ໃນວັນພະຫັດ ທີ 4 ພະຈິກ 2021 ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄການລະບາດພະຍາດCOVID-19 ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ COVID-19 ໃນທົ່ວໂລກ
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 03 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,179 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,170 ຄົນ (ຕິດເຊື້ອພາຍໃນ ມີ 1.165 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,165 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 589 ຄົນ: ມາຈາກ 194 ບ້ານ, ໃນ 9 ເມືອງ
1). ເມືອງຈັນທະບູລີ ມີ 59 ຄົນ 26 ບ້ານ
2). ເມືອງສີໂຄດ ມີ 124 ຄົນ 41 ບ້ານ
3). ເມືອງໄຊເສດຖາ ມີ 115 ຄົນ 33 ບ້ານ
4). ສີສັດຕະນາກ ມີ 80 ຄົນ 19 ບ້ານ
5). ເມືອງນາຊາຍທອງ ມີ 28 ຄົນ 13 ບ້ານ
6). ເມືອງໄຊາທານີ ມີ 135 ຄົນ 45 ບ້ານ
7). ເມືອງຫາດຊາຍຟອງ ມີ 42 ຄົນ 16 ບ້ານ

9). ເມືອງສັງທອງ ມີ 1 ຄົນ 1 ບ້ານ
– ຕ່າງແຂວງ 2 ຄົນ
– ລາຍລະອຽດຂອງແຕ່ລະບ້ານໃນນະຄອນຫຼວງວຽງຈັນ ທ່ານສາມາດຕິດຕາມໄດ້ທີ່ ເຟດບຸກ ສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
2. ຫຼວງພະບາງ: 109 ຄົນ ມາຈາກ 38 ບ້ານ, ໃນ 8 ເມືອງ
3. ບໍ່ແກ້ວ: 18 ຄົນ ມາຈາກ 12 ບ້ານ, ໃນ 2 ເມືອງ
4. ອຸດົມໄຊ: 46 ຄົນ ມາຈາກ 18 ບ້ານ, ໃນ 2 ເມືອງ
5. ຫຼວງນໍ້າທາ: 154 ຄົນ ມາຈາກ 38 ບ້ານ, ໃນ 3 ເມືອງ
6. ແຂວງວຽງຈັນ: 167 ຄົນ ມາຈາກ 43 ບ້ານ, ໃນ 8 ເມືອງ
7. ບໍລິຄຳໄຊ: 2 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ
8. ຜົ້ງສາລີ: 1 ຄົນ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ)
9. ໄຊຍະບູລີ 1 ຄົນ ມາຈາກ 1ບ້ານ, ໃນ 1 ເມືອງ
10. ໄຊສົມບູນ: 5 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ
11. ຄໍາມ່ວນ: 15 ຄົນ ມາຈາກ 7 ບ້ານ, ໃນ 2 ເມືອງ
12. ສາລະວັນ: 7 ຄົນ ມາຈາກ 4 ບ້ານ, ໃນ 2 ເມືອງ
13. ສະຫວັນນະເຂດ 5 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ
14. ຈໍາປາສັກ: 27 ຄົນ ມາຈາກ 16 ບ້ານ, ໃນ 4 ເມືອງ
15. ເຊກອງ: 19 ຄົນ ມາຈາກ 10 ບ້ານ, ໃນ 2 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 05 ຄົນ: ນະຄອນຫຼວງ 2 ຄົນ, ສາລະວັນ 1 ຄົນ ແລະ ໄຊຍະບູລີ 2 ຄົນ, ທັງໝົດແມ່ນຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 04 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 44.061 ຄົນ, ເສຍຊີວິດສະສົມ 76 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 532 ຄົນ, ກໍາລັງປິ່ນປົວ 7.699 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:
ຜູ້ທີ 1 : ເພດຊາຍ, ອາຍຸ 67 ປີ, ບ້ານໂພນຫີນ, ເມືອງນານ, ແຂວງຫລວງພະບາງ
– ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ແລະ ຄວາມດັນເລືອດສູງ
– ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
– ວັນທີ 22 ຕຸລາ 2021: ໄດ້ເຂົ້າມາກວດ ຢູ່ໂຮງໝໍແຂວງ ດ້ວຍອາການໄອ, ຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ
– ໄລຍະນອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22 ຕຸລາ 2021 – 02 ພະຈິກ 2021, ເປັນເວລາ 12 ວັນ
– ມາຮອດເວລາ 13:40 ໂມງ ຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 2: ເພດຊາຍ, ອາຍຸ 59 ປີ, ອາຊີບ: ກຳມະກອນ, ບ້ານຫ້ວຍຫົງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
– ພະຍາດປະຈຳຕົວ: ປະດົງຄໍ່
– ຜ່ານມາໄດ້ສັກຢາວັກຊີນຄົບ
– ວັນທີ 14 ຕຸລາ 2021: ກວດຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19
– ວັນທີ 15 ຕຸລາ 2021: ຜົນກວດພົບເຊື້ອ ນຳສົ່ງໄປປິ່ນປົວຢູ່ພາກສະຫມາມ ມຊ
– ວັນທີ 21 ຕຸລາ 2021: ມີອາການເຈັບເອິກ, ໄອຫລາຍ ຈຶ່ງໄດ້ນຳສົ່ງມາປິ່ນປົວຢູ່ໂຮງຫມໍມິດຕະພາບ ໃນມື້ດຽວກັນນັ້ນ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 21 ຕຸລາ 2021-03 ພະຈິກ 2021.
