ວັນທີ 08 ທັນວາ 2021, ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 1,209 ຄົນ, ເສີຍຊີວິດ ເພີ່ມໃໝ່ 5 ຄົນ.
ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 08 ທັນວາ ປີ 2021
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 07 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 10.593 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,209 ຄົນ (ຕິດເຊື້ອພາຍໃນ ມີ 1,209 ຄົນ ແລະ ຕິດເຊື້ອນໍາເຂົ້າ 0 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,209 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:
- ນະຄອນຫຼວງ 687 ຄົນ ໃນ 194 ບ້ານ ແລະ 9 ເມືອງ2
- ບໍ່ແກ້ວ ມີ 80 ຄົນ ໃນ 25 ບ້ານ ແລະ 2 ເມືອງ
- ຫຼວງນໍ້າທາ ມີ 75 ຄົນ ໃນ 36 ບ້ານ ແລະ 4 ເມືອງ
- ອຸດົມໄຊ ມີ 60 ຄົນ ໃນ 21 ບ້ານ ແລະ 4 ເມືອງ
- ຫຼວງພະບາງ ມີ 54 ຄົນ ໃນ 22 ບ້ານ ແລະ 3 ເມືອງ
- ສະຫວັນນະເຂດ ມີ 41 ຄົນ ໃນ 19 ບ້ານ ແລະ 5 ເມືອງ
- ຈຳປາສັກ ມີ 41 ຄົນ ໃນ 25 ບ້ານ ແລະ 5 ເມືອງ
- ແຂວງວຽງຈັນ ມີ 36 ຄົນ ໃນ 24 ບ້ານ ແລະ 7 ເມືອງ
- ໄຊຍະບູລີ ມີ 29 ຄົນ ໃນ 10 ບ້ານ ແລະ 4 ເມືອງ
- ໄຊສົມບູນ ມີ 22 ຄົນ ໃນ 2 ບ້ານ ແລະ 2 ເມືອງ
- ບໍລິຄຳໄຊ ມີ 22 ຄົນ ໃນ 10 ບ້ານ ແລະ 5 ເມືອງ
- ເຊກອງ ມີ 19 ຄົນ ໃນ 6 ບ້ານ ແລະ 3 ເມືອງ
- ຊຽງຂວາງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
- ສາລະວັນ ມີ 7 ຄົນ ໃນ 4 ບ້ານ ແລະ 2 ເມືອງ
- ຫົວພັນ ມີ 7 ຄົນ ໃນ 6 ບ້ານ ແລະ 4 ເມືອງ
- ຄຳມ່ວນ ມີ 7 ຄົນ ໃນ 5 ບ້ານ ແລະ 3 ເມືອງ
- ຜົ້ງສາລີ ມີ 8 ຄົນ ໃນ 3 ບ້ານ ແລະ 3 ເມືອງ
- ອັດຕະປື ມີ 5 ຄົນ ໃນ 4 ບ້ານ ແລະ 2 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 0 ຄົນ
ມາຮອດວັນທີ 08 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 83,291 ຄົນ, ເສຍຊີວິດສະສົມ 219 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 488 ຄົນ, ກໍາລັງປິ່ນປົວ 12,100 ຄົນ.
- ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍ 21 ປີ, ຄ້າຍຄຸມຂັງເມືອງຂື້ນກັບບ້ານຫ້ວຍຊາຍ, ເມືອງຫ້ວຍຊາຍ, ແຂວງບໍ່ແແກ້ວ
– ບໍ່ມີພະຍາດປະຈໍາຕົວ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ວັນທີ 04 ທັນວາ 2021: ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວດ-19 ແລະ ຜົນກວດເປັນບວກ
– ວັນທີ 05 ທັນວາ 2021: ຜູ້ກ່ຽວເລີ້ມມີອາການໄຂ້, ເຈັບແໜ້ນໜ້າເອີກ, ຫາຍໃຈຝຶດ
– ວັນທີ 06 ທັນວາ 2021: ຜູ້ກ່ຽວມີອາການໜັກຫລາຍ ເອົາໄປປີ່ນປົວຢູ່ໂຮງໝໍ ແຕ່ຜູ້ກ່ຽວ ໄດ້ເສຍຊີວິດກ່ອນ
2). ເພດຍິງ ອາຍຸ 21 ປີ, ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫລວງ.
