ຕອນເຊົ້າວັນທີ 1 ກໍລະກົດນີ້ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການ ລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວ ສະ ພາບການລະບາດຂອງພະຍາດCOVID-19 ຢູ່ ສປປ ລາວ
ຮອດວັນທີ່ 1 ກໍລະກົດ 2021 ສປປລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດຢູ່ ສປປ ລາວ 2,144 ຕົ້ນ
(ຕິດເຊື້ອ ໃໝ່ 23 ຄົນ, ໃນນັ້ນ ຕິດເຊື້ອໃນຊຸມຊົນ 3 ກໍລະນີ ຈາກແຂວງວຽງຈັນ ແລະ ຕິດເຊື້ອໃນຜູ້ທີ່
ເດີນທາງເຂົ້າມາຈາກປະເທດໃກ້ຄຽງ ມີ: ນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 7 ຄົນ, ຈຳປາ
ຮັກ 7 ຄົນ ແລະ ຄຳມ່ວນ 4 ຄົນ) ເສຍຊີວິດ ສະສົມທັງໝົດ ໐3 ຄົນ (ເສຍຊິວິດໃໝ ໐ຄົນ ), ຄົບກໍານົດ,
ປິ່ນປົວ ອອກໂຮງ ທັງໝົດ 1,970 ຄົນໝໍ ( ໃໝ່ 03) ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 171 ຄົນ
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ
ວັນທີ 30 ມີຖຸນາ 2001 ຜູ້ທີ່ໄດ້ຮັບອະນຸຍາຕຈາກຄະນະສະເພາະກິດເດີນທາງ ເຂົ້າມາ ສປປ ລາວ
ຈໍານວນ 2,372 ຄົນ ທຸກຄົນໄດ້ເກັບຕົວຢ່າງໄປກວດ ແລະ ເຂົ້າຈຳກັດບໍລິເວນ 14 ມື້ ຈື່ງຈະອອກໄປ
ເຄື່ອນໄຫວ ປົກກະຕິ.
ວຽກງານການຈຳກັດບໍລິເວນ ປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 51 ສູນ,
ມີຜູ້ຈຳກັດບໍລິເວນທັງໝົດ 3,742 ຄົນ
ວຽກງານວິເຄາະ ໃນວັນທີ 30 ມີຖຸນາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ
COVID-19 ທັງໝົດ 1,498 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 23 ກໍລະນີ ( ນະຄອນຫຼວງວຽງ
ຈັນ 2 ກໍລະນີ, ສະຫວັນນະເຂດ 7 ກໍລະນີ, ຈຳປາສັກ 7 ກໍລະນີ, ແຂວງວຽງຈັນ 3 ກໍລະນີ ແລະ ຄາ
ມ່ວນ 4 ກໍລະນີ ) .
ສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ 10 ຢູ່ ນະຄອນຫຼວງວຽງຈັນ
• ມີໂຮງໝໍສູນກາງ
• ຈຸດກວດ ຢູ່ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ
ວັນອາທິດ)
ນອກຈາກນັ້ນທິມງານເຝົ້າລະວັງຍັງມີການຄົ້ນຫາກໍລະນີຜູ້ຕິດເຊື້ອໃໝ່ແບບບຸກ (Active
case finding) ໂດຍການເຄື່ອນທີ່ໄປເກັບຕົວຢ່າງ ໃນຈຸດ ທີ່ ເປັນ ບ້ານເຂດແດງ
ສຳນັກງານອົງການ,ສະຖາບັນການສຶກສາ, ຕະຫຼາດສົດ, ລວມທັງບາງໂຮງງານ ແລະ
ສະຖານທີ່ ທີ່ມີ ແຮງງານກຳມະກອນຈຳນວນຫຼາຍ ,
ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ ຂ3 ຄົນ
ສໍາລັບ 3 ຄົນ ຢູ່ແຂວງວຽຈັນ ແມ່ນຕິດຈາກກຸ່ມເກົ່າ ທີ່ຕິດເຊື້ອໄລຍະຜ່ານມາ
• ສ່ວນ ນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 7 ຄົນ, ຈຳປາສັກ 7 ຄົນ ແລະ ຄໍາ
ມ່ວນ 4 ຄົນ ແມ່ນແຮງງານລາວທີ່ກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດ
ຈາກ ຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳ
ກັດບໍລິເວນຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກໍານົດໄວ້, ເມື່ອຜົນກວດເປັນຜົນ
ບວກ ພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
“ ຈານວນບ້ານເຂດແດງໃນນະຄອນຫຼວງວຽງຈັນ ຮອດມື້ນີ້ມີທັງໝົດ 2 ບ້ານ ໃນ 5
ເມືອງຄື: ເມືອງຈັນທະບູລີ, ໄຊທານີ, ສີໂຄດຕະບອງ, ໄຊເສດຖາ ແລະ ນາຊາຍທອງ
ໍ ບ້ານໃໝ່ທີ່ກຳນົດເປັນບ້ານເຂດແດງ ໃນວັນທີ 30/6/2021 ( ບໍ່ມີ )
ໍ ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ເປັນເຂດເຫຼືອງໃນວັນທີ 30/6/2021 ( ບໍ່ມີ )
Loading...