ວັນທີ 31 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,213 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 685 ຄົນ (ຕິດເຊື້ອພາຍໃນມີ 673 ຄົນ ແລະ ຕິດເຊື້ອນໍາເຂົ້າ 12 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 673 ຄົນຈາກ 14 ແຂວງເຊິ່ງລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 345 ຄົນ: ມາຈາກ9 0 ບ້ານ, ໃນ 8 ເມືອງ
ຈັນທະບູລີ 35 ຄົນ ຈາກ 13 ບ້ານ
1 ຫນອງປິງ 7
2 ຮ່ອງໄກແກ້ວ 6
3 ໜອງທາເໜືອ 4
4 ທົ່ົ່ງຕູມ 3
5 ໂພນສະຫວ່າງ 3
6 ສີສະຫວາດ 3
7 ຫ້ວຍຫົງ 3
8 ໂພນຕ້ອງຈອມມະນີ 1
9 ດົງຫນ້ຽງ 1
10 ດອນແດງ 1
11 ຫັດສະດີ 1
12 ສີດຳດວນ 1
13 ຫນອງທາໃຕ້ 1
ສີໂຄດຕະບອງ 43 ຄົນ ຈາກ 24 ບ້ານ
1 ຈັນສະຫວ່າງ 5
2 ໂນນແກ້ວ 5
3 ດົງນາທອງ 4
4 ໜອງແຕ່ງເໜືອ 3
5 ນາແຮ່ 3
6 ອາກາດ 2
7 ໂພນສົມບູນ 2
8 ທົ່ງປົ່ງ 2
9 ຫນອງສະໂນຄຳ 2
10 ວັດໄຕໃຫຍ່ທົ່ງ 1
11 ໂພສີ 1
12 ໂນນຂີ້ເຫຼັກ 1
13 ຫ້ວຍຫ້ອມ 1
14 ໂພນສະຫວາດເໜືອ 1
15 ຂຸນຕາທ່າ 1
16 ນາເລົ່າ 1
17 ຫນອງບຶກໃຕ້ 1
18 ສີບຸນເຮືອງທົ່ງ 1
19 ຫນອງບົວທອງໃຕ້ 1
20 ໂພນຄຳ 1
21 ໜອງດ້ວງເໜືອ 1
22 ວຽງຄຳ 1
23 ໜອງໜ້ຽວ 1
24 ຊຳເກດ 1
ໄຊເສດຖາ 43 ຄົນ ຈາກ 18 ບ້ານ
1 ທາດຫລວງກາງ 5
2 ນາໄຊ 5
3 ໄຮ່ຄຳ 5
4 ແສງສະຫວ່າງ 4
5 ໂນນຫວາຍ 3
6 ຄຳສະຫວາດ 3
7 ໂພນໄຊ 2
8 ຈອມມະນີ 2
9 ໂພນທັນ 2
10 ເມືອງນ້ອຍ 2
11 ວຽງຈະເລີນ 2
12 ຂາມງອຍ 2
13 ຊຽງດາ 1
14 ໂຊກຄຳ 1
15 ທາດຫຼວງເໜືອ 1
16 ໂນນສະຫວ່າງ 1
17 ນາສ້າງໄພ 1
18 ນາໄຫ 1
ສີສັດຕະນາກ 24 ຄົນ ຈາກ 10 ບ້ານ
1 ສ້າງເຫວີຍ 5
2 ໂພນສະຫວັນໃຕ້ 3
