ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 31 ມີນາ 2022 ໄດ້ກວດວິເຄາະທັງໝົດ 5,270 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,665 ຄົນ (ຕິດເຊື້ອພາຍໃນ 2,655 ຄົນ ແລະ ນໍາເຂົ້າ 10 ຄົນ).
– ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2,655 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 1,346 ຄົນ
2. ສະຫວັນນະເຂດ 196 ຄົນ
3. ໄຊຍະບູລີ 173 ຄົນ
4. ວຽງຈັນ 147 ຄົນ
5. ຄຳມ່ວນ 99 ຄົນ
6. ຜົ້ງສາລີ 91 ຄົນ
7. ຫຼວງພະບາງ 87 ຄົນ
8. ອັດຕະປື 80 ຄົນ
9. ອຸດົມໄຊ 74 ຄົນ
10. ບໍລິຄຳໄຊ 69 ຄົນ
11. ໄຊສົມບູນ 61 ຄົນ
12. ສາລະວັນ 50 ຄົນ
13. ຊຽງຂວາງ 42 ຄົນ
14. ຫົວພັນ 41 ຄົນ
15. ເຊກອງ 40 ຄົນ
16. ບໍ່ແກ້ວ 26 ຄົນ
17. ຫຼວງນ້ຳທາ 19 ຄົນ
18. ຈຳປາສັກ 14 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 10 ຄົນ ຈາກ ສະຫວັນນະເຂດ 4 ຄົນ, ຄໍາມ່ວນ 2 ຄົນ, ນະຄອນ
ຫຼວງ 2 ຄົນ, ຫົວພັນ 1 ຄົນ ແລະ ຈໍາປາສັກ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 179,563 ຄົນ, ອອກໂຮງໝໍວານນີ້ 437 ຄົນ, ກຳລັງປິ່ນປົວ 6,436 ຄົນ ແລະ ເສຍຊີວິດທັງໝົດ 669 ຄົນ (ເສຍຊີວິດໃໝ່ 4 ຄົນ ຈາກ ນະຄອນຫຼວງ 2 ຄົນ, ຄຳມ່ວນ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ)
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈມາຍັງ ຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ.
 ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
No photo description available.