ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຖະແຫຼງຂ່າວ ປະຈໍາວັນອາທິດ ທີ 26 ກັນຍາ 2021, ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 4,816 ຕົວຢ່າງ, ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 292 ຄົນ ( ຊຸມຊົນ 280 ຄົນ, ເດີນທາງຈາກຕ່າງປະເທດ 12 ຄົນ), ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອກປະຈຸບັນແມ່ນ 21,819 ຄົນ, ເສຍຊີວິສະສົມ 16 ຄົນ, ຍັງສືບຕໍ່ປິ່ນປົວ 4,492 ຄົນ.
ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ 292 ຄົນ ມີດັ່ງນີ້:
• ການຕິດເຊື້ອໃນຊຸມຊົນມີຈຳນວນ 280 ຄົນ ຄື:
1. ນະຄອນຫຼວງວຽງຈັນ ແຍກຕາມ ແຫຼ່ງທີ່ມາຂອງການຕິດເຊື້ອໃນຊຸມຊົນ ທັງໝົດ 135 ຄົນລາຍລະອຽດມີດັ່ງນີ້:
– ພະນັກງານໂຮງງານ Trio : 63 ຄົນ
– ພະນັກງານສາງ DKSH: 1 ຄົນ
– ພະນັກງານທະຫານຕຳຫຼວດ: 3 ຄົນ (ຕຳຫຼວດ 2)
– ພະນັກງານໂຮງງານໂຮຢ້າ: 1 ຄົນ
– ພະນັກງານເດີນກອບແລັກວິວ: 1 ຄົນ
– ສ່ວນທີ່ເຫຼືອແມ່ນທີມງານກໍາລັງສັງລວມຂໍ້ມູນ 66 ຄົນ
2. ຄຳມ່ວນ 85 ຄົນ:
– ກຳມະກອນບໍລິສັດຄາຍຢວນ 83 ຄົນ
– ຊຸມຊົນທົ່ວໄປ 2 ຄົນ
3. ແຂວງວຽງຈັນ 16 ຄົນ:
– ເມືອງໂພນໂຮງ ມີ 10 ຄົນ (ບ້ານໂພນຫໍ ມີ 03 ຄົນ; ບ້ານໂພນແກ້ວ ມີ 02 ຄົນ; ບ້ານນາແພງ 1 ຄົນ, ບ້ານໂນນສະຫວາດ 1 ຄົນ, ນ້ຳລິນ 1 ຄົນ, ບ້ານຊ່າງໃຫ່ຍ 1 ຄົນ ແລະ ບ້ານນາໂພພະລາດ 1 ຄົນ)
– ເມືອງວັງວຽງ ມີ 03 ຄົນ (ບ້ານຂັ້ນໜາກ ມີ 02 ຄົນ ແລະ ບ້ານວຽງແກ້ວ ມີ 01 ຄົນ)
– ເມືອງວຽງຄຳ ມີ 03 ຄົນ (ບ້ານໂພນໝີ)
4.ສະຫວັນນະເຂດ 14 ຄົນ:
– ຄ້າຍຄຸມຂັງຫຼັກຫົກ 3 ຄົນ ( ພະນັກງານຕໍາຫລວດ 02 ຄົນ, ນັກໂທດ 1 ຄົນ)
– ນັກບວດ 61 ຄົນ (ເພດຊາຍ, ອາຍຸ 18 ປີ) ຢູ່ວັດໂພໄຊ, ນະຄອນໄກສອນ ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ
– ພະນັກງານແພດ ມີ 01 ຄົນ, ເຮັດວຽກຢູ່ເມືອງອາດສະພອນ ຊື່ງເຂົ້າປະຈໍາສູນຫຼັກ 9 ແລະ ຢູ່ຊ່ວງກັກໂຕພາຍຫຼັງອອກປະຈຳການ
– ພະນັກງານທະຫານຄ້າຍ 644, ບ້ານຈະເລີນສຸກ, ເມືອງອຸທຸມພອນ ທີ 01 ກໍລະນີ
– ຜູ້ປະຈຳຢູ່ ມສ ພິນ ຂື້ນກັບເມືອງອຸທຸມພອນ 06 ຄົນ: (ພະນັກງານຕໍາຫລວດ ມີ 03 ຄົນ, ນາຍບ້ານ ມີ 02 ຄົນ, ພະນັກງານປົກຄອງເມືອງ ມີ 1 ຄົນ)
– ປະຊາຊົນບ້ານວົງພັນສີ, ເມືອງອຸທຸມພອນ ມີ 02 ຄົນ (ເພດຊາຍ 41 ປີ ແລະ ເພດຍິງ 29 ປີ) ຊື່ງເປັນຄົນໃນຄອບຄົວຂອງພະນັກງານຕຳຫລວດ ທີ່ຕິດເຊື້ອຜ່ານມາ.
