ວັນທີ 02 ມັງກອນ 2022, ສປປລາວ ມີຜູ້ຕິດເຊື້ອໂຄວິດເພີ່ມໃໝ່ 684 ຄົນ ເສຍຊີວິດ 6 ຄົນ
ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ 19 ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 02 ມັງກອນ ປີ 2022
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 1 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.813 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 684 ຄົນ (ຕິດເຊື້ອພາຍໃນ ມີ 682 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 682 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
- ຫຼວງນໍ້າທາ 149 ຄົນ
- ນະຄອນຫຼວງ 122 ຄົນ
- ສາລະວັນ 101 ຄົນ
- ຜົ້ງສາລີ 97 ຄົນ
- ບໍລິຄໍາໄຊ 46 ຄົນ
- ຄໍາມ່ວນ 38 ຄົນ
- ບໍ່ແກ້ວ 21 ຄົນ
- ວຽງຈັນ 20 ຄົນ
- ໄຊຍະບູລີ 16 ຄົນ
- ຫົວພັນ 16 ຄົນ
- ຊຽງຂວາງ 12 ຄົນ
- ຈໍາປາສັກ 10 ຄົນ
- ສະຫັວນນະເຂດ 9 ຄົນ
- ອັດຕະປື 9 ຄົນ
- ຫຼວງພະບາງ 6 ຄົນ
- ເຊກອງ 6 ຄົນ
- ໄຊສົມບູນ 4 ຄົນ
- ສ່ວນກໍລະນີນຳເຂົ້າ 2 ຄົນ ຈາກແຂວງສະຫວັນນະເຂດ.
- ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 767 ກໍລະນີ, ອອກໂຮງໝໍວານນີ້ 297 ຄົນ ແລະ ກຳລັງປິ່ນປົວ 9.122 ຄົນ ແລະ ເສຍຊີວິດສະສົມທັງໝົດ 380 ຄົນ (ເສຍຊີວິດໃໝ່ 06 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 06 ຄົນ ຈາກ: ນະຄອນຫຼວງ 2 ຄົນ, ແຂວງອຸດົມໄຊ 2 ຄົນ ແລະ ຫຼວງພະບາງ 2 ຄົນ.
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
- ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
- ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
- ຈຸດກວດຄົງທີ່
– ສຳລັບ ມສ ເຈົ້າອານຸວົງ ຈະໄດ້ໂຈະໃຫ້ບໍລິການບັນດາທ່ານຊົ່ວຄາວ ໃນວັນເສົາ ແລະ ວັນອາທິດນີ້
ຖ້າຫາກທ່ານມີອາການ ສາມາດໄປກວດໄດ້ທີ່ໂຮງໝໍມິດຕະພາບ, ໂຮງສູນກາງ 103 ກອງທັບ ແລະ ໂຮງໝໍເຊດຖາທິຣາດ ໄດ້.
- ໜ່ວຍກວດເຄື່ອນທີ່:
- ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
- ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
- ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
- ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
- ໂຮງໝໍເມືອງ 9 ຕົວເມືອງ
- ວັດຈີນ ດົງປາແຫຼບ (ວັນຈັນ - ສຸກ)
- ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
- ສະພາບການຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:
- ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 653.908 (1.176.916 ໃໝ່)
- ເສຍຊິວິດທັງໝົດ 456.818 (3.817 ໃໝ່)
- ປີ່ນປົວຫາຍດີ 111.837 (422.031 ໃໝ່).
3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
- 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ເຫັນວ່າ ສສ ຫວຽດນາມ ຍັງມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 835 ຄົນ ເສຍຊີວິດ 216, ຖັດລົງມາ ແມ່ນ ໄທ ຕິດເຊື້ອໃໝ່ 3.011 ຄົນ ເສຍຊີວິດ 10 ຄົນ.
