ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 03 ທັນວາ ປີ 2021
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 02 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 9,011 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,004 ຄົນ (ຕິດເຊື້ອພາຍໃນ ມີ 997 ຄົນ ແລະ ຕິດເຊື້ອນໍາເຂົ້າ 07 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 997 ຄົນ ຈາກ 17 ແຂວງ ແລະ ນະ
ຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 223 ຄົນ ໃນ 108 ບ້ານ ແລະ 8 ເມືອງ
• ເມືອງຈັນທະບູລີ ມີ 14 ບ້ານ (30 ຄົນ)
• ເມືອງສີໂຄດຕະບອງ ມີ 20 ບ້ານ (46 ຄົນ)
• ເມືອງໄຊເສດຖາ ມີ 23 ບ້ານ (49 ຄົນ)
• ເມືອງສີສັດຕະນາກມີ 10 ບ້ານ (23 ຄົນ)
• ເມືອງ ນາຊາຍທອງ ມີ 11 ບ້ານ (21 ຄົນ)
• ເມືອງໄຊທານີ ມີ 21 ບ້ານ (37 ຄົນ)
• ເມືອງຫາດຊາຍຟອງ ມີ 7 ບ້ານ (11 ຄົນ)
• ເມືອງ ປາກງື່ມ ມີ 02 ບ້ານ (04 ຄົນ)
• ຕ່າງແຂວງ ມີ 01 ຄົນ
• ຍັງສືບຕໍ່ເອົາຂໍ້ມູນ 01 ຄົນ
2. ແຂວງວຽງຈັນ ມີ 107 ຄົນ ໃນ 48 ບ້ານ ແລະ 11 ເມືອງ
3. ຫຼວງພະບາງ ມີ 93 ຄົນ ໃນ 33 ບ້ານ ແລະ 6 ເມືອງ
4. ບໍລິຄຳໄຊ ມີ 71 ຄົນ ໃນ 19 ບ້ານ ແລະ 5 ເມືອງ
5. ອັດຕະປື ມີ 64 ຄົນ ໃນ 25 ບ້ານ ແລະ 5 ເມືອງ
6. ສະຫວັນນະເຂດ ມີ 57 ຄົນ ໃນ 25 ບ້ານ ແລະ 6 ເມືອງ
7. ຈຳປາສັກ ມີ 52 ຄົນ ໃນ 26 ບ້ານ ແລະ 6 ເມືອງ
8. ໄຊສົມບູນ ມີ 45 ຄົນ ໃນ 2 ເມືອງ
9. ບໍ່ແກ້ວ ມີ 43 ຄົນ ໃນ 16 ບ້ານ ແລະ 3 ເມືອງ
10. ຫົວພັນ ມີ 40 ຄົນ ໃນ 9 ບ້ານ ແລະ 4 ເມືອງ
11. ອຸດົມໄຊ ມີ 40 ຄົນ ໃນ 13 ບ້ານ ແລະ 2 ເມືອງ
12. ຫຼວງນ້ຳທາ ມີ 40 ຄົນ ໃນ 16 ບ້ານ ແລະ 3 ເມືອງ
13. ໄຊຍະບູລີ ມີ 36 ຄົນ ໃນ 17 ບ້ານ ແລະ 4 ເມືອງ
14. ຊຽງຂວາງ ມີ 34 ຄົນ ໃນ 14 ບ້ານ ແລະ 5 ເມືອງ
15. ຜົ້ງສາລີ ມີ 31 ຄົນ ໃນ 11 ບ້ານ ແລະ 3 ເມືອງ
16. ຄຳມ່ວນ ມີ 13 ຄົນ ໃນ 8 ບ້ານ ແລະ 2 ເມືອງ
17. ສາລະວັນ ມີ 5 ຄົນ ໃນ 5 ບ້ານ ແລະ 3 ເມືອງ
18. ເຊກອງ ມີ 3 ຄົນ ໃນ 2 ບ້ານ ແລະ 2 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 07 ຄົນ, ທັງໝົດຈາກແຂວງອັດຕະປື
• ມາຮອດວັນທີ 03 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 77,500 ຄົນ, ເສຍຊີວິດສະສົມ 191 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 674 ຄົນ, ກໍາລັງປິ່ນປົວ 12,104 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
ຜູ້ທີ 1). ເພດຊາຍ, ອາຍຸ 57 ປີ, ສັນຊາດ: ຫວຽດນາມ, ບ້ານໄຊຍະມຸງຄຸນ, ນະຄອນໄກສອນ, ແຂວງ
ສະຫັວນນະເຂດ
– ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດ ແລະ ວັນນະໂລກ
– ບໍ່ໄດ້ຮັບການສັກຢາວັກຊີນ
– ວັນທີ 30 ພະຈິກ 2021: ມາກວດຢູ່ໂຮງໝໍແຂວງດ້ວຍອາການໄຂ້, ອີດເມື່ອຍ, ຫາຍໃຈ ຍາກ,
ຫາຍໃຈຝຶດ ແລະ ນອນຊືມ ຊື່ງຄົນເຈັບມີອາການໜັກແລ້ວ ຈື່ງມາໂຮງໝໍ ແລະ ຜົນກວດພົບເຊື້ອໂຄ
ວິດ-19. ມາຮອດເວລາ 21:20 ນາທີ ຄົນເຈັບໄດ້ເສຍຊີວິດ.