– ຮອດເວລາ ~05:30 ໂມງຂອງວັນທີ 03 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 3: ເພດຍິງ, ອາຍຸ 29 ປີ, ອາຊີບ:ກຳມະກອນ, ບ້ານາມົນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
– ພະຍາດປະຈຳໂຕ: ເບົາຫວານ
– ຜ່ານມາໄດ້ສັກຢາວັກຊີນຄົບ
– ວັນທີ 30 ຕຸລາ 2021: ມີອາການວິນຫົວ, ຫາຍໃຈຝືດ ແລະ ກະວົນກະວາຍ
– ວັນທີ 02 ພະຈິກ 2021: ກວດຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນ ຜົນກວດ ອອກມາພົບເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 2 – 3 ພະຈິກ 2021
– ຮອດເວລາ 08:40 ຂອງວັນທີ 3 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບ ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ທີ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດແຂວງກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ມີ
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ມສ ລາວ-ຫວຽດ ແລະ ມ. ສ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– ສາທາເມືອງນາຊາຍທອງ 02 ທີມ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ອາທິດ) ມີ Sinopharm ເຂັ້ມທີ 1 ແລະ 2, AstraZeneca ເຂັ້ມທີ 1 ແລະ 2 ແລະ Johnson and Johnson
4. ໂຮງໝໍເດັກ ເລີມວັນທີ 02 ຫາ 30 ພະຈິກ (ເປີດວັນຈັນ ຫາ ວັນສຸກ) ປະກອບມີ ວັກຊິນ Sinopharm ເຂັ້ມທີ 1 ແລະ 2; AstraZeneca ເຂັ້ມທີ 1 ແລະ 2.
ການສັກວັກຊິນ ສໍາລັບນັກຮຽນຜູ້ທີ່ຮຽນຈົບມໍ 7 ຫຼື 17 ປີຂື້ນໄປ ກໍ່ສາມາດເຂົ້າມາສັກໄດ້.
•
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 03 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2.324 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,116 ຄົນ (ສູນ 3.263 ຄົນ ແລະ ໂຮງແຮມ 1.853 ຄົນ).
ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ ເຮັດໃຫ້ຕົວເລກຜູ້ຕິດເຊືື້ອສະສົມໃນທົ່ວໂລກ ມີທັງໝົດ 248.722.157 (441.227 ໃໝ່), ເສຍຊິວິດທັງໝົດ 5.035.877 (7.198 ໃໝ່), ປີ່ນປົວຫາຍດີ 225.374.159 (404.873 ໃໝ່).
