ວັນທີ 9 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ7,703 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,140 ຄົນ (ຕິດເຊື້ອພາຍໃນມີ 1,134 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,134 ຄົນ ຈາກ 15 ແຂວງເຊິ່ງລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 671 ຄົນ: ມາຈາກ 185 ບ້ານ, ໃນ 7 ເມືອງ
• ເມືອງຈັນທະບູລີ ມີ 16 ບ້ານ (61 ຄົນ)
• ເມືອງສີໂຄດຕະບອງ ມີ 40 ບ້ານ (104 ຄົນ)
• ເມືອງໄຊເສດຖາ ມີ 32 ບ້ານ (116 ຄົນ)
• ເມືອງສີສັດຕະນາກ ມີ 12 ບ້ານ (39 ຄົນ)
• ເມືອງນາຊາຍທອງ ມີ 12 ບ້ານ (19 ຄົນ)
• ເມືອງໄຊທານີ ມີ 51 ບ້ານ (226 ຄົນ)
• ເມືອງຫາດຊາຍຟອງ ມີ 21 ບ້ານ (44 ຄົນ)
• ຕ່າງແຂວງ (03 ຄົນ)
• ຍັງສືບຕໍ່ເອົາຂໍ້ມູນ 59 ຄົນ
2. ຫຼວງພະບາງ ມີ 157 ຄົນ ໃນ 39 ບ້ານ ແລະ 9 ເມືອງ
3. ແຂວງວຽງຈັນ ມີ 71 ຄົນ ໃນ 31 ບ້ານ ແລະ 7 ເມືອງ
4. ຫຼວງນ້ຳທາ ມີ 29 ຄົນ ໃນ 17 ບ້ານ ແລະ 3 ເມືອງ
5. ຜົ້ງສາລີ ມີ 13 ຄົນ ໃນ 3 ເມືອງ
6. ໄຊຍະບູລີ ມີ 60 ຄົນ ໃນ 18 ບ້ານ ແລະ 2 ເມືອງ
7. ຈຳປາສັກ ມີ 27 ຄົນ
8. ອຸດົມໄຊ ມີ 20 ຄົນ ໃນ 11 ບ້ານ ແລະ 1 ເມືອງ
9. ເຊກອງ ມີ 17 ຄົນ ໃນ 9 ບ້ານ ແລະ 2 ເມືອງ
10. ບໍລິຄຳໄຊ ມີ 7 ຄົນ ໃນ 5 ບ້ານ ແລະ 2 ເມືອງ
11. ຄຳມ່ວນ ມີ 19 ຄົນ ໃນ 5 ບ້ານ ແລະ 1 ເມືອງ
12. ສະຫວັນນະເຂດ ມີ 25 ຄົນ ໃນ 10 ບ້ານ ແລະ 3 ເມືອງ
13. ບໍ໋ແກ້ວ ມີ 13 ຄົນ
14. ສາລະວັນ ມີ 3 ຄົນ
15. ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 06 ຄົນ ຈາກ ແຂວງສະຫວັນນະເຂດ 1 ຄົນ ແລະ ບໍ່ແກ້ວ 5 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 50,032 ຄົນ, ເສຍຊີວິດສະສົມ 91 ຄົນ(ໃໝ່ 02), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 459 ຄົນ, ກໍາລັງປິ່ນປົວ9,591 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຍິງ, ອາຍຸ 56 ປີ, ບ້ານທົ່ງນາມີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ
– ພະຍາດປະຈໍາຕົວ: ເບົາຫວານແລະ ໄຂ່ຫຼັງຊຸດໂຊມ
– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ວັນທີ 22 ຕຸລາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19
– ວັນທີ 25 ຕຸລາ 2021: ຜົນກວດພົບເຊື້ອ
– ວັນທີ 26 ຕຸລາ 2021 ຫາວັນທີ 3 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້ນອນປີ່ນປົວຢູ່ສູນສະໂມສອນດອກ
ປີກໄກ່ເມືອງປາກຊັນ, ແຂວງບໍລິຄຳໄຊດ້ວຍອາການເບົາບາງແຕ່ມາຮອດເວລາ 09:00 ໂມງຂອງວັນ
ທີ 03 ພະຈິກ ຜູ້ກ່ຽວມຄວາມດັນເລືອດຕໍ່າຈຶ່ງໄດ້ຍ້າຍເຂົ້າມາປີ່ນປົວຢູ່ສູນຫຼັກ 6
– ໄລຍະເວລາປີ່ນປົວຢູ່ໂຮງໝໍພາກສະໜາມແຕ່ວັນທີ 26 ຕຸລາ – 8 ພະຈິກ 2021, ເປັນເວລາ 14 ວັນ.
– ມາຮອດເວລາ 8:30 ໂມງຂອງວັນທີ 09 ພະຈິກ 2021: ຄົນເຈັບໄດ້ເສຍຊິວິດ.
ຜູ້ທີ 2: ເພດຍິງ, ອາຍຸ 82 ປີ, ບ້ານຫາດຊາຍຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ
– ພະຍາດປະຈໍາຕົວ: ຫືດ ແລະ ຄວາມດັນເລືອດສູງ
– ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
– ວັນທີ 9 ພະຈິກ 2021 ເວລາ 8:00 ໂມງ ມາໂຮງໝໍຊຸມຊົນເມືອງປາກກະດິງຍ້ອນອິດເມື່ອຍ
ຫັນໃຈຝຶດທ່ານໝໍໄດ້ໃຫ້ການປີ່ນປົວທີ່ເໝາະສົມແຕ່ອາການບໍ່ດີຂຶ້ນຈຶ່ງຂໍຂຶ້ນເມືອປິ່ນປົວຢູ່ໂຮງໝໍ
ແຂວງ, ກ່ອນໄປ ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ນໍາສົ່ງເຂົ້າ
ສູນປີ່ນປົວຫຼັກ 6 ຂອງເມືອງປາກຊັນແຂວງບໍລິຄຳໄຊໂດຍໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ. ເວລາ 20:30
ໂມງມາຮອດສູນປີນປົວຫຼັກ 6 ອາການຜູ້ກ່ຽວໜັກລົງທີມງານແພດຊ່ວຍເຊີດຊູປີ່ນປົວສຸດຄວາມ
ສາມາດແຕ່ອາການບໍ່ດີຂຶ້ນ
– ມາຮອດເວລາ 00:45 ໂມງຂອງວັນທີ 10 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊິວິດ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ມີຄື
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
– ຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
• ບ້ານແດງໃນທົ່ວປະເທດ ວັນທີ 9 ພະຈິກ 2021 ມີ: 784 ບ້ານ 64 ເມືອງ ແລະ 15 ແຂວງ
• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງເປັນເຂດເຫຼືອງໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 9 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,014 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,092 ຄົນ (ສູນ 3,281 ຄົນ ແລະ ໂຮງແຮມ 1,811 ຄົນ).