
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ9ກຸມພາ2022, ໄດ້ກວດວິເຄາະທັງໝົດ 3.312 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 450 ຄົນ(ຕິດເຊື້ອພາຍໃນ443ຄົນ ແລະ ນໍາເຂົ້າ 7 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ443 ຄົນຈາກ 17ແຂວງແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 67 ຄົນ
2 ຫົວພັນ 94 ຄົນ
3 ອັດຕະປື 54 ຄົນ
4 ຊຽງຂວາງ 36 ຄົນ
5 ສະຫັວນນະເຂດ 32 ຄົນ
6 ຫຼວງພະບາງ 27 ຄົນ
7 ສາລະວັນ 21 ຄົນ
8 ຜົ້ງສາລີ 21 ຄົນ
9 ຄໍາມ່ວນ 19 ຄົນ
10 ໄຊຍະບູລີ 19 ຄົນ
11 ວຽງຈັນ 12 ຄົນ
12 ບໍລິຄໍາໄຊ 10 ຄົນ
13 ເຊກອງ 9 ຄົນ
14 ໄຊສົມບູນ 8 ຄົນ
15 ຈໍາປາສັກ 6 ຄົນ
16 ອຸດົມໄຊ 5 ຄົນ
17 ບໍ່ແກ້ວ 4 ຄົນ
18 ຫຼວງນໍ້າທາ 3 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 7 ຄົນ ທັງໝົດຈາກສະຫວັນນະເຂດ 5 ຄົນ, ນະຄອນຫຼວງ01ຄົນ, ແລະ ບໍລິຄໍາໄຊ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດຢຸ່ໃນ ສປປ ລາວ138.007ຄົນ, ອອກໂຮງໝໍວານນີ້133 ຄົນ, ກຳລັງປິ່ນປົວ3,854ຄົນ ແລະ ເສຍຊີວິດສະສົມທັງໝົດ584ຄົນ(ເສຍຊິວິດໃໝ່ 01ຄົນ).
– ສຳລັບຜູ້ເສຍຊີວິດໃໝ່01ຄົນຢູ່ແຂວງອຸດົມໄຊ
ຂ້າພະເຈົ້າຂໍສະແດງຄວາມເສຍໃຈມານຳຄອບຄົວແລະຍາດຕິພີ່ນ້ອງທີ່ໄດ້ສູນເສຍຄົນທີ່ຮັກແລະເຄົາລົບມານະທີ່ນີ້ດ້ວຍ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
• ສະພາບການລະບາດພະຍາດໂຄວິດ-19 ທົ່ວໂລກ ແລະ ສປປລາວ ຍັງມີຜູ້ຕິດເຊື້ອ ໃນແຕ່ລະວັນ ເຸຖີງວ່າຈຳນວນຜູ້ຕິດເຊື້ອຍັງຫຼາຍແຕ່ສັງເກດເຫັນວ່າອັດຕາການຄອງຕຽງຄົນເຈັບແລະ ເສຍຊີວິດບໍ່ໄດ້ເພີ່ມຂື້ນ, ສາເຫດທີ່ພາໃຫ້ຄົນເຈັບບໍ່ມີອາການຮຸນແຮງຈົນໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍ ຫຼື ເສຍຊີວິດກໍ່ຍ້ອນທຸກຄົນໄດ້ຮັບການສັກຢາວັກຊີນ ໂດຍສະເພາະການສັກຢາເຂັມກະຕຸ້ນ ຫຼື ເຂັມ 3 ແມ່ນສາມາດສ້າງພູມຄູ້ມກັນໄດ້, ເຖີງວ່າມີການຕິດເຊື້ອແຕ່ອາການກໍ່ບໍ່ຮຸນແຮງ, ຫ່ວາງບໍ່ດົນມານີ້ຫົວໜ້າ ສູນຄວບຄຸມພະຍາດຕິດຕໍ່ (CDCຂອງສະຫະລັດອາເມລິກາ) ກໍ່ໄດ້ອອກຖະແຫຼງຂ່າວ ໂດຍໄດ້ແນະນຳໃຫ້ມີການສັກຢາເຂັມກະຕຸ້ນ ຫຼື ເຂັມ 3 ໃຫ້ປະຊາຊົນຢ່າງທົ່ວເຖີງ ເພາະການສັກຢາເຂັມກະຕຸ້ນແມ່ນໄດ້ຜົນດີສຳລັບການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຫຼື ວ່າຕິດເຊື້ອກໍ່ຈະບໍ່ພາໃຫ້ເກີດອາການຮຸນແຮງຫຼືເສຍຊີວິດໄດ້ ໂດຍສະເພາະປະຊາຊົນ ຜູ້ທີ່ບໍ່ທັນໄດ້ຮັບການສັກຢາວັກຊີນ ຫຼື ຜູ້ທີ່ມີພະຍາດປະຈຳໂຕ ທັງນີ້ກໍ່ເພື່ອເປັນການປ້ອງກັນຕົນເອງ, ຄົນໃນຄອບຄົວ ລວມທັງບຸກຄົນທີ່ຢູ່ອ້ອມຂ້າງ.