• 3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ: ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
• 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ
ລ/ດ
ປະເທດ ກໍລະນີຕິດເຊື້ອ ເສຍຊິວີດ
ສະສົມທັງໝົດ ໃໝ່ ສະສົມທັງໝົດ ໃໝ່
1 ໄທ 1,935,442 7,679 19,394 56
2 ຫວຽດນາມ 939,463 7,106 22,283 78
3 ມຽນມາ 502,979 955 18,744 16
4 ກໍາປູເຈຍ 118,787 85 2,807 7
5 ຈີນ 97,423 109 4,636
• ຕົວເລກຜູ້ຕິດເຊື້ອໃໝ່ໃນ ສປປ ລາວເຮົາ ມື້ນີ້ ສູງເຖິງ 1,170 ຄົນ ເປັນຕົວເລກຕິດເຊື້ອສູງກວ່າແຕ່ລະມື້ທີ່ຜ່ານມາ ໃນນັັ້ນ 99 ກວ່າເປີເຊັນ ແມ່ນຕິດເຊື້ອພາຍໃນຊຸມຊົນ. ນະຄອນຫຼວງວຽງຈັນຕິດເຊື້ອກວມເຖິງ 50% ຂອງການຕິດເຊື້ອທັງໝົດໃນທົ່ວປະເທດ ກາຍເປັນເປັນແຂວງທີ່ມີການຕິດເຊື້ອອັນດັບ 1, ລອງລົງມາກໍ່ແມ່ນແຂວງວຽງຈັນ, ຫຼວງນໍ້າທາ, ແລະ ຫຼວງພະບາງ. ເນື່ອງຈາກການຕິດເຊື້ອພາຍໃນຫຼາຍເຊັ່ນນີ້ ຄົນເຈັບຕິດເຊື້ອໃໝ່ຈະເພີ່ມຂື້ນໃນມື້ຕໍ່ໄປແນ່ນອນ. ການຕິດເຊື້ອໃນກຸ່ມຄູ, ນັກຮຽນ, ກໍາມະກອນໂຮງງານ ຍັງພົ້ນເດັ່ນຫຼາຍ. ຂໍໃຫ້ອົງກອນ ແລະ ໂຮງງານທີ່ກ່ຽວຂ້ອງຢ່າໄດ້ຖືເບົາ ຄວນໄດ້ເອົາໃຈໃສ່ໃຫ້ພະນັກງງານ ຫຼື ແຮງງານໃນອົງກອນທ່ານ ປະຕິບັດມາດຕະການປ້ອງກັນໃຫ້ເຂັ້ມງວດທີ່ສຸດ.
• ຕົວເລກຜູ້ຕິດເຊື້ອເຂົ້າປິ່ນປົວໃໝ່ ທຽບໃສ່ຜູ້ປິ່ນປົວຫາຍດີອອກໂຮງໝໍ ໃນແຕ່ລະວັນ ມີຄວາມແຕກໂຕນກັນ ຈະສົ່ງຜົນໃຫ້ຕຽງບໍລິການໃນໂຮງໝໍ, ໂຮງໝໍສະໜາມ, ແລະ ໂຮງແຮມປິ່ນປົວຈະເຕັມ ຖ້າການຕິດເຊື້ອຍັງສືບຕໍ່ເພີ່ມຂື້ນທຸກວັນ ຄືດັ່ງເຊັ່ນນີ້. ຄະນະສະເພາະກິດຈະໄດ້ພິຈາລະນາຄືນເງື່ອນໄຂການເຂົ້າປິ່ນປົວຢູ່ໂຮງໝໍ ເພື່ອຫລຸດການແອອັດຂອງຄົນເຈັບ ແລະ ຈະໄດ້ນໍາສະເໜີຕໍ່່ມວນຊົນ ແນວທາງການປິ່ນປົວໃໝ່ໃນໄວໆນີ້. ຂໍແຈ້ງໃຫ້ທ່ານຊາບວ່າ ໂຮງໝໍສູນກາງ ແລະ ໂຮງໝໍແຂວງ ຈະຮັບປິ່ນປົວສະເພາະຄົນເຈັບທີ່ມີອາການປານກາງ ເຖິງຂັ້ນວິກິດເທົ່ານັ້ນ ແລະ ການຊົມໃຊ້ຕຽງເກືອບເຕັມທຸກວັນ. ດ້ວຍເຫດນີ້ ຄະນະສະເພາະກິດ ຂໍຮຽກຮ້ອງທຸກຄົນໃນສັງຄົມ:
o ຕື່ນຕົວປ້ອງກັນຕົນເອງໃຫ້ເຂັ້ມງວດທີ່ສຸດ ບໍ່ວ່າທ່ານຈະຢູ່ໃນຄອບຄົວ ຫຼື ອອກນອກເຮືອນຕົນເພື່ອເຄື່ອນໄຫວກໍ່ຕາມ. ສະມາຊິກໃນຄອບຄົວ ເຖິງວ່າ ຈະເຫັນໜ້າກັນທຸກວັນກໍ່່ຕາມ ທ່ານຄວນຢູ່ຫ່າງກັນເອົາໄວ້. ຖ້າຄອບຄົວມີຄົນສູງອາຍຸ ແລະ ເດັກນ້ອຍ ຢູ່ຮ່ວມໃນຄອບຄົວ ຫົວໜ້າຄອບຄົວຈົ່ງໄດ້ປ້ອງກັນຕົວພວກເພີ່ນໃຫ້ດີທີ່ສຸດ.