– ພະຍາດປະຈຳໂຕ: ພູມແພ້ (ບໍ່ຮູ້ວ່າແພ້ຫຍັງ)
– ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
– ເວລາ 11:00 ໂມງຂອງວັນທີ 06 ທັນວາ 2021: ເຂົ້າມາກວດຢູ່ສຸກເສີນໂຮງໝໍມິດຕະພາບດ້ວຍອາການງ່ວງຊຶມ, ບໍ່ໄດ້ສະຕິ, ຮາກອອກເລືອດສີແດງສົດ, ຕົນໂຕຈືດມ້ານ (ກ່ອນໜ້ານີ້ 1 ວັນ ມີອາການໄອ) ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19, ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນ ແລະ ແຍ່ທໍ່ຊ່ວຍຫາຍໃຈ; ແລະ ໃຫ້ຢາເຊີດຊູ
– ຮອດເວລາ 04:50 ນາທີ ຂອງວັນທີ່ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
3). ເພດຊາຍ, ອາຍຸ 66 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
– ປະຫວັດພະຍາດຜ່ານມາ: ມະເຮັງປອດ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 24 ພະຈິກ 2021
– ອາການເບື້ອງຕົ້ນ: ໄອມີເລືອດປົນຂີ້ກະເທີ່ ຫາຍໃຈຝືດ ຫາຍໃຈມີສຽງດັງ ມີອາການແໜ້ນເອິກ ກຶນອາຫານທຸກຊະນິດຍາກລຳບາກ, ອາການຊີວິດບໍ່ຄ່ອຍດີ
– ໄລຍະການປິ່ນປົວ: 24 ພະຈິກ 2021-07 ທັນວາ 2021
– ມາຮອດເວລາ 10:30 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
4). ເພດຊາຍ, ອາຍຸ 58 ປີ, ບ້ານຮ່ອງຄ້າ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ບໍ່ໄດ້ຕິດຕາມ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
– ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 04 ທັນວາ 2021 (ຮັບຈາກມໍລະສຸມໂຮງໝໍມະໂຫສົດ)
– ອາການເບື້ອງຕົ້ນ: ຄົນເຈັບບໍໄດ້ສະຕິ (ໃສ່ທໍ່ຊ່ອຍຫາຍໃຈ) ຄົນເຈັບລົ້ມໃນຫ້ອງນໍ້າບໍ່ຮູ້ເວລາທີ່ຊັດເຈນ ແຕ່ພົບເຫັນໃນຕອນເຊົ້າຂອງວັນທີ່ 04 ທັນວາ 2021 ໃນສະພາບບໍ່ມີສະຕິ ແລະເອົາໄປໂຮງໝໍມະໂຫສົດ ເຮັດ CT Scanner of Brain (Hemorrhage stroke), TA 152/100, P100 T37.9, RR 26 SO2:90%
– ໄລຍະການປິ່ນປົວ: ແຕ່ວັນທີ 04-07 ທັນວາ 2021, ລວມເປັນ 04 ວັນ
– ຮອດເວລາ16ມ00 ຂອງວັນທີ 07/12/21ຄົນເຈັບໄດ້ເສຍຊີວິດ
5) ເພດຍິງ, ອາຍຸ 94 ປີ, ບ້ານໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
– ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19ຄົບ
– ເວລາ 08,35 ນາທີ ຂອງວັນທີ 07 ທັນວາ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຫອບ ແລະ ຫາຍໃຈຝຶດ, ຄວາມດັນເລືອດສູງ ແລະ ຄົນເຈັບມີອາການໜັກຫລາຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ ຊື່ງຕໍ່ມາຄົນເຈັບ ໄດ້ເສຍຊີວິດ ໃນວັນດຽວກັນ.
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ
- ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
- ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ 2 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
- ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
- ໜ່ວຍກວດເຄື່ອນທີ່:
- ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
- ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
- ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
- ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
- ໂຮງໝໍເມືອງ 9 ຕົວເມືອງ
- ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ).
ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
- ບ້ານແດງໃນທົ່ວປະເທດ ມີ: 1,151 ບ້ານ ໃນ 116 ເມືອງ ຈາກ 17 ແຂວງ
- ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 27 ບ້ານ ໃນ 22 ເມືອງ ຈາກ 13 ແຂວງ
ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
- ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 07 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,832 ຄົນ. ຮອດປະຈຸບັນທົ່ວປະເທດ ມີຜູ້ຈຳກັດບໍລິເວນທັງໝົດ 4,323 ຄົນ (ສູນ 2,852 ຄົນ ແລະ ໂຮງແຮມ 1,471 ຄົນ) ໃນ 85 ສູນ ແລະ 59 ໂຮງແຮມ.
- ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:
- ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 26273.043 (546.220 ໃໝ່),
- ເສຍຊິວິດທັງໝົດ 5.2135 (6.836 ໃໝ່),
- ປີ່ນປົວຫາຍດີ 2693.400 (430.187 ໃໝ່)
3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
- 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ເຫັນວ່າ ສສ ຫວຽດນາມ ຍັງມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 13,840 ຄົນ, ຖັດລົງມາ ແມ່ນ ໄທ 3,525 ຄົນ.