ລ/ດ
|
ປະເທດ | ກໍລະນີຕິດເຊື້ອ | ເສຍຊິວີດ | ||
ສະສົມທັງໝົດ | ໃໝ່ | ສະສົມທັງໝົດ | ໃໝ່ | ||
1 | ໄທ | 2,226,446 | 3,011 | 21,708 | 10 |
2 | ຫວຽດນາມ | 1,746,092 | 14,835 | 32,610 | 216 |
3 | ມຽນມາ | 530,946 | 112 | 19,272 | 4 |
4 | ກໍາປູເຈຍ | 120,507 | 14 | 3,012 | |
5 | ຈີນ | 102,314 | 231 | 4,636 |
- ປັດຈຸບັນ ສະພາບາການລະບາດຂອງພະຍາດໂຄວິດ-19 ຍັງບໍ່ທັນມີທ່າອ່ຽງທີ່ຈະຢຸດຕິລົງເທື່ອ ກົງກັນຂ້າມ ຈຳນວນຜູ້ຕິດເຊື້ອໃໝ່ໃນແຕ່ລະວັນ ສູງເກີນ 1 ລ້ານກວ່າຄົນ ໃນທົ່ວໂລກ. ຜູ້ອຳນວຍການຂອງອົງການອະນາໄມໂລກ ກ່າວວ່າ ການລະບາດຂອງພະຍາດໂຄວິດ-19 ຈະຢຸດຕິລົງ, ຖ້າຫາກທຸກປະເທດທົ່ວໂລກ ຮ່ວມມືກັນຢ່າງເຕັມທີ່ ເຊິ່ງ ອົງການອະນາໄມໂລກໄດ້ຕັ້ງເປົ້າໝາຍ ທີ່ຈະຊຸກຍູ້ ໃຫ້ 70% ຂອງປະຊາກອນໂລກ ໄດ້ຮັບວັກຊີນຢ່າງນ້ອຍ 1 ເຂັມ ພາຍໃນເດືອນກໍລະກົດນີ້ ເຊິ່ງຈະເຮັດໃຫ້ການລະບາດຂອງພະຍາດຫຼຸດລົງໂດຍໄວ.
- ມື້ນີ້ ສປປ ລາວ ຕົວເລກການຕິດເຊື້ອພາຍໃນທົ່ວປະເທດ ກວດພົບພຽງແຕ່ 6 ຮ້ອຍກວ່າຄົນ ເຖິງວ່າຈະຫຼຸດລົງເມື່ອທຽບໃສ່ໄລຍະຜ່ານມາກໍ່ຕາມ, ແຕ່ສິ່ງທີ່ໜ້າເປັນຫ່ວງ ເຫັນວ່າ ແຂວງຫຼວງນ້ຳທາ ອັດຕາກວດພົບເຊື້ອສູງເຖິງ 62.3 %, ຖັດລົງມາແມ່ນ ແຂວງສາລະວັນ 51.2 % ເມື່ອທຽບໃສ່ຈຳນວນທີ່ເກັບຕົວຢ່າງມາກວດ. ສຳລັບ ນະຄອນຫຼວງວຽງຈັນ ອັດຕາການກວດພົບເຊື້ອຫຼຸດລົງ ເນື່ອງຈາກ ໄລຍະປີໃໝ່ສາກົນ ຫຼາຍຄົນເດີນທາງໄປທ່ອງທ່ຽວຢູ່ຕ່າງແຂວງ, ແຕ່ພວກເຮົາ ກໍ່ບໍ່ຄວນປະ
ໝາດ ລະເຫຼິງ ເພາະ ຖ້າພວກເຮົາກວດຫຼາຍ ທ່າອ່ຽງທີ່ຈະພົບເຊື້ອ ກໍ່ຈະຫຼາຍຂຶ້ນເຊັ່ນດຽວກັນ.
- ປະຈຸບັນ ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອທີ່ປິ່ນປົວຢູ່ເຮືອນ ສະສົມຫຼາຍກວ່າ 11 ພັນກວ່າຄົນ ຊຶ່ງໄດ້ມີການຕິດຕາມຕົນເອງ ແລະ ສອບຖາມຄໍາແນະນໍາເພີ່ມເຕີມ ໂດຍຜ່ານສາຍດ່ວນ 164 ຊຶ່ງໃນແຕ່ລະວັນ ມີຫຼາຍກວ່າ 2 ຮ້ອຍສາຍ ໂທເຂົ້າເພື່ອຂໍຄຳປຶກສາ.
- ຄະນະສະເພາະກິດ ຂໍຂອບໃຈ ມາຍັງທ່ານ ຜູ້ຕິດເຊື້ອ ທີ່ສະໝັກໃຈປິ່ນປົວຕົນເອງຢູ່ເຮືອນ ແລະ ພ້ອມດ້ວຍຄອບຄົວທີ່ໃຫ້ການຮ່ວມມືເປັນຢ່າງດີ. ພວກເຮົາຖືວ່າ ນີ້ເປັນການຕັດສິນໃຈສູງຂອງຜູ້ຕິດເຊື້ອ ເພື່ອສະຫງວນຕຽງໃຫ້ໂຮງໝໍໃຫຍ່ ສຳລັບຄົນເຈັບທີ່ມີອາການປານກາງ ໄປຈົນເຖິງອາການຂັ້ນວິກິດ ໃຫ້ສາມາດໄດ້ປິ່ນປົວຢ່າງທັນການ ເພື່ອບໍ່ໃຫ້ກ້າວໄປເຖິງຂັ້ນເສຍຊີວິດ.
- ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຂໍໃຫ້ຜູ້ຕິດເຊື້ອ ພິຈາລະນາຕາມເງື່ອນໄຂໃນການປິ່ນປົວຢູ່ເຮືອນ ວ່າຕົນເອງເຂົ້າຕາມເງື່ອນໄຂຫຼືບໍ່ ເຊັ່ນ:
– ຕິດເຊື້ອບໍ່ສະແດງອາການ ຫຼື ມີອາການເບົາບາງ
– ບໍ່ຖືພາ
– ອາຍຸຕໍ່າກວ່າ 60 ປີ
– ແລະ ບໍ່ມີພະຍາດປະຈໍາຕົວ.
ໃນຂະນະດຽວກັນ ການປິ່ນປົວຢູ່ເຮືອນ ຄວນມີຫ້ອງແຍກປ່ຽວ ແລະ ຫຼີກລ້ຽງ ການສຳຜັດໃກ້ຊິດກັບບຸກຄົນອື່ນ ເພື່ອຫຼຸດຜ່ອນການແຜ່ເຊື້ອໃຫ້ຄົນອ້ອມຂ້າງ. ພ້ອມດຽວກັນນີ້ ກໍ່ຂໍໃຫ້ຜູ້ຕິດເຊື້ອທີ່ມີຈຸດປະສົງປິ່ນປົວຢູ່ເຮືອນ ຈິງໃຈລາຍງານຄວາມເປັນຈິງຂອງສະພາບຕົນເອງ ເມື່ອແພດໂທສອບຖາມ ເພື່ອຕິດຕາມອາການນັ້ນ, ຖ້າຜູ້ຕິດເຊື້ອມີອາການປານກາງ ຫຼື ອາການຮ້າຍແຮງ ຫຼື ຜູ້ສູງອາຍຸ ແມ່ນບໍ່ຄວນປິ່ນປົວຢູ່ເຮືອນຢ່າງເດັດຂາດ ເພາະໂອກາດທີ່ຈະກ້າວໄປສູ່ຂັ້ນຮຸນແຮງ, ວິກິດ ຫຼື ເສຍຊີວິດ ແມ່ນສູງຫຼາຍ.
- ໃນໄລຍະປີໃໝ່ສາກົນນີ້ ຫຼາຍທ່ານວາງແຜນເດີນທາງໄປຫາຄອບຄົວ ຢູ່ຕ່າງແຂວງ ຫຼື ໄປທ່ອງທ່ຽວຢູ່ຕາມສະຖານທີ່ຕ່າາງໆ ເປັນຈຳນວນຫຼວງຫຼາຍ, ສະນັ້ນ ຈຶ່ງມີຄວາມສ່ຽງສູງ ທີ່ຈະເກີດການລະບາດເປັນຈຸ້ມ. ດັ່ງນັ້ນ, ຂໍຮຽກຮ້ອງມາຍັງທ່ານ ຈົ່ງປ້ອງກັນຕົນເອງຢ່າງເຂັ້ມງວດ, ຕ້ອງມີສະຕິລະວັງຕົວຢູ່ຕະຫຼອດເວລາ ເພາະເຮົາບໍ່ສາມາດຮູ້ໄດ້ວ່າ ມີຄົນຕິດເຊື້ອຢູ່ໃນສະຖານທີ່ ທີ່ເຮົາເດີນທາງໄປ ຫຼື ບໍ່, ຖ້າຫາກທ່ານ ບໍ່ເອົາໃຈໃສ່ມາດຕະການປ້ອງກັນຕົນເອງ ທ່ານອາດນຳເອົາເຊື້ອພະຍາດ ກັບມາສູ່ແຂວງ ຫຼື ສະມາຊິກໃນຄອບຄົວຂອງທ່ານໄດ້.
