ວັນທີ 09 ທັນວາ 2021, ມີຜູ້ຕິດເຊືອໂຄວິດ-19 ເພີ່ມໃໝ່ 1,212 ຄົນ, ເສຍຊີວິດໃໝ່ 05 ຄົນ
ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 09 ທັນວາ ປີ 2021
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 08 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4,925 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,212 ຄົນ (ຕິດເຊື້ອພາຍໃນ ມີ 1,196ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,196 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:
- ນະຄອນຫຼວງ 610 ຄົນ ໃນ 180 ບ້ານ ແລະ 9 ເມືອງ
- ອຸດົມໄຊ ມີ 101 ຄົນ
- ຊຽງຂວາງ ມີ 99 ຄົນ
- ຫຼວງພະບາງ ມີ 87 ຄົນ
- ບໍ່ແກ້ວ ມີ 63 ຄົນ
- ບໍລິຄຳໄຊ ມີ 39 ຄົນ
- ແຂວງວຽງຈັນ ມີ 35 ຄົນ
- ສະຫວັນນະເຂດ ມີ 34 ຄົນ
- ຈຳປາສັກ ມີ 29 ຄົນ
- ໄຊສົມບູນ ມີ 27 ຄົນ
- ໄຊຍະບູລີ ມີ 22 ຄົນ
- ຫົວພັນ ມີ 18 ຄົນ
- ຄຳມ່ວນ ມີ 15 ຄົນ
- ສາລະວັນ ມີ 9 ຄົນ
- ອັດຕະປື ມີ 4 ຄົນ
- ເຊກອງ ມີ 3 ຄົນ
- ຜົ້ງສາລີ ມີ 1 ຄົນ
- ຫຼວງນໍ້າທາ ມີ 0 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 16 ຄົນ, ຈາກນະຄອນຫຼວງວຽງຈັນ 15 ຄົນ ແລະ ແຂວງບໍລິຄຳໄຊ 01 ຄົນ, ທຸກຄົນໄດ້ເຂົ້າຈຳກັດສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.
ມາຮອດວັນທີ 08 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 83,294 ຄົນ, ເສຍຊີວິດສະສົມ 224 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 751 ຄົນ, ກໍາລັງປິ່ນປົວ 12,151 ຄົນ.
- ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍຸ 55 ປີ, ບ້ານ ຫ້ວຍຊາຍໃຕ້. ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.
– ພະຍາດປະຈຳຕົວ: ເບົາຫວານ
– ບໍ່ໄດ້ສັກຢາກັນພະຍາດໂຄວິດ 19.
– ວັນທີ 3 ທັນວາ 2021: ກວດພົບເຊື້ອ covid-19.
– ເບື້ອງຕົ້ນໄດ້ນອນຕິດຕາມປິ່ນປົວຢູ່ບ້ານ ຮອດວັນທີ່ 07 ທັນວາ 2021 ເວລາ 4ໂມງເຊົ້າ ໄດ້ເຂົ້າມານອນໂຮງໝໍຍ້ອນມີອາການໄອ, ຫັນໃຈຝືດແຮງ, ນອນພຽງບໍ່ໄດ້ ແລະ ໄດ້ຮັບເຂົ້ານອນຫ້ອງມໍລະສຸມ
– ໄລຍະທີ່ນອນປີ່ນປົວຢູ່ໂຮງຫມໍ ວັນທີ່ 07-08 ທັນວາ 2021, ເປັນເວລາ 2 ມື້
– ມາຮອດເວລາ 10:30 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
2). ເພດຍິງ ອາຍຸ 67 ປີ, ຢູ່ບ້ານ ດົງ, ເມືອງ ທຸລະຄົມ ແຂວງ ວຽງຈັນ (ນັບເປັນຄົນເຈັບນະຄອນຫລວງ)
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ເບົາຫວານ ແລະ ເກົາ
– ໄດ້ສັກຢາກັນພະຍາດໂຄວິດ 19 ຄົບສອງເຂັມ
– ເຂົ້າມາໂຮງໝໍມະໂຫສົດ ເວລາ 12:47 ນາທີ ຂອງວັນທີ 06 ທັນວາ 2021 ແລະ ໄດ້ນໍາສົ່ງມາໂຮງໝໍເຊດຖາທິຣາດວັນທີ 07 ທັນວາ 2021 ເວລາ 14:45 ນາທີ ດວ້ຍອາການໜັກ ແລະ ມາຮອດເວລາ 19:20 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີິວິດ.