ລ/ດ
| ປະເທດ | ກໍລະນີຕິດເຊື້ອ | ເສຍຊິວີດ | ||
ສະສົມທັງໝົດ | ໃໝ່ | ສະສົມທັງໝົດ | ໃໝ່ | ||
1 | ໄທ | 2,148,766 | 3,525 | 20,995 | 31 |
2 | ຫວຽດນາມ | 1,337,523 | 13,840 | 26,700 | 217 |
3 | ມຽນມາ | 524,638 | 19,146 | ||
4 | ກໍາປູເຈຍ | 120,286 | 14 | 2,967 | 4 |
5 | ຈີນ | 99,297 | 94 | 4,636 |
- ຫຼາຍທ່ານກໍ່ຈະໄດ້ຮັບຟັງຂ່າວການແຜ່ລະບາດຂອງສາຍພັນໃໝ່ ໂອໄມຄຣອນ ທີ່ກຳລັງແຜ່ລະບາດໃນຫຼາຍກ່ວາ 48 ປະເທດໃນປັດຈຸບັນເຊີ່ງສ້າງຄວາມວິຕົກກັງວົນໃຫ້ຫຼາຍປະເທດກ່ຽວກັບສາຍພັນດັ່ງກ່າວ ແລະ ຫຼາຍຄົນກໍ່ໄດ້ມີການຕື່ນຕະນົກກັບຂ່າວດັ່ງກ່າວ, ຈາກການສືກສາຄົ້ນຂອງບັນດານັກວິທະຍາສາດ ຫຼາຍປະເທດ ກ່ຽວກັບ ສາຍພັນ ່ ໂອໄມຄຣອນ ພົບວ່າ ເຖິງວ່າເຊື້ອພະຍາດຈະມີການກະຈາຍໂຕໄວເຮັດໃຫ້ຕິດເຊື້ອງ່າຍຂື້ນ 3-3,5 ເທົ່າ ທຽບໃສ່ສາຍພັນທີ່ລະບາດກ່ອນໜ້ານີ້ ແຕ່ວ່າ ອາການຂອງບັນດາຄົນເຈັບທີ່ຕິດເຊື້ອແມ່ນຂ້ອງຂ້າງ ເບົາບາງ ຫາ ປານກາງ, ໃນທະວີບອາຟຣິກກາໃຕ້ພົບວ່າອັດຕາການເສຍຊີວິດຂອງຄົນເຈັບທີ່ຕິດເຊື້ອສາຍພັນໂອໄມຄຣອນປະມານ 6% ເຊີ່ງອັດຕາການເສຍຊີວິດຕ່ຳກ່ວາສາຍພັນທີ່ພົບໃນໄລຍະຜ່ານມາທີ່ມີອັດຕາການເສຍຊີວິດ 17% ແຕ່ກໍ່ພົບວ່າມີອັດຕາການເສຍຊີວິດໃນໄວໜຸ່ມ ຊ່ວງອາຍຸ 20-40 ປີສຳລັບສາຍພັນໂອໄມຄຣອນ, ນອກຈາກນີ້ ຜູ້ທີ່ເຂົ້ານອນປີ່ນປົວຢູ່ໂຮງໝໍຍັງມີອາການດີໄວຂື້ນກ່ວາເກົ່າໃຊ້ເວລາປີ່ນປົວປະມານ 8 ມື້ ທຽບໃສ່ສາຍພັນຜ່ານມາທີ່ນອນປີ່ນປົວປະມານ 8,5ມື້ ແລະ ຄາດຄະເນວ່າອາດສ້າງຄວາມເສຍຫາຍ ໄດ້ນ້ອຍກ່ວາ ສາຍພັນ ເດວຕ້າ ຫຼືສາຍພັນຜ່ານມາ. ສາຍພັນນີ້ ອາດຈະມີການຮຸນແຮງຂື້ນຖ້າເກີດໃນຜູ້ທີ່ມີພະຍາດປະຈໍາຕົວ ຫຼື ໃນຜູ້ສູງອາຍຸ, ແລະ ສາຍພັນ ໂອມິຄອນ ນີ້ ອາດຈະເຮັດໃຫ້ມີການຕິດເຊື້ອໄດ້ຊໍ້າຄືນໄດ້ປະມານສາມເທົ່າຕົວ ຖ້າທຽບໃສ່ ສາຍພັນເດວຕ້າ, ເຖີງຢ່າງໃດກໍ່ຕາມການສືກສານີ້ນັກວິທະຍາສາດກໍ່ຈະຕ້ອງໄດ້ດຳເນີນການສືກສາຄົ້ນຄ້ວາລະອຽດຕື່ມອີກ ຄາດວ່າອີກ ບໍ່ດົນໃນຕໍ່ໜ້າພວກເຮົາກໍ່ໄດ້ມີຂໍ້ມູນທີ່ຊັດເຈນຂື້ນກ່ວາເກົ່າ.