• ບັນດາທ່ານທີ່ນັບຖື, ສະພາບການລະບາດຍັງຕ້ອງໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ແລະ ຂໍຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງມີສະຕິ ໃນການປ້ອງກັນຕົນເອງ ຢ່າງເຂັ້ມງວດ ຄຽງຄູ່ກັບການໄປສັກຢາວັກຊີນແລ້ວ ບັນດາທ່ານຈະຕ້ອງໄດ້ເອົາໃຈໃສ່ປັບໂຕເອງເຂົ້າໃນການດໍາລົງຊິວິດປະຈໍາວັນປົກກະຕິແບບໃໝ່ ເຊັ່ນ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ້ນລ້າງມື ແລະ ຫຼີ້ກລ້ຽງໄປບ່ອນທີ່ມີຄົນຫຼາຍ, ອະນາໄມທໍາຄວາມສະອາດສະຖານເຮັດວຽກ ແລະ ບ່ອນທີ່ສໍາຜັດເລື່ອຍໆ.
• ຕໍ່ກັບບັນຫາທີ່ສັງຄົມຍັງບໍ່ທັນກະຈ່າງແຈ້ງ ຫຼື ບໍ່ເຂົ້າໃຈສຳລັບຂັ້ນຕອນການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້, ອີງຕາມແຈ້ງການ ສະບັບເລກທີ່ 130/ຫສນຍ ລົົງວັນທີ 3 ກຸມພາ 2022, ຂ້າພະເຈົ້າຂໍອະທິບາຍເພີ່ມເຕີມສຳລັບການປະກອບເອກະສານດັ່ງລຸ່ມນີ້:
ສຳລັບຜູ້ທີ່ຈະເດີນທາງເຂົ້າ ສປປລາວ:
– ຕ້ອງມີໃບຢັ້ງຢືນກວດຫາເຊື້ອພະຍາດໂຄວິດ-19 72 ຊົ່ວໂມງກ່ອນເດີນທາງຮອດ ສປປລາວ
– ຕ້ອງມີບັດຮັບວັກຊີນຄົບໂດສ
– ມີໃບຢັ້ງຢືນການຈ່ອງສະຖານທີ່ຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ໃນໄລຍະລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ
– ສຳລັບພົນລະເມືອງລາວແມ່ນໃຫ້ລົງທະບຽນຢູ່ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສູນໃຫ່ຍ ແຫ່ງ ສປປ ລາວ ໃນປະເທດທີ່ຕົນເອງອາໃສຢູ່
– ຕ້ອງເຮັດໜັງສືສະເໜີເຂົ້າຫາຄະນະສະເພາະກິດກະຊວງການຕ່າງປະເທດ (ກົມກົງສູນ ຢູ່ ສປປ ລາວ) ລ່ວງໜ້າຢ່າງໜ້ອຍ 7 ວັນ ລັດຖະການກ່ອນມື້ທີ່ຈະເດີນທາງເຂົ້າ ສປປລາວ
– ສຳລັບຄົນຕ່າງປະເທດທີ່ຍັງບໍ່ທັນມີວີຊ່າເຂົ້າ ສປປລາວ , ພາຍຫຼັງໄດ້ຮັບອະນຸຍາດປະເພດວີຊ່າຈາກກົມກົງສູນກະຊວງການຕ່າງປະເທດ ຈີ່ງສາມາດຢື່ນຂໍວີຊ່າ ທີ່ ສະຖານເອກອັກຄະລັດຖະທູດ ຫຼື ສະຖານກົງສູນໃຫ່ຍ ແຫ່ງ ສປປ ລາວ ຢູ່ປະເທດຕົ້ນທາງ
– ຕ້ອງມີປະກັນໄພ COVID-19 ຫຼື ມາຊື້ຢູ່ປາຍທາງພາຍຫຼັງເດີນທາງມາຮອດ ສປປລາວ
ການປະກອບເອກະສານເດີນທາງ ອອກ ສປປລາວ
– ຕ້ອງມີໃບກວດຫາເຊື້ອພະຍາດໂຄວິດ-19 ດ້ວຍ RT-PCR ທ່ານສາມາດໄປກວດໄດ້ຢູ່ສູນວິເຄາະ ແລະ ລະບາດວິທະຍາ ຫຼັກ 3 ເມືອງ ສີສັດຕະນາກ , ນະຄອນຫຼວງວຽງຈັນ ທຸກວັນຈັນ – ອາທິດ (ພາຍໃນ 48 ຊົ່ວໂມງກ່ອນເດີນທາງ)
– ສຳລັບພົນລະເມືອງລາວ ແລະ ຕ່າງປະເທດທີ່ມີຈຸດປະສົງ ຢາກເດີນທາງອອກ ສປປລາວ ຕ້ອງໄດ້ສະເໜີຜ່ານເອກອັກຄະລັດຖະທູດຂອງປະເທດຕົ້ນທາງ ທີ່ປະຈຳ ຢູ່ ສປປ ລາວ ແລະ ຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍຂອງປະເທດປາຍທາງ.
ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ຂໍແຈ້ງໃຫ້ບັນດາທ່ານຊາບວ່າມາຮອດມື້ນີ້ທົ່ວປະເທດລາວສັກວັກຊີນສະສົມທັງໝົດ: ເຂັມທີ1 ສັກໄດ້4.789.277 (ອັດຕາປົກຄຸມ 65,27%)ແລະທຸກເຂັມທີ່ແນະນໍາ 4.185.748(ອັດຕາປົກຄຸມ 57,04 %).
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.