ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 5 ກັນຍາ 2021:
– ໄດ້ກວດວິເຄາະທັງໝົດ 2,479 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 125 ຄົນເຊິ່ງ ຕິດເຊື້ອໃນຊຸມຊົນ 50 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 75 ຄົນ ຈາກ ສະຫວັນນະເຂດ 46 ຄົນ, ຈໍາປາສັກ 15 ຄົນ, ສາລະວັນ 6 ຄົນ, ນະຄອນຫຼວງວຽງຈັນ 4 ຄົນ ແລະ ຄໍາມ່ວນ 4 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ບັນດາແຂວງ ເຊິ່ງແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:
• ຈໍາປາສັກ 16 ຄົນ: ທັງໝົດແມ່ນ ຈຸ້ມຂອງເມືອງ ປະທຸມພອນ, ໃນນັ້ນ ຈາກບ້ານສ້າງທ່ຽງ ນະຄອນປາກເຊ 1 ຄົນ
• ຄໍາມ່ວນ 15 ຄົນ:
– 14 ຄົນ (8 ຄົນ ຈາກຕະຫລາດຫຼັກ 2 ແລະ 6 ຄົນ ຈາກຕະຫລາດຫຼັກ 3)
– 1 ຄົນ ແມ່ນເຈົ້າໜ້າທີ່ຕຳຫລວດ ຄ້າຍຄຸມຂັງ
• ສະຫວັນນະເຂດ 8 ຄົນ:
– ເປັນພະນັກງານແພດປະຈໍາຢູ່ສູນຫຼັກ 9 ຈໍານວນ 04 ຄົນ ເຂົ້າມາປະຈໍາການວັນທີ 24 ສິງຫາ 2021 ເຊິ່ງເປັນທີມແພດ ມາຈາກເມືອງອາດສະພັງທອງ, (ທ່ານໝໍ 01 ຄົນ ແລະ ພະຍາບານ 02 ຄົນ) ແລະ ພະຍາບານຈາກ ເມືອງພິນ 01 ຄົນ.
– 04 ຄົນ ເຊິ່ງເປັນທີມງານແພດຈາກໂຮງໝໍສູນກາງ ທີ່ລົງໄປຊ່ວຍວຽກ ຢູ່ສະຖານທີ່ຄຸມຂັງ ແຂວງສະຫວັນະເຂດ
• ບໍ່ແກ້ວ 8 ຄົນ: ມາຈາກ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ (ຈີນ 6 ຄົນ, ພະມ້າ 01 ຄົນ ແລະ ລາວ 01 ຄົນ).
• ສາລະວັນ 2 ຄົນ: ລູກຊາຍຝາແຝດ ຊຶ່ງພໍ່ ແລະ ແມ່ຕິດເຊື້ອ ເປັນພະນັກງານໄອຍະການ ແຂວງສາລະວັນ ທີ່ໄດ້ລາຍງານໃນວັນທີ 5 ກັນຍາ 2021.
• ຫຼວງພະບາງ 1 ຄົນ: ເປັນເພດຊາຍ, ອາຊີບ: ກໍາມະກອນກໍ່ສ້າງທາງລົດໄຟ ຊື່ງຜູ້ກ່ຽວ ເດີນທາງມາຈາກເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ເດີນທາງກັບໄປຫລວງພະບາງ ແລ້ວຖືກນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ທາງແຂວງໄດ້ກຳນົດໄວ້.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,058 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,394 ຄົນ.
• ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 5 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,900 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 89 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 8,272 ຄົນ.