3 ສະພານທອງເຫນືອ 3
4 ທົ່ງພານທອງ 3
5 ສະພານທອງໄຕ້ 2
6 ຫາຍໂສກ 2
7 ວັດນາກ 2
8 ໂພນປ່າເປົ້າ 2
9 ໂສກປ່າຫຼວງ 1
10 ພະໂພ 1
ນາຊາຍທອງ 13 ຄົນ ຈາກ 07 ບ້ານ
1 ບົວ 5
2 ນາສ້ຽວ 3
3 ດົງຫຼວງ 1
4 ອີ່ໄລເໜືອ 1
5 ອີໄລ 1
6 ນາທ່ອນ 1
7 ນໍ້າກ້ຽງ 1
ໄຊທານີ 25 ຄົນ ຈາກ 11 ບ້ານ
1 ກອງພັນໃຫຍ່ 605 9 ບ້ານອຸດົມຜົນ
2 ນາແຄ 3
3 ສີວິໄລ 2
4 ດົງໂດກ 2
5 ຊ້າງຄູ່ 2
6 ໄຜ່ລ້ອມ 2
7 ໂນນແສງຈັນ 1
8 ໂຄກໃຫ່ຍ 1
9 ຫນອງພະຍາ 1
10 ສາຍນໍ້າເງິນ 1
11 ພະຂາວ 1
ຫາດຊາຍຟອງ 12 ຄົນ ຈາກ 06 ບ້ານ
1 ຫາດຊາຍຟອງໃຕ້ 4
2 ໂພສີ 3
3 ດອນຂາຊ້າຍ 2
4 ດອນດູ່ 1
5 ດົງຄຳຊ້າງ 1
6 ດອນຝ້າຍ 1
ສັງທອງ 3 ຄົນ ຈາກ 01 ບ້ານ
1 ໄຮ່ໃຕ້ 3
• ກອງບັນຊາການປ້ອງກັນເຄື່ອນທີ 2 ຄົນ
• ໂຮງງານCKL 83 ຄົນ
• ໂຮງງານVL 39 ຄົນ
• ວິທະຍາຄານໄກສອນ 11 ຄົນ
• ຫຼັກ27 07 ຄົນ
• ກໍາລັງເກັບກໍາຂໍ້ມູນ 05 ຄົນ
2. ຫຼວງພະບາງ, ມີ 102 ຄົນໃນ 15 ບ້ານ ແລະ 4 ເມືອງ
3. ວຽງຈັນ, ມີ 75 ຄົນໃນ 23 ບ້ານ ແລະ 8 ເມືອງ
4. ບໍ່ແກ້ວ, ມີ 35 ຄົນໃນ 12 ບ້ານ ແລະ 1 ເມືອງ
5. ຫຼວງນໍ້ທາ, ມີ 20 ຄົນໃນ 11 ບ້ານ ແລະ 3 ເມືອງ
6. ສະຫວັນນະເຂດ, ມີ 19 ຄົນໃນ 8 ບ້ານ ແລະ 5 ເມືອງ
7. ອຸດົມໄຊ, ມີ 19 ຄົນໃນ 13 ບ້ານ ແລະ 2 ເມືອງ.
8. ຈໍາປາສັກ, ມີ 15 ຄົນໃນ 9 ບ້ານ ແລະ 2 ເມືອງ
9. ຄໍາມ່ວນ, ມີ 14 ຄົນໃນ 8 ບ້ານ ແລະ 1 ເມືອງ
10. ບໍລິຄໍາໄຊ, ມີ 12 ຄົນໃນ 5 ບ້ານ ແລະ 2 ເມືອງ
11. ເຊກອງ, ມີ 9 ຄົນໃນ 5 ບ້ານ ແລະ 1 ເມືອງ.
12. ໄຊສົມບູນ, ມີ 5 ຄົນໃນ 2 ບ້ານ ແລະ 2 ເມືອງ
13. ສາລະວັນ, ມີ 2 ຄົນໃນ 1 ບ້ານ ແລະ 1 ເມືອງ
14. ອັດຕະປື, ມີ 1 ຄົນໃນ 1 ບ້ານ ແລະ 1 ເມືອງ.
