• ວັນທີ 28 ກຸມພາ2022, ໄດ້ກວດວິເຄາະທັງໝົດ 2.255 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 224 ຄົນ(ຕິດເຊື້ອພາຍໃນ 189 ຄົນ ແລະ ນໍາເຂົ້າ 35 ຄົນ).
• ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 142,967 ຄົນ, ອອກໂຮງໝໍວານນີ້ 134 ຄົນ, ກຳລັງປິ່ນປົວ 1,665 ຄົນ ແລະ ເສຍຊີວິດທັງໝົດ 623 ຄົນ(ເສຍຊິວິດໃໝ່ 2 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 189 ຄົນ ຈາກ 16 ແຂວງ ແລະນະຄອນ
ຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 64 ຄົນ
2 ຫົວພັນ 29 ຄົນ
3 ບໍລິຄໍາໄຊ 14 ຄົນ
4 ຊຽງຂວາງ 14 ຄົນ
5 ອັດຕະປື 10 ຄົນ
6 ສະຫັວນນະເຂດ 9 ຄົນ
7 ຄໍາມ່ວນ 9 ຄົນ
8 ຫຼວງພະບາງ 8 ຄົນ
9 ວຽງຈັນ 6 ຄົນ
10 ໄຊສົມບູນ 6 ຄົນ
11 ສາລະວັນ 5 ຄົນ
12 ເຊກອງ 5 ຄົນ
13 ຜົ້ງສາລີ 3 ຄົນ
14 ໄຊຍະບູລີ 3 ຄົນ
15 ບໍ່ແກ້ວ 2 ຄົນ
16 ອຸດົມໄຊ 2 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 35 ຄົນ ຈາກນະຄອນຫຼວງ 3 ຄົນ, ສະຫັວນນະເຂດ 3 ຄົນ, ຈຳປາສັກ 4 ຄົນ, ບໍລິຄຳໄຊ 9 ຄົນ, ຄຳມ່ວນ 6 ຄົນ, ຊຽງຂວາງ 5 ຄົນ ແລະ ຫົວພັນ 5 ຄົນ ເຊິ່ງທັງໝົດປະຕິບັດຕາມ ມາດຕະການຂອງຄະນະສະເພາະກິດກຳນົດໄວ້
ສຳລັບຜູ້ເສຍຊີວິດໃໝ່ 2 ຄົນນັ້ນ ແມ່ນ 01 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ 1 ຄົນ ຢູ່ແຂວງບໍ່ແກ້ວ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
4. ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ (ວັນຈັນ, ອັງຄານ, ພຸດ ແລະ ພະຫັດໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.