5.ຈຳປາສັກ 12 ຄົນ: ຊື່ງມາຈາກເມືອງປະທຸມພອນທີ່ເຄີຍລາຍງານຜ່ານມາ
6.ສາລະວັນ 7 ຄົນ:
– ບ້ານນາເຫຼັກ 04 ຄົນ, ຊື່ງມາຈາກຄອບຄົວຕິດເຊື້ອທີ່ ຜ່ານມາ,
– ບ້ານໂພນແກ້ວ ມີ 03 ຄົນ ຄອບຄົວດຽວກັນກັບພະນັກງານແພດກາຍຍະບຳບັດໂຮງໝໍແຂວງສາລະວັນ ທີ່ຕິດເຊື້ອຜ່ານມາ.
7.ບໍລິຄຳໄຊ 4 ຄົນ:
– ບ້ານຫ້ວຍໄຮ, ເມືອງປາກກະດີງ ມີ 03 ຄົນ (1, ເພດຍິງ ອາຍຸ 08 ປີ ອາຊີບນັກຮຽນ; 2. ເພດຍິງ ອາຍຸ 73 ປີ, 3. ເພດຊາຍ ອາຍຸ 37 ປີ ອາຊີບ ເຮັດນາ) ເປັນຄອບຄົວຜູ້ຕິດເຊື້ອຜ່ານມາ
– ບ້ານໄຊສະຫວ່າງ, ເມືອງທ່າພະບາດ ມີ 01 ກໍລະນີ (ເພດຍິງ, ອາຍຸ 30 ປີ, ອາຊີບ:ພະນັກງານທະຫານ)
8.ຫຼວງພະບາງ 3 ຄົນ: ທັງໝົດແມ່ນໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານດຽວກັນຊື່ງຢູ່ບ້ານ ໜອງຂຽວ, ເມືອງງອຍ.
9. ບໍ່ແກ້ວ 2 ຄົນ: ໃນເຂດເສດຖະກິດພິເສດ
10. ຫລວງນ້ຳທາ 1 ຄົນ: ບ້ານ ວຽງຄໍາ, ເມືອງນ້ຳທາ, ຜູ້ກ່ຽວ ກັບຄອບຄົວເດີນທາງຈາກຫຼວງນ້ຳທາໃນວັນທີ 17/09/2021 ມາແຂວງວຽງຈັນ ບ້ານໂພນໝີໃຕ້ ໃກ້ຕະຫຼາດ ເພື່ອສົ່ງສະການແມ່ເສຍຊີວິດ. ຢູ່ເຮືອນດີ ນັບແຕ່ວັນທີ 17/09/2021 ຮອດວັນທີ 22/09/2021 ເປັນເວລາ 06 ວັນ, ວັນທີ 24/09/2021 ເວລາ 9 ໂມງໄດ້ເຂົ້າໄປເກັບຕົວຢ່າງກວດໂຄວິດຢູ່ໂຮງໝໍແຂວງຄັ້ງທີ 1 ຜົນກວດບໍ່ຈະແຈ້ງ, ໄດ້ກັບມາເກັບຕົວຢ່າງອີກ ວັນທີ 25/09/2021 ແລ້ວໃຫ້ຜົນບວກ.