ຜູ້ທີ 2). ເພດຊາຍ, ອາຍຸ 88 ປີ, ບ້ານ ດອນຕິ້ວ, ເມືອງໄຊທານີ, ນະຄອນຫລວງ.
– ພະຍາດປະຈຳໂຕ: ປະດົງ ແລະ ຄວາມດັນເລືອດສູງ
– ບໍ່ໄດ້ຮັບການສັກຢາວັກຊີນ
– ວັນທີ 25 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19
– ເວລາ 16:04 ນາທີ ວັນທີ 29 ພະຈິກ 2021 ໄດ້ຍ້າຍມາຕຶກແຍກປ່ຽວ ເນື່ອງຈາກຄົນເຈັບມີອາການ
ຫາຍໃຈຝືດ ແລະ ໄອ
– ຮອດເວລາ 05:10 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 3. ເພດຊາຍ, ອາຍຸ 48 ປີ, ບ້ານ ມີໄຊ, ເມືອງ ຈັນທະບູລີ, ນະຄອນຫລວງ
– ພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ, ຜ່າຕັດລຳໄສ້, ພະຍາດປອດ ແລະ ຕັບແຂງ
– ບໍ່ໄດ້ຮັບການສັກຢາວັກຊີນ
– ວັນທີ 30 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19
– ເວລາ 06:35 ນາທີຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 4). ເພດຍິງ ອາຍຸ 69 ປີ, ບ້ານເຕົາປູນ, ເມືອງສາລະວັນ, ແຂວງສາລະວັນ (ແຕ່ມານອນປີ່ນປົວຢູ່
ໂຮງໝໍມິດຕະພາບ ຈຶ່ງນັບເປັນຄົນເຈັບເສຍຊີວິດ ຢູ່ນະຄອຫລວງ)
– ພະຍາດປະຈຳໂຕ: ພະຍາດເລືອດຈາງ ແລະ ຄວາມດັນເລືອດສູງ
– ບໍ່ໄດ້ຮັບການສັກຢາວັກຊີນ
– ວັນທີ 25 ພະຈິກ 2021: ກວດພົບຕິດເຊື້ອໂຄວິດ-19
– ຮອດເວລາ ເວລາ 13:30 ໂມງ ຂອງວັນທີ 01 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
5). ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.
– ພະຍາດປະຈໍາໂຕ: ພະຍາດພູມຄຸ້ມກັນບົກຜ່ອງ
– ໄດ້ສັກຢາວັກຊິນຄົບ
– ວັນທີ 23 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໃນມື້ດຽວກັນ ໄດ້ສົ່ງຄົນເຈັບເຂົ້ານອນ
ຢູ່ສູນລ້ານຊ້າງ ເປັນເວລາ 05 ວັນ.
– ເວລາ 10:45 ນາທີ ຂອງວັນທີ 28 ພະຈິກ 2021: ຜູ້ກ່ຽວຖືກນໍາສົ່ງມາໂຮງໝໍເສດຖາທິລາດ
– ເວລາ 20:20 ນາທີຂອງວັນທີ 2 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວຜູ້ເສຍຊີວິດ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່ (ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມສ ເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ສູນການຄ້າລາວໄອເຕັກ
ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດ ມີ: 1,135 ບ້ານ ໃນ 106 ເມືອງ ຈາກ 18 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 13 ບ້ານ ໃນ 09 ເມືອງ ຈາກ 05 ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 03 ບ້ານ 02 ເມືອງ
ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 02 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 897 ຄົນ.
ຮອດປະຈຸບັນທົ່ວປະເທດ ມີຜູ້ຈຳກັດບໍລິເວນທັງໝົດ 4,272 ຄົນ (ສູນ 2,759 ຄົນ ແລະ ໂຮງແຮມ
1,513 ຄົນ) ໃນ 85 ສູນ ແລະ 59 ໂຮງແຮມ.
 ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:
– ຕິດເຊື້ອສະສົມທັງໝົດ 264.378.958 (652.008 ໃໝ່)
– ເສຍຊິວິດທັງໝົດ 5.248.826 (6.848 ໃໝ່)
– ປີ່ນປົວຫາຍດີ 238.424.539 (406.118 ໃໝ່).