3). ເພດຍິງ, ອາຍຸ 51 ປີ, ບ້ານຊຽງຍຶນ, ເມືອງຈັນທະບູລີ, ນະຄອນຫລວງ
– ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ເບົາຫວານ ມາໄດ້ 5 ປີ ກິນຢາປະຈໍາ
– ໄດ້ສັກຢາກັນພະຍາດໂຄວິດ-19ຄົບ
– ເວລາ 18:00 ໂມງຂອງວັນທີ 25 ພະຈິກ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ ແລະ ແໜ້ນໜ້າເອີກ ໄດ້ເກັບຕົວຢ່າງມາກວດພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍ
– ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 25 ພະຈິກ 2021-08 ທັນວາ 2021, ລວມເປັນ 14 ວັນ
– ມາຮອດເວລາ 05:10 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.
4). ເພດຊາຍ, ອາຍຸ 46 ປີ, ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈຳໂຕ: ພະຍາດຫົວໃຈ ແຕ່ບໍ່ໄດ້ກວດສຸຂະພາບເປັນປະຈໍາ
– ບໍ່ໄດ້ສັກຢາກັນພະຍາດໂຄວິດ-19
– ເວລາ 12:00 ໂມງຂອງວັນທີ 27 ພະຈິກ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍ
– ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 27 ພະຈິກ 2021-08 ທັນວາ 2021, ລວມເປັນ 12 ວັນ
– ມາຮອດເວລາ 11:00 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.
5) ເພດຊາຍ, ອາຍຸ 86 ປີ, ບ້ານສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ.
– ພະຍາດປະຈຳໂຕ: ຄວາມດັນເລືອດສູງແລະ ຄົນເຈັບເປັນອຳມະພາດມາກ່ອນ
– ບໍ່ໄດ້ສັກຢາກັນພະຍາດໂຄວິດ-19
– ຜົນກວດຢັ້ງຢືນ: ວັນທີ 30 ພະຈິກ 2021
– ເວລາ 19:30 ຂອງວັນທີ 01 ທັນວາ 2021 ມາດ້ວຍອາການງ່ວງຊຶມ, ຖ່າຍເປັນເລືອດສີແດງສົດ, ຫາຍໃຈມີການຈ່ອງດຶງ (ກ່ອນໜ້ານີ້ ໄອມາໄດ້ 7 ວັນ, ໄຂ້, ເມື່ອຍ ແລະ ກິນດື່ມໄດ້ໜ້ອຍ)
– ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວ: ວັນທີ 30 ພະຈິກ 2021-08 ທັນວາ 2021, ລວມເປັນ 10 ວັນ
– ຮອດເວລາ 13:00 ໂມງ ຂອງວັນທີ່ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ
ຕໍ່ໄປ ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
- ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
- ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ 2 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
- ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
- ໜ່ວຍກວດເຄື່ອນທີ່:
- ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
- ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
- ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
- ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
- ໂຮງໝໍເມືອງ 9 ຕົວເມືອງ
- ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ( ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ).
ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
- ບ້ານແດງໃນທົ່ວປະເທດ ມີ: 1,158 ບ້ານ ໃນ 118 ເມືອງ ຈາກ 17 ແຂວງ
- ບ້ານທີ່ກໍານົດເປັນເຂດແດງໃໝ່ ມີ 9 ບ້ານ ໃນ 9 ເມືອງ ຈາກ 7 ແຂວງ
ອີກເທື່ອນື່ງ ສໍາລັບລາຍລະອຽດ ບັນດາຊື່ຂອງບ້ານແດງຕ່າງໆ ຂໍໃຫ້ບັນດາທ່ານຕິດຕາມ ໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
- ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 08 ທັນວາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,262 ຄົນ. ຮອດປະຈຸບັນທົ່ວປະເທດ ມີຜູ້ຈຳກັດບໍລິເວນທັງໝົດ 4.461ຄົນ (ສູນ 2,965 ຄົນ ແລະ ໂຮງແຮມ 1.451ຄົນ) ໃນ 85 ສູນ ແລະ 59 ໂຮງແຮມ.
- ສະພາບຕິດເຊືື້ອພະຍາດ COVID-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ:
ປະຈຸບັນ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ:
- ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 26037.482 (628.428 ໃໝ່),
- ເສຍຊິວິດທັງໝົດ 5.2948 (7.134 ໃໝ່),
- ປີ່ນປົວຫາຍດີ 2234.331 (459.370 ໃໝ່).
3 ປະເທດ ທີ່ມີຄົນຜູ້ຕິດເຊືື້ອສູງກວ່າໝູ່ໃນໂລກ ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ
- 5 ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ເຫັນວ່າ ສສ ຫວຽດນາມ ຍັງມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ເຖິງ 14,599 ຄົນ, ຖັດລົງມາ ແມ່ນ ໄທ 3,618 ຄົນ.
ລ/ດ
| ປະເທດ | ກໍລະນີຕິດເຊື້ອ | ເສຍຊິວີດ | ||
ສະສົມທັງໝົດ | ໃໝ່ | ສະສົມທັງໝົດ | ໃໝ່ | ||
1 | ໄທ | 2,152,384 | 3,618 | 21,033 | 38 |
2 | ຫວຽດນາມ | 1,352,122 | 14,599 | 26,930 | 230 |
3 | ມຽນມາ | 525,403 | 394 | 19,157 | 11 |
4 | ກໍາປູເຈຍ | 120,300 | 14 | 2,971 | 4 |
5 | ຈີນ | 99,371 | 74 | 4,636 |
- ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກຍັງບໍ່ມີທ່າອຽງຈະຢຸດຈື້ງ, ຫຼາຍປະເທດຍັງສືບຕໍ່ປະຕິບັດມາດຕະການທາງສັງຄົມເພື່ອປ້ອງກັນການຕິດເຊື້ອ ແລະ ແຜ່ລະບາດໄປໃນວົງກ້ວາງ, ປະເທດທີ່ຍັງມີລາຍງານການຕິດເຊື້ອຫຼາຍກ່ວາໝູ່ກໍ່ຍັງແມ່ນສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ, ສຳລັບປະເທດຕິດຈອດກັບ ສປປລາວ ກໍ່ຍັງເຫັນວ່າປະເທດຫວຽດນາມມີການລາຍງານຕິດເຊື້ອໃໝ່ສູງກ່ວາໝູ່ຫຼາຍກ່ວາ 14,000 ກ່ວາກໍລະນີໃນແຕ່ລະວັນ.
- ການຕິດເຊື້ອພາຍໃນປະເທດຂອງພວກເຮົາແມ່ນຍັງບໍ່ທັນຫຼຸດລົງ ແລະ ນະຄອນຫຼວງວຽງຈັນ ຍັງແມ່ນເຂດທີ່ມີການລາຍງານການຕິດເຊື້ອໃໝ່ປະຈໍາວັນທີ່ສູງ, ຮອດປັດຈຸບັນການຕິດເຊື້ອແມ່ນມີຢູ່ທຸກແຂວງໃນທົ່ວປະເທດ ແລະ ເກີດຂື້ນໃນສະຖານທີ່ທີ່ມີຄົນອາໃສໜາແໜ້ນ ເຊິ່ງທັງໝົດ ກໍ່ລ້ວນແລ້ວແຕ່ ຕິດພັນກັບການເຄື່ອນໄຫວ ແລະ ວິຖີການດໍາລົງຊີວິດໃນແຕ່ລະວັນຂອງໝົດທຸກຄົນທີ່ມີການໄປມາຫາສູ່ ແລະ ການຢູ່ນຳກັນຫຼາຍຄົນໃນຄອບຄົວດຽວກັນລວມທັງການຕິດເຊື້ອໃນສະຖານທີ່ເຮັດວຽກ, ສະຖານທີ່ມີຄົນແອອັດເຊັ່ນ: ໂຮງຈັກໂຮງງານ, ຄ້າຍຄຸມຂັງ, ສະຖາບັນການສືກສາ ແລະ ອື່ນໆ ສະນັ້ນຂໍໃຫ້ບັນດາທ່ານຈົ່ງມີສະຕິນຳກັນເອົາໃຈໃສ່ປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ.
- ການເປີດການບໍລິການຂອງລົດໄຟຄວາມໄວສູງໃນມໍ່ມໍ່ມານີ້ ແມ່ນເປັນນິມິດໝາຍ ໃນການໄປມາຫາສູ່ທີ່ສະດວກສະບາຍ ໃຫ້ແກ່ ປະຊາຊົນພາຍໃນສັງຄົນໂດຍສະເພາະການເດີນທາງລະຫ່ວາງບັນດາແຂວງຕ່າງໆ, ຫຼາຍໆຄົນໄດ້ມີການໄປນໍາໄຊ້ບໍລິການ ດັ່ງກ່າວຢ່າງໜາແໜ້ນ, ເຫັນໄດ້ຕາມສື່ອອນລາຍຕ່າງໆ ໃນໂອກາດນີ້ ຂ້າພະເຈົ້າກໍ່ຂໍໃຫ້ບັນດາທ່ານເດີນທາງດ້ວຍການມີສະຕິລະວັງໂຕ ໃນການຮັກສາໄລຍະຫ່າງ ເລີ້ມຕັ້ງແຕ່ ການໄປຊື້ປີ້ ກໍ່ຕ້ອງລຽນແຖວເປັນລະບຽບ ບໍ່ແອອັດ, ໃສ້ຜ້າອັດປາກດັງຕະຫຼອດເວລາ, ພົກພາ ເຈວ ຫຼື ເຫຼົ້າ ເພື່ອລ້າງມືເລືື້ອຍໆ ແລະ ທີ່ສໍາຄັນບຸກຄົນທີ່ຈະໄປໄຊ້ບໍລິການລົດໄຟ ແມ່ນຕ້ອງໄດ້ສັກວັກຊີນຄົບ.
- ຄະນະສະເພາະກິດ ຂໍໃຫ້ທ່ານຕິດຕາມຂ່າວສານລະອຽດດ້ານອື່ນໆ ກ່ຽວກັບພະຍາດໂຄວິດ 19 ແລະ ສະຖານນະການຂອງປະເທດ ພ້ອມຄໍາແນະນໍາຕ່າງໆທີ່ເປັນປະໂຫຍດ ແລະ ຖືກຕ້ອງ ໄດ້ທີ່:
- ເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື covid19.gov.la ແລະ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ www.cdc.gov.la
- ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
- ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ
- ນອກຈາກນັ້ນ ຍັງສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166) ເພື່ອຂໍຄໍາແນະນຳ ແລະ ລາຍງານເຫດການ. ສໍາລັບຜູ້ທີ່ຕິດເຊື້ອສະໝັກໃຈປິ່ນປົວຢູ່ເຮືອນ ສາມາດສອບຖາມຂໍ້ແນະນໍາເພີ່ມເຕີມ ສາຍດ່ວນ 164.