11. ອັດຕະປື 1 ຄົນ: ເພດຍິງ, ອາຍຸ 37 ປີ; ພະນັກງານຖະແຫຼງຂ່າວແຂວງ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກຳນົດໄວ້ຂອງແຂວງ.
• ສ່ວນການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 12 ຄົນ ຄື: ນະຄອນຫຼວງ 03 ຄົນ, ສະຫວັນນະເຂດ 05 ຄົນ, ຈຳປາສັກ 02 ຄົນ, ຄຳມ່ວນ 01 ຄົນ,ແລະ ອັດຕະປື 01 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ ແຂວງກຳນົດໄວ້ເປັນສະຖານທີ່ປິ່ນປົວຄົນເຈັບທີ່ຕິດເຊື້ອ
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19
➢ ສຳລັບຢູ່ບັນດາແຂວງແມ່ນທ່ານສາມາດໄປເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ19 ໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທາງຄະນະສະເພາະກິດກຳນົດຢູ່ພາຍໃນແຂວງ, ນອກຈາກຈຸດກວດຄົງທີ່ແລ້ວຖ້າຫາກມີການລະບາດໃນຊຸມຊົນທີມງານເຝົ້າລະວັງຂອງແຂວງກໍຈະມີການຊອກຄົ້ນຫາກໍລະນີຜູ້ຕິດເຊື້ອແບບບຸກໂດຍການເຄື່ອນທີ່ໄປເກັບຕົວຢ່າງ ຢູ່ສະຖານທີ່ ເຊິ່ງມີຜູ້ຕິດເຊື້ອໃໝ່ ແລະ ເຂດທີ່ມີການລະບາດໃນຊຸມຊົນ
• ສຳລັບຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
• ຈຸດກວດຄົງທີ່
– ສະໝານກິລາໃນຮົ່ມ ບຶງຂະຫຍອງ
– ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
ທຸກຈຸດກວດ ຄົງທີ່ແມ່ນໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ9:00-11:30 ໂມງ
ຈຳນວນບ້ານແດງຢູ່ໃນແຕ່ລະແຂວງ ທົ່ວປະເທດມີ 214 ບ້ານ, ຈາກ 10 ແຂວງ ແລະ 32 ເມືອງ
º ສຳລັບນະຄອນຫຼວງວຽງຈັນ ມີ 84 ບ້ານ ບ້ານ ທີ່ກໍານົດເປັນເຂດແດງໃໝ່ໃນ
ນະຄອນຫຼວງວຽງຈັນ ວັນທີ 25 ກັນຍາ 2001 ມີ 09 ບ້ານ ໃນ 5 ເມືອງ:
– ເມືອງໄຊທານີ 1: ບ້ານ ໄຮ່
– ເມືອງ ໄຊເຊດຖາ 1: ບ້ານ ໂພນທອງ
– ເມືອງ ສີໂຄດຕະບອງ 4: ບ້ານ ໃໝ່, ໜອງບຶກເໝືອ, ຫ້ວຍຫ້ອມ ແລະ ໂພນ ສະຫວາດໄຕ້
– ເມືອງ ນາຊາຍທອງ 2: ບ້ານ ໄຊມຸງຄຸນ ແລະ ຫົວຊ້າງ
– ເມືອງ ຫາດຊາຍຟອງ1 : ບ້ານ ສະຫ່ວາງ
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 25 ກັນຍາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈຳນວນ ທັງໝົດ 1,127 ຄົນ,
ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ນໍາ
ສົ່ງເຂົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລີເວນ ທີ່ຄະນະສະເພາະກິດກຳນົດໄວ້
ຈົນຄົບກຳນົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້ ,