o ໃຫ້ທຸກຄອບຄົວທີ່ມີຜູ້ສູງອາຍຸ ຜູ້ມີພະຍາດປະຈໍາຕົວ ແມ່ຍິງຖືພາ ແລະ ແມ່ຍິງເກີດລູກໃໝ່ ພາເພີ່ນໄປສັກວັກຊິນໃຫ້ໄວທີ່ສຸດ.
o ຖ້າບໍ່ຈໍາເປັນ ທ່ານບໍ່ຄວນອອກຈາກເຮືອນໄປພົບປະຜູ້ຄົນ ເພາະນັ້ນຄືການເພີ່ມຄວາມສ່ຽງ ແລະ ເມື່ອເກີດການຕິດເຊື້ອ ໂອກາດທີ່ຈະໄດ້ເຂົ້າປິ່ນປົວໃນສະຖານບໍລິການຈະເກີດການລ່າຊ້າ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີການຕິດເຊື້ອສູງ
o ພໍ່ແມ່ຜູ້ປົກຄອງ ທີ່ມີລູກໄປຮຽນໜັງສື ຄວນໄດ້ກະກຽມໃຫ້ລູກ ນໍ້າຢາລ້າງມື, ຜ້າປິດ-ປາກດັງ ແລະ ແນະນໍາໃຫ້ລູກຫຼານໄດ້ປະຕິບັຢ່າງເຄັ່ງຄັດ ແລະ ຢູ່ຫ່າງຈາກໝູ່ຄົນອື່ນ.
• ຂໍຮຽກຮ້ອງໃຫ້ຜູ້ຕິດເຊື້ອ ຈົ່ງສະແດງທາມລາຍໃຫ້ລະອຽດ ບໍ່ປົກປິດອາຊີບ ແລະ ປົກປິດບຸກຄົນ ແລະ ສະຖານທີ່ ທີ່ທ່ານໄດ້ພົວພັນໃນ 14 ວັນຜ່ານມາກ່ອນຮູ້ວ່າຕົນຕິດເຊື້ອ. ການປົກປິດ ຫຼື ບອກຂໍ້ມູນບໍ່ລະອຽດ ເຮັດຜູ້ໄກ້ຊິດກັບຜູ້ຕິດເຊື້ອຈໍານວນໜຶ່ງ ອາດນໍາເຊື້ອໄປແຜ່ໃນຊຸມຊົນຫຼາຍຂື້ນແບບບໍ່ເຈດຕະນາ. ສໍາລັບຜູ້ທີ່ເປັນ C1 ຄວນແຍກ ກັກໂຕເອງຢູ່ເຮືອນທັນທີ ຢູ່ຫ້ອງຄົນດຽວ ບໍ່ກິນຮ່ວມໃຜ – ທ່ານຕ້ອງລະວັງແລະ ຕິດຕາມຕົນເອງໃຫ້ດີທີ່ສຸດ ເພາະທ່ານຍັງບໍ່ຮູ້ວ່າຕົນຕິດ ຫຼື ບໍ່ຕິດເຊື້ອ; ຖ້າຕ້ອງອອກໄປກວດໃນຈຸດບໍລິການຕ່າງໆ ທ່ານທີ່ເປັນ C1 ຕ້ອງລະມັດລະວັງການແຜ່ເຊື້ອໃສ່ຄົນອື່ນ ດ້ວຍຄວາມຮັບຜິດຊອບສູງ. ພ້ອມດຽວກັນ C1 ຕ້ອງແຈ້ງໃຫ້ທຸກຄົນທີ່ເປັນ C2 ທີ່ພົວພັນກັບຕົນເອງຮັບຊາບ ເພື່ອເຝົ້າລະວັງຕົນເອງຢ່າງເຄັ່ງຄັດ. ໃນໄລຍະກັກຕົວ ທ່ານໄດ້ມີອາການໃດໜຶ່ງ ສົງໃສຄ້າຍຄືຕິດເຊື້ອໂຄວິດ ທ່ານຄວນລາຍງານໄປທາງສາຍດ່ວນ 165 ຫຼື 166 ທັນທີ.
• ຂໍເຊີນທ່ານຕິດຕາມຂ່າວສານອື່ນໆ ທີ່ເປັນປະໂຫຍດ ກ່ຽວກັບພະຍາດໂຄວິດ ທີ່ຖືກຕ້ອງ ໄດ້ຈາກ:
– ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື www.covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
– ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
– ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
– ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ.