ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ

ວັນທີ31ມັງກອນ2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ3850ຕົວຢ່າງໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ585ຄົນ(ຕິດເຊື້ອພາຍໃນ584ຄົນ ແລະ ນໍາເຂົ້າ 01 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ584 ຄົນຈາກ 17ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ຜົ້ງສາລີ 139 ຄົນ
2 ນະຄອນຫຼວງ 102 ຄົນ
3 ສາລະວັນ 49 ຄົນ
4 ຊຽງຂວາງ 31 ຄົນ
5 ວຽງຈັນ 30 ຄົນ
6 ບໍລິຄໍາໄຊ 30 ຄົນ
7 ໄຊຍະບູລີ 28 ຄົນ
8 ຫົວພັນ 27 ຄົນ
9 ອຸດົມໄຊ 26 ຄົນ
10 ໄຊສົມບູນ 25 ຄົນ
11 ເຊກອງ 20 ຄົນ
12 ສະຫັວນນະເຂດ 18 ຄົນ
13 ຄໍາມ່ວນ 16 ຄົນ
14 ອັດຕະປື 15 ຄົນ
15 ບໍ່ແກ້ວ 11 ຄົນ
16 ຫຼວງພະບາງ 10 ຄົນ
17 ຈໍາປາສັກ 4 ຄົນ
18 ຫຼວງນໍ້າທາ 3 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 01 ຄົນ ທັງໝົດຈາກສະຫວັນນະເຂດ 1 ຄົນເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢຸ່ໃນ ສປປ ລາວ ທັງໝົດ134,438ກໍລະນີ, ອອກໂຮງໝໍວານນີ້231ຄົນ, ກຳລັງປິ່ນປົວ5517ຄົນ ແລະ ເສຍຊີວິດສະສົມທັງໝົດ551ຄົນ(ເສຍຊິວິດໃໝ່ 04ຄົນ).
– ສຳລັບຜູ້ເສຍຊີວິດໃໝ່04ຄົນຈາກວຽງຈັນ 02 ຄົນ, ບໍລິຄໍາໄຊ 01 ຄົນ ແລະ ໄຊສົມບູນ 01ຄົນ ໃນນີ້ ມີຜູ້ສູງອາຍຸ 5 ຄົນ ແລະ ບໍ່ສັກວັກຊິນ 4 ຄົນ
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວແລະຍາດຕິພີ່ນ້ອງທີ່ໄດ້ສູນເສຍຄົນທີ່ຮັກແລະເຄົາລົບມານະທີ່ນີ້ດ້ວຍ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ປັດຈຸບັນການລາຍງານການຕິດເຊື້ອໃນທົ່ວໂລກຍັງສູງຢູ່ ແຕ່ ສໍາລັບ ສປປ ລາວ ມື້ນີ້ກໍ່ແມ່ນອີກມື້ໜື່ງທີ່ໂຕເລກລາຍງານຍັງຜູ້ຕິດເຊື້ອຢູ່ໃນລະດັບ 500 ກວ່າຄົນ ຈໍານວນຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນມີທ່າອຽງຫຼຸດລົງ ແຕ່ກໍ່ຍັງມີບາງແຂວງທີ່ມີການເພີ່ມຂື້ນຂອງຜູ້ຕິດເຊື້ອລາຍວັນ ດັ່ງນັ້ນ, ມາດຕະການປ້ອງກັນຕົນເອງ ຈຶ່ງຍັງມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດ.
• ໃນສາຍດ່ວນ 165 166 ພໍ່ແມ່ ຜູ້ປົກຄອງຫຼາຍທ່ານກໍ່ແມ່ນໄດ້ຖາມມາກ່ຽວກັບການສັກວັກຊິນເດັກ ທີ່ມີອາຍຸຕໍ່າກວ່າ 12 ປີ ເຊິງຂ້າພະເຈົ້າຈະຂໍໃຫ້ຄວາມຮູ້ເພີ້ມເຕີມດັ່ງນີ້
• ສປ ຈີນ ແມ່ນອະນຸຍາດໃຫ້ ເດັກນ້ອຍທີ່ມີອາຍຸແຕ່ 3 – 17 ປີ ສາມາດສັກວັກຊິນໄດ້ 2 ຊະນິດມີ Sinopharm ແລະ Sinovac ໃນເດືອນມີຖຸນາຜ່ານມາ ແລະ ມີເປົ້າໝາຍສັກໃຫ້ສໍາເລັດໃນທ້າຍປີ 2021, ເຊັນດຽວກັນກັບຢູ່ ປະເທດກໍາປູເຈ້ຍແມ່ນໄດ້ສັກໃຫ້ເດັກນ້ອຍອາຍຸ 6 ຫາ 11 ປີ,ນອກຈາກນັ້ນກໍ່ຍັງມີປະເທດ ອາເຈນຕິນາ, ອິນໂດເນເຊຍ ໄດ້ອະນຸຍາດໃຫ້ເດັກນ້ອຍທີ່ມີອາຍຸ 3 ປີຂື້ນເມື່ອ ທີ່ສາມາດເຂົ້າໄປສັກວັກຊິນ Sinopharm,Sinovac. ສ່ວນຟິລິບປິນແມ່ນມີແຜນຈະສັກວັກຊິນຊະນິດ Sinovacໃຫ້ເດັກນ້ອຍໃນໄວໆນີ້.
• ສໍາລັບການສັກວັກຊິນປ້ອງກັນ COVID-19 ໃນເດັກນ້ອຍ, ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ຄະນະກໍາມະການວັກຊິນແຫ່ງຊາດ ສຶກສາຜົນຂອງການທົດລອງສັກວັກຊິນປ້ອງກັນ COVID-19 ໃນ ແຂວງຜົ້ງສາລີ ມາຄົ້ນຄວ້າເພື່ອເປັນບ່ອນອີງໃຫ້ແກ່ການຂະຫຍາຍການສັກວັກຊິນໃນເດັກໃນຂອບເຂດທົ່ວປະເທດ. ສ່ວນລາຍລະອຽດຂອງການສັກວັກຊິນປ້ອງກັນ COVID-19 ໃນເດັກຈະມາຖະແຫຼງໃຫ້ບັນດາທ່ານໄດ້ຮັບຊາບໃນໄລຍະຕໍ່ໄປ.
• ໃນສະພາບການລະບາດຢູ່ໃນສປປລາວ, ອັດຕາການຕິດເຊື້ອປະຈໍາວັນແມ່ນມີທ່າອຽງຫຼຸດລົງເຖິງຢ່າງໃດກໍ່ຕາມໃນໄລະນີ້ແມ່ນມີການຈັດງານສິລິມຸງຄຸນແລະພິທີທາງສາສະໜາເຊັ່ນການຈັດງານດອງ, ສະຫຼອງປີໃໝ່ຊາວຫວຽດນາມ ແລະ ຈີນ,ງານລ້ຽງສັງສັນເປັນຕົ້ນ. ຂໍໃຫ້ໃຫ້ທຸກຄົນໄດ້ເຂົ້າໃຈວ່າສາເຫດຫຼັກທີ່ພາໃຫ້ມີການຕິດເຊື້ອແມ່ນມາຈາກການເຕົ້່າໂຮມຍາດຕິພີ່ນ້ອງ ຫຼື ຄົນຈໍານວນຫຼາຍ, ການຮັບປະທານອາຫານຮ່ວມກັນເປັນກຸ່ມ ເຊິງຈະຕ້ອງໄດ້ເອົາຜ້າປິດປາກອອກ, ບໍ່ມີການຮັກສາໄລຍະຫ່າງ, ບໍ່ມີການໃສ່ຜ້າປິດປາກ-ດັງ. ເຊິງພຶດຕິກໍາດັ່ງກ່າວແມ່ນມີຄວາມສ່ຽງສູງໃນການຕິດເຊື້ອແລະນໍາເຊື້ອໄປແຜ່ໃສ່ຄົນອື່ນໃນຄອບຄົວແລະຄົນໃກ້ຊິດ. ດັ່ງນັ້ນ, ຄະນະສະເພາະກິດຂໍຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ບໍ່ໃຫ້ລະເລິງແລະປະໝາດເດັດຂາດຕ້ອງມີສະຕິໃນການປ້ອງກັນຕົນເອງແລະຄົນອື່ນທີ່ຢູ່ໃກ້ຊິດພ້ອມທັງຫຼີກລ້ຽງການພົບປະກັນທີ່ມີຄົນຈໍານວນຫຼາຍ, ລ້າງມືເລື່ອຍໆໂດຍນໍ້າສະອາດໃສ່ສະບູ, ໃສ່ຜ້າປິດ-ປາກດັງ ແລະ ສໍາຜູ້ທີ່ຍັງບໍ່ທັນສັກວັກຊິນ ຫຼື ສັກແລ້ວແຕ່ຍັງບໍ່ຄົບ ແມ່ນຄວນໄປສັກໃຫ້ຄົບໂດສ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ຂໍແຈ້ງໃຫ້ບັນດາທ່ານຊາບວ່າມາຮອດມື້ນີ້ທົ່ວປະເທດສັກວັກຊີນສະສົມທັງໝົດ: ເຂັມທີ1 ສັກໄດ້4.746.747ຄົນ (ອັດຕາປົກຄຸມ64, 51%), ເຂັມ2 ສັກໄດ້4.102.017ຄົນ (ອັດຕາປົກຄຸມ55.90%).
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ສໍາລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕສາມາດໄປຮັບການບໍລິການ ໄດ້ທີ່:
– ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
– ໂຮງໝໍສູນກາງ
– ໂຮງໝໍເມືອງ 9 ຕົວເມືອງ
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.