3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
• 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ
ປະເທດ ຄົນຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 2,125,729 +4,971 20,845 +33
2 ຫວຽດນາມ 1,266,288 +13,698 25,658 +210
3 ມຽນມາ 523,346 +521 19,120 +9
4 ກໍາປູເຈຍ 120,183 +23 2,949 +5
5 ຈີນ 98,897 +73 4,636
• ສະເພາະ ວັນທີ 2 ທັນວາ ທົ່ວປະເທດມີການເກັບຕົວຢ່າງມາກວດທັງໝົດ ຫຼາຍກວ່າ 9,000 ຕົວຢ່າງ ແລະ ພົບວ່າໃນ 100 ຄົນໃດທີ່ມາກວດ ມີຄົນຕິດເຊື້ອປະມານ 12 ຄົນ. ນີ້ແມ່ນຕົວເລກການກວດພົບຄົນຕິດເຊື້ອ ທີ່ຫຼຸດລົງເກືອບເຄີ່ງໜື່ງທຽບໃສ່ຫຼາຍວັນຜ່ານມາ.
• ແຕ່ວ່າ ຖ້າເບີ່ງລົງເລິກໃນແຕ່ລະແຂວງແລ້ວ ພົບວ່າ ການກວດພົບເຊື້ອແມ່ນຫຼາຍ ໃນແຂວງວຽງຈັນ, ອຸດົມໄຊ ແລະ ໄຊສົມບູນ ທີ່ກວດ 100 ຄົນໃດ ພົບຜູ້ຕິດເຊື້ອຫຼາຍກວ່າ 30 ຄົນ. ສຳລັບ 2 ຈຸດກວດ ບຶງຂະຫຍອງ ແລະ ມສ. ເຈົ້າອານຸວົງ ໃນນະຄອນຫຼວງວຽງຈັນ ທີ່ໄດ້ເປີດບໍລິການໃຫ້ປະຊາຊົນທົ່ວໄປມາກວດນັ້ນ ພົບວ່າ 100 ຄົນໃດ ມາກວດ ພົບຜູ້ຕິດເຊື້ອປະມານ 50 ຄົນ.
• ສະພາບການກວດພົບເຊື້ອຫຼາຍເຊັ່ນນີ້ ແມ່ນເປັນສັນຍານ ການແຜ່ເຊື້ອໃນນະຄອນຫຼວງວຽງຈັນຍັງສູງຫຼາຍ ອາດມີຫຼາຍຄົນທີ່ຕິດເຊື້ອໂດຍບໍ່ຮູ້ສຶກຕົວ ແລະ ບໍ່ສະແດງອາການ ຈື່ງເຮັດໃຫ້ນະຄອນຫຼວງມີການແຜ່ເຊື້ອຢ່າງຕໍ່ເນື່ອງ. ຄະນະສະເພາະກິດ ຂໍຮຽກຮ້ອງມາຍັງທຸກທ່ານ ທີ່ຮູ້ສຶກວ່າສ່ຽງ ໃຫ້ມາກວດໂດຍໄວ ພ້ອມທັງກັກຕົນເອງແຕ່ຫົວທີ ພ້ອມດຽວກັນ ຂໍໃຫ້ປະຊາຊົນທຸກຄົນ ປ້ອງກັນຕົນເອງຢ່າງເຂັ້ມງວດ.
• ມາຮອດມື້ນີ້ ນະຄອນຫຼວງວຽງຈັນ ສືບຕໍ່ຫັນທິດລົງສູ່ຊຸມຊົນ ໂດຍທິມງານແພດຕະລຸມບອນ ເພື່ອຄົ້ນຫາຜູ້ທີ່ເປັນ C1 ພ້ອມທັງ ແນະນໍາວິທີການກັກຕົນເອງທີ່ຖືກຕ້ອງ ແລະ ມອບຄວາມຮັບຜິດຊອບໃນການຊ່ວຍເຫຼືອກຸ່ມ C1 ນີ້ ໃຫ້ແກ່ອໍານາດການປົກຄອງບ້ານ ບົນພື້ນຖານ ຮັບປະກັນເດັດຂາດ ກັກຕົວແບບຈິງຈັງຖືກຕ້ອງ ແລະ ຫຼີກລ້ຽງການແຜ່ເຊື້ອໃນຄອບຄົວ ແລະ ຄົນອ້ອມຂ້າງ.
• ສິ່ງທີ່ໜ້າສົນໃຈທີ່ສຸດ ທິມເຄື່ອນທີ່ຕະລຸມບອນຂອງນະຄອນຫຼວງວຽງຈັນຄົ້ນພົບວ່າ ກຸ່ມສ່ຽງສູງທີ່ເປັນບຸລິມະສິດໃນການສັກວັກຊິນ ຍັງບໍ່ທັນໄດ້ສັກວັກຊິນ ເຖິງ 92,149 ຄົນ, ໃນນັ້ນ ມີຜູ້ສູງອາຍຸເກີນ 60ປີ ເຖິງ 10,638 ຄົນ. ກະຊວງສາທາລະນະສຸກ ມີແຜນ ສົ່ງໜ່ວຍແພດເຄື່ອນທີ່ລົງໄປສັກວັກຊີນ ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ຮັບປະກັນໃຫ້ໄດ້ສັກວັກຊິນທຸກຄົນ.