- ສິ່ງທີ່ທ່ານ ຄວນປະຕິບັດ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການຕິດເຊື້ອ ເມື່ອເດີນທາງໄປສະຖານທີ່ຕ່າງໆ ຄື:
– ໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ ແລະ ຄວນປ່ຽນທຸກມື້
– ໝັ່ນລ້າງມືເລື້ອຍໆ ດ້ວຍເຈວຂ້າເຊື້ອ
– ຮັກສາມາລະຍາດໃນການໄອ-ຈາມ
– ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດຂຶ້ນໄປ
– ຫຼີກລ້ຽງຈຸດທີ່ມີຄົນແອອັດ
- ສຳລັບ ຮ້ານອາຫານ, ສະຖານທີ່ບໍລິການ ແລະ ສະຖານທີ່ທ່ອງທ່ຽວ ຄວນມີ:
– ໃຫ້ມີຈຸດກັ່ນກອງ ວັດແທກອຸນຫະພູມ ກ່ອນເຂົ້າຮ້ານ ຫຼື ສະຖານທີ່
– ຈັດສັນ ພະນັກງານ ກວດບັດວັກຊີນຜູ້ມາໃຊ້ບໍລິການ ທຸກຄັ້ງ
– ຈັດສັນ ສະຖານທີ່ລ້າງມືໃຫ້ແກ່ຜູ້ມາໃຊ້ບໍລິການ ຢ່າງພຽງພໍ
– ຮັບປະກັນໃຫ້ສາມາດຮັກສາໄລຍະຫ່າງ
– ພະນັກງານທີ່ຈະໃຫ້ບໍລິການ ຄວນໄດ້ຮັບການສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ
– ອະນາໄມຂ້າເຊື້ອເລື້ອຍໆ
- ເພື່ອເພິ່ມທະວີຄວາມປອດໄພຂອງຜູ້ໂດຍສານ ທີ່ຈະມາໃຊ້ບໍລິການ ຜູ້ປະກອບການທຸລະກິດ ຄວນເຮັດອະນາໄມ ບໍລິເວນທີ່ືຖືກສຳຜັດເລື້ອຍໆ ເຊັ່ນ: ເຄົາເຕີ້, ບ່ອນຈຳໜ່າຍປີ້, ຈຸດລໍຖ້າ ແລະ ຈັດໃຫ້ມີຈຸດບໍລິການລ້າງມືດ້ວຍສະບູ່ ຫຼື ເຈວລ້າງມືຂ້າເຊື້ອໃຫ້ພຽງພໍ ພ້ອມທັງ ກຳນົດໄລຍະຫ່າງ ພາຍໃນສະຖານນີລົດໂດຍສານ/ສະຖານີລົດໄຟ/ສະໜາມບິນ. ພ້ອມດຽວກັນນີ້ ມີການກວດຂັນ ຜູ້ໂດຍສານກ່ອນຂຶ້ນລົດ/ຍົນ ທຸກຄົນ ຕ້ອງໄດ້ຮັບວັກຊີນຄົບ ແລະ ໃສ່ຜ້າປິດປາກ-ດັງ ຕະຫຼອດໄລຍະເວລາ ທີ່ຢູ່ສະຖານນີລົດໂດຍສານ/ສະຖານີລົດໄຟ/ສະໜາມບິນ ແລະ ຢູ່ເທິງລົດໂດຍສານ/ລົດໄຟ/ຍົນ. ສຳລັບ ຄົນຂັບລົດ/ກັບຕັນ ແລະ ພະນັກງານບໍລິການ ກໍ່ຄວນໄດ້ຮັບການສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ ແລະ ໃສ່ຜ້າປິດປາກ-ດັງ ຕະຫຼອດໄລຍະເວລາທີ່ປະຕິບັດໜ້າທີ່ ເພື່ອຫຼຸດຜ່ອນຄວາມສ່ຽງໃນການແຜ່ເຊື້ອ ແລະ ເພື່ອໃຫ້ຜູ້ໂດຍສານ ສາມາດເດີນທາງໄດ້ຢ່າງໝັ້ນໃຈ ໃນທຸກເສັ້ນທາງ.
ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19 ໃນປະເທດຂອງພວກເຮົາ ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ.
- ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ:
– ເຂັມ1 ໄດ້ 4.585.623 (ກວມເອົາ 62,49%)
– ທຸກເຂັມທີ່ແນະນໍາ 3.636.252 (ກວມເອົາ 49,56%)
– ກຸ່ມອາຍຸ 12-17 ປີ ໄດ້ 476.227 ຄົນ (ເຂັມ 1 = 55%)