ວັນທີ 30 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,513 ຕົວຢ່າງໃນຂອບເຂດທົ່ວປະເທດແລະພົບເຊື້ອທັງໝົດ 1,425 ຄົນ (ຕິດເຊື້ອພາຍໃນມີ 1,424 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,424 ຄົນ ຈາກ 18 ແຂວງເຊິ່ງມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 576 ຄົນ ໃນ 203 ບ້ານ ແລະ 9 ເມືອງ
• ເມືອງຈັນທະບູລີ ມີ 22 ບ້ານ (50 ຄົນ)
• ເມືອງສີໂຄດຕະບອງ ມີ 35 ບ້ານ (92 ຄົນ)
• ເມືອງໄຊເສດຖາ ມີ 33 ບ້ານ (113 ຄົນ)
• ເມືອງສີສັດຕະນາກ ມີ 23 ບ້ານ (86 ຄົນ)
• ເມືອງ ນາຊາຍທອງ ມີ 20 ບ້ານ (45 ຄົນ)
• ເມືອງໄຊທານີ ມີ 37 ບ້ານ (110 ຄົນ)
• ເມືອງຫາດຊາຍຟອງ ມີ 25 ບ້ານ (38 ຄົນ)
• ເມືອງ ສັງທອງ 02 ບ້ານ (03 ຄົນ)
• ເມືອງ ປາກງື່ມ ມີ 04 ບ້ານ (32 ຄົນ)
• ຕ່າງແຂວງ ມີ 01 ຄົນ
• ຍັງສືບຕໍ່ເອົາຂໍ້ມູນ 06 ຄົນ
2. ໄຊຍະບູລີ ມີ 107 ຄົນ ໃນ 21 ບ້ານ ແລະ 3 ເມືອງ
3. ບໍ່ແກ້ວ ມີ 97 ຄົນ ໃນ 25 ບ້ານ ແລະ 3 ເມືອງ
4. ຄຳມ່ວນ ມີ 87 ຄົນ ໃນ 17 ບ້ານ ແລະ 5 ເມືອງ
5. ຈຳປາສັກ ມີ 81 ຄົນ ໃນ 43 ບ້ານ ແລະ 7 ເມືອງ
6. ສະຫວັນນະເຂດ ມີ 76 ຄົນ ໃນ 35 ບ້ານ ແລະ 6 ເມືອງ
7. ຜົ້ງສາລີ ມີ 65 ຄົນ ໃນ 40 ບ້ານ ແລະ 7 ເມືອງ
8. ອຸດົມໄຊ ມີ 60 ຄົນ ໃນ 15 ບ້ານ ແລະ 4 ເມືອງ
9. ແຂວງວຽງຈັນ ມີ 50 ຄົນ ໃນ 27 ບ້ານ ແລະ 9 ເມືອງ
10. ຊຽງຂວາງ ມີ 49 ຄົນ ໃນ 21 ບ້ານ ແລະ 4 ເມືອງ
11. ໄຊສົມບູນ ມີ 45 ຄົນ ໃນ 6 ບ້ານ ແລະ 3 ເມືອງ
12. ຫຼວງພະບາງ ມີ 42 ຄົນ ໃນ 22 ບ້ານ ແລະ 3 ເມືອງ
13. ຫຼວງນ້ຳທາ ມີ 39 ຄົນ ໃນ 14 ບ້ານ ແລະ 2 ເມືອງ
14. ອັດຕະປື 18 ຄົນ ໃນ 8 ບ້ານ ແລະ 3 ເມືອງ
15. ສາລະວັນ ມີ 14 ຄົນ ໃນ 6 ບ້ານ ແລະ 3 ເມືອງ
16. ຫົວພັນ ມີ 9 ຄົນ ໃນ 4 ບ້ານ ແລະ 3 ເມືອງ
17. ບໍລິຄຳໄຊ ມີ 7 ຄົນ ໃນ 4 ບ້ານ ແລະ 3 ເມືອງ
18. ເຊກອງ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຈາກແຂວງ ສະຫວັນນະເຂດ.
• ມາຮອດວັນທີ 01 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 75,163 ຄົນ, ເສຍຊີວິດສະສົມ 178 ຄົນ(ໃໝ່ 08), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 595 ຄົນ, ກໍາລັງປິ່ນປົວ 11,853 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 08 ຄົນ ມີດັ່ງນີ້:
ຜູ້ທີ 1). ເພດຊາຍ, ອາຍຸ 71 ປີ, ບ້ານນາປາຝາ, ເມືອງຊະນະຄາມ, ແຂວງວຽງຈັນ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ ແລະ ພະຍາດເບົາຫວານ
– ສັກວັກຊີນຄົບ
– ວັນທີ 27 ພະຈິກ 2021: ກວດພົບເຊື້ອໂຄວິດ-19
– ວັນທີ 29 ພະຈິກ 2021 ມາຮອດເວລາ 9:30 ໂມງ ຄົນເຈັບເສຍຊີວິດ
ຜູ້ທີ 2). ເພດຍິງ, ອາຍຸ 51 ປີ, ອາຊີບ: ພະນັກງານ, ບ້ານນາຫມາກ, ເມືອງທຸລະຄົມແຂວງວຽງຈັນ (ນັບເປັນຄົນເສຍຊີວິດຢູ່ນະຄອນຫລວງ).
