະເທດ ເພື່ອຮອງຮັບການເດີນທາງເຂົ້າ-ອອກປະເທດ ບົນພື້ນຖານ ຮັບປະກັນຄວາມປອດໄພຕາມລະບຽບສາກົນທາງດ້ານສາທາລະນະສຸກ ທີ່ແຕ່ລະປະເທດໄດ້ລົງນາມ;
• ສຳລັບ ສປປ ລາວ ປະຊາຊົນ ລວມທັງ ພະນັກງານ,ທະຫານ, ຕຳຫຼວດ ແມ່ນຕື່ນຕົວ ໄປສັກຢາວັກຊີນ ຢ່າງເປັນຂະບວນຝົດຟື້ນ ເຊິ່ງເປັນສັນຍານທີ່ດີ ສຳລັບປະເທດຂອງພວກເຮົາ. ມາຮອດປະຈຸບັນ ສປປ ລາວ ໄດ້ຮັບວັກຊີນຈາກຫຼາຍພາກສ່ວນ ເຊິ່ງມີ 4 ຊະນິດທີ່ໄດ້ສັກໃຫ້ແກ່ປະຊາຊົນ. ມື້ນີ້ ຂ້າພະເຈົ້າຈະມາໃຫ້ຂໍ້ມູນກ່ຽວກັບ ວັກຊີນຊະນິດຕ່າງໆ ໂດຍຫຍໍ້ ເພື່ອໃຫ້ທ່ານຜູ້ຊົມ ແລະ ຜູ້ຟັງ ເຂົ້າໃຈເຖິງຂໍ້ມູນພື້ນຖານ ຂອງແຕ່ລະວັກຊີນ ທີ່ກຳລັງຖືກນຳໃຊ້ ຫຼື ອາດຈະໄດ້ໃຊ້ໃນອະນາຄົດ ແຕ່ທັງໝົດນີ້ ແມ່ນໄດ້ຜ່ານການຮັບຮອງຈາກອົງການອະນາໄມໂລກ ກ່ອນຈະຮັບເຂົ້າມາ ແລະ ສັກໃຫ້ແກ່ສັງຄົມ. ວັກຊີນທີ່ຈະນຳສະເໜີໃນມື້ນີ້ ມີຢູ່ 7 ຊະນິດ, ດ່ັງຕໍ່ໄປນີ້:
– Sinopharm: ວິທີການຜະລິດ ແມ່ນນຳໃຊ້ inactivated (ເຊືີື້ອທີ່ຕາຍແລ້ວ ຫຼື ອ່ອນເພຍ ບໍ່ສາມາດກໍ່ໃຫ້ເກີດພະຍາດໄດ້) ມາຜະລິດເປັນວັກຊີນ, ເປັນວັກຊີນຂອງ ສປ ຈີນ ໄດ້ນຳໃຊ້ເຂົ້າຫຼາຍໃນປະເທດ ລວມທັງ ສປປ ລາວ ແລະ ສປ ຈີນ ເຊິ່ງໄດ້ຮັບຜົນດີ ແລະ ຜົນຂ້າງຄຽງໜ້ອຍ ພ້ອມກັນນັ້ນ ຍັງຖືກຮັບຮອງຈາກອົງການອະນາໄມໂລກ (ສປປ ລາວເຮົາ ໄດ້ຮັບການຊ່ວຍເຫຼືອ ຈຳນວນ 1,373,999 ໂດສ).
– Pfizer: ວິທີການຜະລິດແມ່ນນຳໃຊ້ mRNA (ພັນທຸກຳຂອງໜາມຈາກເຊື້ອໄວຣັສໂຄວິດ-19), ເຊິ່ງຜະລິດຮ່ວມກັນ ໂດຍ ບໍລິສັດໄຟເຊີ້ ສະຫະລັດອາເມລິກາ ແລະ ບໍລິສັດBioNtech ເຢຍລະມັນ, ໄດ້ຖືກນຳໃຊ້ໃນຫຼາຍປະເທດ ຄື: ສະຫະລັດອາເມຣິກາ ແລະ ອີຢູ, ເປັນວັກຊີນໃນໂຄງການ COVAX Facility ເຊິ່ງ ສປປ ລາວໄດ້ຮັບການຊ່ວຍເຫຼືອວັກຊີນດັ່ງກ່າວ ຈຳນວນ 100,620 ໂດສ;
– AstraZeneca: ນຳໃຊ້ Adenovirus ເຂົ້າໃນການຜະລິດວັກຊີນ ໂດຍມະຫາວິທະຍາ
ໄລອັງກິດ ຮ່ວມມືກັບບໍລິສັດ AstraZeneca ຖືກນຳໃຊ້ໃນຫຼາຍປະເທດ, ສຳລັບ ສປປ ລາວເຮົາ ໄດ້ຮັບການຊ່ວຍເຫຼືອວັກຊີນດັ່ງກ່າວ ຈຳນວນ 103,690 ໂດສ;
– Sputnik V: ນຳໃຊ້ Adenovirus ໃນການຜະລິດ ເຊິ່ງ ພັດທະນາໂດຍ ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ Gamaleya ຂອງ ສ ຣັດເຊຍ, ສຳລັບ ສປປ ລາວ ໄດ້ຮັບການຊ່ວຍເຫຼືອວັກຊີນດັ່ງກ່າວ ຈຳນວນ 1,000 ໂດສ;
– Moderna: ນຳໃຊ້ mRNA (ພັນທຸກຳ) ເຂົ້າໃນການຜະລິດວັກຊີນ, ເປັນວັກຊີນ ທີ່ຢູ່ໃນໂຄງການ COVAX Facility ແລະ ຖືກນຳໃຊ້ຢູ່ໃນຫຼາຍປະເທດ;
– Johnson & Johnson: ນຳໃຊ້ Adenovirus ເຂົ້າໃນການຜະລິດວັກຊີນ;
– Sinovac: ນຳໃຊ້ inactivated (ເຊືີື້ອທີ່ຕາຍແລ້ວ ຫຼື ອ່ອນເພຍ ບໍ່ສາມາດກໍ່ໃຫ້ເກີດພະຍາດໄດ້) ເຂົ້າໃນການຜະລິດວັກຊີນ, ໂດຍ ສປ ຈີນ
• ຖ້າມີຂໍ້ມູນໃໝ່ ກ່ຽວກັບວັກຊີນ ທີ່ ສປປ ລາວເຮົາ ມີແຜນຈະໄດ້ນຳໃຊ້ ຂ້າພະເຈົ້າ ກໍ່ຈະນຳສະເໜີ ໃນຕໍ່ໜ້າ. ໃນເດືອນກໍລະກົດທີ່ຈະມາເຖິງນີ້ ພັກ ແລະ ລັດຖະບານ ກໍ່ຄື ຄະນະສະເພາະກິດ ມີແຜນທີ່ຈະຮັບວັກຊີນຈາກ COVAX Facility ຈຳນວນ 132,000 ໂດສ ແລະ ມີແຜນ ຈະໄດ້ຮັບຕື່ມອີກໃນທ້າຍເດືອນກໍລະກົດ;
• ມາຮອດປະຈຸບັນນີ້ການລະບາດຂອງພະຍາດໂຄວິດ-19 ຍັງບໍ່ມີທ່າອ່ຽງທີ່ຈະຢຸດຕິລົງເທື່ອ ຫຼາຍປະເທດແມ່ນພົບພໍ້ກັບການປະກົດຕົວຂອງສາຍພັນໃໝ່ ແລະ ບວກໃສ່ອັດຕາການສັກຢາໃນຫຼາຍປະເທດແມ່ນຍັງບໍ່ທັນກວມເຖິງ ເຄິ່ງໝຶ່ງຂອງປະຊາກອນຂອງປະເທດຕົນເອງ. ດັ່ງນັ້ນ, ຈຶ່ງເປັນສາເຫດເຮັດໃຫ້ມີການຕິດເຊື້ອໃໝ່ໃນຫຼາຍປະເທດ ໃນບັນດາທະວີບຕ່າງໆ ສົ່ງຜົນໃຫ້ຈະຕ້ອງໄດ້ເລື່ອນການປົດລ໋ອກຂອງປະເທດອອກໄປຕື່ມ;
• ດັ່ງນັ້ນ, ເຖິງວ່າ ປະຊາຊົນລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດ ພ້ອມທັງ ພະນັກງານ, ທະຫານ, ຕຳຫຼວດ ສ່ວນຫຼາຍ ແມ່ນໄດ້ຮັບການສັກວັກຊີນ ສຳລັບເຂັມທີ 1 ໄດ້ເຖິງ 884,428 ໂດສ ແລ້ວກໍ່ຕາມ ແຕ່ການຮັກສາໄລຍະຫ່າງທາງສັງຄົມ, ສວມໃສ່ຜ້າປິດ-ດັງ,
ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ ຍັງຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ;
Loading...