ໃນຕອນເຊົ້າ ວັນອາທິດ 1 ສິງຫາ 2021 ຄະນະສະເພາະກິດ ໄດ້ ກ່ຽວກັບສະພາບ ສະພາບການລະບາດພະຍາດ COVID-19 ຢູ່ ສປປ ລາວ
ຢູ່ ສປປ ລາວ, ມາຮອດ ວັນທີ 1 ສີງຫາ 2021 :
ໄດ້ກວດວິເຄາະທັງໝົດ 2,025 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 267 ຄົນ ( ແຂວງຫຼວງນ້ຳທາ ຕິດເຊື້ອໃນຊຸມຊົນ 5 ຄົນ ແມ່ນຜູ້ທີ່ເດີນທາງມາແຕ່ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ) ແລະ ກໍລະນີນໍາເຂົ້າ 262 ຄົນ ຈາກ ນະຄອນຫຼວງ: 6, ບໍ່ແກ້ວ: 1, ບໍລິຄໍາໄຊ: 4, ຄໍາມ່ວນ: 6, ສະຫວັນນະເຂດ: 143, ສາລະວັນ: 54 ແລະ ຈໍາປາສັກ: 48 ຄົນ, ສ່ວນຫຼາຍແມ່ນ ກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານເຂົ້າຕາມຈຸດຜ່ານແດນສາກົນ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 6,566 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0), ກໍາລັງປິ່ນປົວ ທັງໝົດ 3,030 ຄົນ ແລະ ປີ່ນປົວຫາຍດີ 3,529 ຄົນ (ກວມເອົາ 53.7% ຂອງຄົນເຈັບຕິດເຊື້ອທັງໝົດ)ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 60 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9,828 ຄົນ.
ການເຝົ້າລະວັງບ້ານເຂດແດງໃນນະຄອນຫຼວງວຽງຈັນ,
ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ແມ່ນບ້ານ ສຳພັນນາ, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ ເຊີ່ງໄດ້ກຳນົດເປັນບ້ານເຂດແດງນັບແຕ່ວັນທີ່ 31 ກໍລະກົດ 2021 ຈົນຮອດວັນທີ່ 13 ສີງຫາ 2021 ຖ້າບໍ່ມີກໍລະນີໃໝ່ເກີດຂື້ນໃນບ້ານຈີ່ງຈະສີ້ນສຸດການເປັນບ້ານເຂດແດງ.

ມາຮອດປະຈຸບັນ ສະພາບການລະບາດພະຍາດ COVID-19 ໃນທົ່ວໂລກເຫັນວ່າມີຫຼາຍປະເທດມີການເພີ່ມຂື້ນທຽບໃສ່ອາທິດຜ່ານມາ, ບາງປະເທດຍັງສືບຕໍ່ມີຈໍານວນຄົນຕິດເຊື້ອໃໝ່ ແລະ ເສຍຊິວິດໃໝ່ເພີ່ມຂື້ນໃນແຕ່ລະມື້. ບັນດາປະເທດອ້ອມຂ້າງ ສປປ ລາວ ແມ່ນກຳລັງມີການລະບາດຮອບໃໝ່ ແລະ ມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍສີບພັນຄົນໃນແຕ່ລະມື້ .
ສຳລັບ ປະເທດຂອງພວກເຮົາ ກໍ່ມີການລາຍງານຄົນເຈັບຕິດເຊື້ອຈາກກໍລະນີນຳເຂົ້າ ທີ່ພົບໃນແຮງງານລາວກັບຄືນມາເປັນຈຳນວນຫຼວງຫຼາຍ, ໃນແຕ່ລະມື້ ມີການລາຍງານກໍລະນີຕິດເຊື້ອ ເຖີງ ສາມໂຕເລກ.
ບັນດາທ່ານທີ່ຮັກແພງ ແລະ ນັບຖື, ສຳລັບ ແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານ ທີ່ກຳລັງຈຳກັດບໍລິເວນຢູ່ບັນດາສູນຕ່າງໆ ໃນຂອບເຂດທົ່ວປະເທດ ກໍ່ຂໍໃຫ້ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ສະບັບເລກທີ 4648/ສພກ ລົງວັນທີ່ 30 ກໍລະກົດ 2021 ເຊັ່ນວ່າ: ຜູ້ທີ່ຈຳກັດບໍລິເວນ ຕ້ອງຢູ່ແຕ່ໃນສະຖານທີ່ຈຳກັດບໍລິເວນເປັນເວລາ 14 ວັນ, ຫ້າມບໍ່ໃຫ້ອອກໄປຂ້າງນອກ, ປະຕິບັດມາດຕະການກັນ ແລະ ຄວບຄຸມການຕິດເຊື້ອເຊັ່ນ: ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີເຊື້ອເຫຼົ້າສູງກ່ວາ 70% ຂື້ນໄປ, ພາຍຫຼັງຄົບກຳນົດ 14 ວັນແລ້ວ ແລະ ຜົນກວດວິເຄາະ 2 ຄັ້ງບໍ່ພົບເຊື້ອ ແມ່ນໃຫ້ໄປສືບຕໍ່ຈຳກັດບໍລິເວນຢູ່ສະຖານທີ່ຄະນະສະເພາະກິດ ກຳນົດໄວ້ ຫຼື ບ້ານຕົນເອງຈົນກ່ວາຈະຄົບກຳນົດ 7 ວັນ.
ອີກເທື່ອໜື່ງ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ເພື່ອປ້ອງກັນບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ, ພວກເຮົາ ຕ້ອງເອົາໃຈໃສ່ ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພາະ ສັງເກດເຫັນວ່າ ປັດຈຸບັນ ປະຊາຊົນສ່ວນຫຼາຍຍັງຖືເບົາຕໍ່ການປະຕິບັດມາດຕະການເປັນຕົ້ນແມ່ນ ມີການຊຸມແຊວຢູ່ຮ້ານອາຫານກີນດື່ມ, ສັງສັນໝຸ່ເພື່ອນ ແລະ ຄອບຄົວ ເຊີ່ງມີຄວາມສ່ຽງສູງທີ່ຈະເກີດການຕິດເຊື້ອ ແລະ ແຜ່ລະບາດໃນຊຸມຊົນ.
ພ້ອມດຽວກັນນັ້ນ ຂໍແຈ້ງມາຍັງ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ ຕຳຫຼວດພາຍໃນນະຄອນຫຼວງວຽງຈັນ ແລະ ບາງແຂວງຈົ່ງພ້ອມກັນໄປສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຕາມຈຸດຕ່າງໆ ທີ່ໄດ້ກຳນົດໄວ້ .

Loading...