– ພະຍາດປະຈຳໂຕ: ຜ່າຕັດສະຫມອງເດືອນມີນາ ປີ 2020 ແລະ ຄວາມດັນເລືອດສູງ
– ໄດ້ສັກວັກຊີນຄົບ
– ວັນທີ 19 ພະຈິກ 2021: ກວດພົບເຊື້ອໂຄວິດ-19
– ຮອດເວລາ 05:05 ໂມງ ຂອງວັນທີ 30 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 3). ເພດຍິງອາຍຸ 37 ປີ, ບ້ານເພຍວັດ, ເມືອງສີນາກ, ນະຄອນຫລວງ
– ພະຍາດຜ່ານມາ: ບໍ່ໄດ້ກວດສຸຂະພາບ
– ໄດ້ສັກຢາວັກຊີນຄົບ
– ວັນທີ 24 ພະຈິກ 2021: ກວດພົບເຊື້ອໂຄວິດ-19
– ເວລາ 06:10 ໂມງ ຂອງວັນທີ 30 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 4). ເພດຊາຍ, ອາຍຸ 59 ປີ, ບ້ານໂນນສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ປະດົງ
– ບໍ່ໄດ້ສັກວັກຊີນ
– ວັນທີ 30 ຕຸລາ 2021 ເຂົ້າປິ່ນປົວຢູ່ສູນດົງໂດກ
– ມາຮອດເວລາ 3:15 ໂມງ ຂອງວັນທີ 30 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 5).ເພດຊາຍ, ອາຍຸ 75 ປີ, ບ້ານໜອງວຽງຄໍາ, ເມືອງໄຊທານີ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
– ໄດ້ສັກວັກຊີນຄົບ
– ວັນທີ 21 ພະຈິກ 2021: ກວດພົບເຊື້ອໂຄວິດ-19
– ມາຮອດເວລາ 3:15 ນາທີຂອງວັນທີ 30 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 6). ເພດຍິງ, ອາຍຸ 69 ປີ, ບ້ານໂນສີ, ເມືອງສີສັດຕະນາກ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງແລະ ເບົາຫວານ
– ໄດ້ສັກວັກຊີນຄົບ
– ວັນທີ 20 ພະຈິກ 2021: ກວດພົບເຊື້ອໂຄວິດ-19
– ມາຮອດເວລາ 3:30 ໂມງ ຂອງວັນທີ 30 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ 7). ເພດຍິງ, ອາຍຸ 75 ປີ, ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫລວງ
– ພະຍາດປະຈໍາຕົວ: ຄວາມດັນເລືອດສູງແລະເບົາຫວານ
– ບໍ່ໄດ້ຮັບການສັກວັກຊີນ
– ວັນທີ 29 ພະຈິກ 2021: ກວດພົບເຊື້ອໂຄວິດ-19
– ມາຮອດເວລາ 6:30 ໂມງ ຂອງວັນທີ 30 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຜູ້ທີ
. ເພດຊາຍ, ອາຍຸ 27 ປີ, ບ້ານນາລ້ອມ, ເມືອງໄຊທານີ, ນະຄອນຫລວງ

– ພະຍາດປະຈໍາຕົວ: ຄວາມດັນເລືອດສູງແລະໄຂ່ຫຼັງຊຸດໂຊມ
– ບໍ່ໄດ້ຮັບການສັກວັກຊີນ
– ວັນທີ 29 ພະຈິກ 2021: ກວດພົບເຊື້ອໂຄວິດ-19
– ມາຮອດເວລາ 23:30 ໂມງ ຂອງວັນທີ 30 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່(ກວດວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ມສ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– ມີທີມກວດເຄື່ອນທີ່ ໃນເມືອງ ໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ສູນການຄ້າລາວໄອເຕັກ
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດມີ: 1,093 ບ້ານ 100 ເມືອງ ແລະ 18 ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ມີ 09 ບ້ານ , 5 ເມືອງ ແລະ 2 ແຂວງ
• ບ້ານແດງກາຍເປັນບ້ານເຫຼືອງໃນນະຄອນຫຼວງວຽງຈັນມີ 01 ບ້ານ 01 ເມືອງ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 30 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,232 ຄົນ.
ຮອດປະຈຸບັນທົ່ວປະເທດມີຜູ້ຈຳກັດບໍລິເວນທັງໝົດ 4,346 ຄົນ (ສູນ 2,803 ຄົນ ແລະ ໂຮງແຮມ
1,543 ຄົນ) ໃນ 86 ສູນ ແລະ 59 ໂຮງແຮມ.