- ສຳລັບການລະບາດໃນປະເທດເຮົາ ແມ່ນໄດ້ມີການລະບາດໃນຊຸມຊົນ ຢູ່ໃນທຸກແຂວງ ອັດຕາການກວດພົບເຊື້ອແມ່ນຂ້ອນຂ້າງສູງ (ສະເລ່ຍ 24%) ສາຍພັນທີ່ພົບປັດຈຸບັນໃນປະເທດເຮົາກໍ່ຍັງແມ່ນສາຍພັນເດວຕາ ແລະ ຍັງບໍ່ທັນມີລາຍງານພົບສາຍພັນໂອໄມຄຣອນເທື່ອ, ກຸ່ມຄົນທີ່ຕິດເຊື້ອສ່ວນໃຫ່ຍ ກໍ່ຍັງພົບໃນ ຖັນແຖວພະນັກງານເຮັດວຽກດ່ານໜ້າ ລວມທັງແພດ, ພະຍາບານ ຜູ້ທີ່ໃຫ້ບໍລິການປະຊາຊົນຢູ່ຕາມສະຖານທີ່ສາມາລະນະສຸກຕ່າງໆ,ສຳນັກງານອົງການ, ລັດວິສາຫະກິດ, ບໍລິສັດເອກະຊົນ, ໂຮງຈັກໂຮງງານ, ໂຮງຮຽນ, ຕະຫຼາດ, ຄອບຄົວ, ສະຖານທີ່ຄຸມຂັງ ແລະ ອື່ນໆ
- ສະນັ້ນ ມີຄວາມຈໍາເປັນທີ່ສຸດ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ໂດຍສະເພາະ ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ບໍ່ຊຸມແຊວກັນ, ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ຖ້າຫາກທ່ານຮູ້ສືກວ່າ ເປັນກຸ່ມສ່ຽງຕ້ອງຈໍາກັດບໍລິເວນຕົນເອງທັນທີ ພ້ອມທັງໄປກວດຊອກຫາເຊື້ອ, ເຖິງແມ່ນວ່າ ຜົນກວດຈະເປັນລົບກໍ່ຕາມ ຕ້ອງໄດ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 14 ວັນ ຫຼື ກັບມາກວດຄືນຖ້າວ່າມີອາການຜິດປົກກະຕິ.
- ການເປີດການບໍລິການຂອງລົດໄຟຄວາມໄວສູງໃນມໍ່ມໍ່ມານີ້ ແມ່ນເປັນນິມິດໝາຍ ໃນການໄປມາຫາສູ່ທີ່ສະດວກສະບາຍ ໃຫ້ແກ່ ປະຊາຊົນພາຍໃນສັງຄົນໂດຍສະເພາະການເດີນທາງລະຫ່ວາງບັນດາແຂວງຕ່າງໆ, ຫຼາຍໆຄົນໄດ້ມີການໄປນໍາໄຊ້ບໍລິການ ດັ່ງກ່າວຢ່າງໜາແໜ້ນ, ເຫັນໄດ້ຕາມສື່ອອນລາຍຕ່າງໆ ໃນໂອກາດນີ້ ຂ້າພະເຈົ້າກໍ່ຂໍໃຫ້ບັນດາທ່ານເດີນທາງດ້ວຍການມີສະຕິລະວັງໂຕ ໃນການຮັກສາໄລຍະຫ່າງ ເລີ້ມຕັ້ງແຕ່ ການໄປຊື້ປີ້ ກໍ່ຕ້ອງລຽນແຖວເປັນລະບຽບ ບໍ່ແອອັດ, ໃສ້ຜ້າອັດປາກດັງຕະຫຼອດເວລາ, ພົກພາ ເຈວ ຫຼື ເຫຼົ້າ ເພື່ອລ້າງມືເລືື້ອຍໆ ແລະ ທີ່ສໍາຄັນບຸກຄົນທີ່ຈະໄປໄຊ້ບໍລິການລົດໄຟ ແມ່ນຕ້ອງໄດ້ສັກວັກຊີນຄົບ.
- ຄະນະສະເພາະກິດ ຂໍໃຫ້ທ່ານຕິດຕາມຂ່າວສານລະອຽດດ້ານອື່ນໆ ກ່ຽວກັບພະຍາດໂຄວິດ 19 ແລະ ສະຖານນະການຂອງປະເທດ ພ້ອມຄໍາແນະນໍາຕ່າງໆທີ່ເປັນປະໂຫຍດ ແລະ ຖືກຕ້ອງ ໄດ້ທີ່:
- ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
- ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
- ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
- ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ. ສໍາລັບຜູ້ທີ່ຕິດເຊື້ອສະໝັກໃຈປິ່ນປົວຢູ່ເຮືອນ ສາມາດສອບຖາມຂໍ້ແນະນໍາເພີ່ມເຕີມ ສາຍດ່ວນ 164.