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 12 ຄົນ: 4 ຄົນຈາກແຂວງສະຫວັນນະເຂດ, 4 ຄົນ ຈາກນະຄອນຫຼວງວຽງຈັນ, 2 ຄົນ ຈາກບໍລິຄໍາໄຊແລະ 2 ຄົນ ຈາກຈໍາປາສັກ, ບຸກຄົນດັ່ງກ່າວນີ້ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 31 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 40.956 ຄົນ, ເສຍຊີວິດສະສົມ 67 ຄົນ(ໃໝ່ 02), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 219 ຄົນ, ກໍາລັງປິ່ນປົວ7.381 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:
ຜູ້ທີ 1: ເປັນເພດຊາຍ, ອາຍຸ 46 ປີ, ສັນຊາດ: ລາວ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ (ເສຍຊີວິດຢູ່ນະຄອນຫລວງວຽງຈັນ)
– ຜູ້ກ່ຽວໄດ້ກັກໂຕຢູ່ຄ້າຍຄຸມຂັງນາໄຫນາໂນຍ້ອນເສບຢາແລະກໍານົດໂທດເປັນເວລາ 02 ປີ
– ປະຫວັດພະຍາດຜ່ານມາ: ຄົນເຈັບບໍ່ມີອາການສະແດງອອກ, ຄົນເຈັບນອນປ່ວຍຕິດຕຽງຊ່ວຍເຫລືອຕົນເອງບໍ່ໄດ້ ແລະ ຄົນເຈັບເປັນພະຍາດວັນນະໂລກປອດແລ້ວເລີ້ມປີ່ນປົວແຕ່ວັນທີ 13 ກັນຍາ 2021
– ເວລາ 09:00 ໂມງຂອງວັນທີ 31 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ຜູ້ທີ 2: ເປັນເພດຍິງ, ອາຍຸ 48 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນບ້ານໜອງປຸ່ງ, ເມືອງ
ໂພນໂຮງ, ແຂວງວຽງຈັນ)
– ຄອບຄົວທັງໝົດມີ 4 ຄົນ ລວມທັງຜູ້ກ່ຽວຊຶ່ງທີ່ຕິດເຊື້ອມີ 2 ຄົນ (ຜົວແລະຫຼານສາວ).
– ພະຍາດປະຈໍາຕົວ: ຄົນເຈັບເປັນຄວາມດັນເລືອດສູງບໍ່ໄດ້ກິນຢາປະຈໍາ ແລະ ພະຍາດຫືດບໍ່ໄດ້ກິນຢາປະຈຳ
– ໄດ້ຮັບການສັກວັກຊີນ 02 ເຂັມຄົບແລ້ວ.
– ຜູ້ກ່ຽວມີອາການປວດຕົນໂຕ, ໄອ, ອິດເມື່ອຍ, ເປັນຫວັດຕະຫຼອດ, ຄະນະສະເພາະກິດເມືອງຈິ່ງໄດ້ໄປເກັບຕົວຢ່າງໃນວັນທີ 25 ຕຸລາ 2021
– ວັນທີ 26 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ຢູ່ ມສໂພນໂຮງ, ແຂວງວຽງຈັນ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວແມ່ນແຕ່ວັນທີ 26-31 ຕຸລາ 2021 ເປັນເວລາ 5 ວັນ
– ເວລາ 14:30 ໂມງຂອງວັນທີ 31 ຕຸລາ 2021: ມີອາການໄອຢ່າງຕໍ່ເນື່ອງ, ເຈັບແໜ້ນຫນ້າເອິກແລະຫາຍໃຈຝຶດ
– ມາຮອດເວລາ 19:30 ໂມງຂອງມື້ດຽວກັນ: ຄົນເຈັບບໍ່ໄດ້ສະຕິ, ບໍ່ຕອບສະຫນອງຕໍ່ການກະຕຸ້ນ, ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ໄດ້ເຊິດຊູຄົນເຈັບ, ຄົນເຈັບບໍ່ຕອບສະຫນອງເເລະເສຍຊີວິດເວລາຕໍ່ມາ
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ມີຄື
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາເມືອງສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ບ້ານແດງໃນທົ່ວປະເທດ ວັນທີ 31 ຕຸລາ 2021 ມີ: 575 ບ້ານ, 57 ເມືອງ ແລະ 13 ແຂວງ
• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງເປັນເຂດເຫຼືອງມີ01 ບ້ານ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 31 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 666 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,049 ຄົນ(ສູນ 3.197 ຄົນ ແລະ ໂຮງແຮມ 1.852 ຄົນ).