
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 09 ພຶດສະພາ 2022 ໄດ້ກວດວິເຄາະທັງໝົດ 1,796 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບຜູ້ຕິດເຊື້ອທັງໝົດ 89 ຄົນ (ຕິດເຊື້ອພາຍໃນ 81 ຄົນ ແລະ ນໍາເຂົ້າ 8 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 209,028 ຄົນ (ຕິດເຊື້ອພາຍໃນ 192,972 ຄົນ ແລະ ນໍາເຂົ້າ 16,056 ຄົນ) ແລະ ເສຍຊີວິດສະສົມທັງໝົດ 752 ຄົນ (ຜູ້ເສຍຊີວິດໃໝ່ 1 ຄົນ ຈາກແຂວງຄຳມ່ວນ).
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 81 ຄົນ ແມ່ນມາຈາກ 9 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 52 ຄົນ
2. ວຽງຈັນ 9 ຄົນ
3. ຫຼວງພະບາງ 7 ຄົນ
4. ຄຳມ່ວນ 4 ຄົນ
5. ໄຊຍະບູລີ 3 ຄົນ
6. ຊຽງຂວາງ 2 ຄົນ
7. ສະຫວັນນະເຂດ 1 ຄົນ
8. ບໍ່ແກ້ວ 1 ຄົນ
9. ອຸດົມໄຊ 1 ຄົນ
10. ບໍລິຄຳໄຊ 1 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 8 ຄົນ ຈາກ ສະຫວັນນະເຂດ 4 ຄົນ, ຈຳປາສັກ 3 ຄົນ ແລະນະຄອນຫຼວງ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ (ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ (ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ຈາກການວິເຄາະ ແລະ ປະເມີນຂອງອົງການອະນາໄມໂລກ ກ່າວວ່າ ຕົວເລກທີ່ແທ້ຈິງຂອງຜູ້ເສຍຊີວີດທັງໝົດ ຍ້ອນພະຍາດໂຄວິດ-19 ໃນທົ່ວໂລກ ແມ່ນສູງເກືອບ 15 ລ້ານຄົນ (ໃນນັ້ນ ຄາດຄະເນວ່າ ຜູ້ເສຍຊີວິດທີ່ເປັນເພດຊາຍ ແມ່ນກວມເອົາຢູ່ 57%) ໝາຍຄວາມວ່າ ຕົວເລກທີ່ ອົງການອະນາໄມໂລກປະເມີນນັ້ນ ແມ່ນສູງກວ່າ ຕົວເລກທີ່ໄດ້ຮັບການລາຍງານໃນປັດຈຸບັນ ເຖິງ 2.5 ເທົ່າ ເຫດຜົນ ຍ້ອນຍັງມີຫຼາຍປະເທດທີ່ບໍ່ໄດ້ລາຍງານຕົວເລກຜູ້ເສຍຊີວິດ ເຂົ້າໃນລະບົບລາຍງານຢ່າງຄົບຖ້ວນ. ຕໍ່ກັບສະພາບການດັ່ງກ່າວ, ເຫັນໄດ້ວ່າ ການເກັບກຳຂໍ້ມູນຢ່າງຄົບຖ້ວນ ທັງຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ ຈຶ່ງມີຄວາມສຳຄັນ ໃນການປະເມີນສະພາບການລະບາດທີ່ແທ້ຈິງ ເພື່ອສ້າງຄວາມເຂັ້ມແຂງໃນການກະກຽມຄວາມພ້ອມໂຕ້ຕອບຕໍ່ການລະບາດໃຫ້ດີຂຶ້ນກວ່າເກົ່າ ຖ້າຫາກມີການລະບາດຮອບໃໝ່ ເກີດຂຶ້ນໃນຕໍ່ໜ້າ.
• ປັດຈຸບັນ ຫຼາຍປະເທດ ໄດ້ເປີດປະເທດ ຢ່າງເປັນທາງການ ໃນເດືອນພຶດສະພາ, ເຊັ່ນດຽວກັບ ສປປ ລາວ ທີ່ເປີດປະເທດຢ່າງເຕັມຮູບແບບ ເລິ່ມແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນໄປ ພາຍຫຼັງປິດປະເທດເປັນເວລາ 2 ປີກວ່າ, ໂດຍໄດ້ຜ່ອນຜັນຫຼາຍມາດຕະການ ໃນການເດີນທາງເຂົ້າມາ ສປປ ລາວ ເພື່ອດຶງດູດນັກທ່ອງທ່ຽວຊາວຕ່າງປະເທດ ໃຫ້ເດີນທາງເຂົ້າມາປະເທດເຮົາຫຼາຍຂຶ້ນ ເພິ່ມລາຍຮັບເຂົ້າໃນຂົງເຂດການທ່ອງທ່ຽວ ແລະ ສິ່ງສຳຄັນ ເພື່ອກະຕຸ້ນວົງຈອນເສດຖະກິດໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ. ປັດຈຸບັນ ຫຼາຍທ່ານ ອາດມີຄວາມກັງວົນໃຈວ່າ ພາຍຫຼັງເປີດປະເທດ ອາດຈະເກີດມີການລະບາດເປັນວົງກວ້າງ ແລະ ແກ່ຍາວ ຄືໃນໄລຍະຜ່ານມາ, ຕໍ່ກັບສະພາບການນີ້ ກໍ່ຂໍໃຫ້ທ່ານ ບໍ່ຕ້ອງກັງວົນຫຼາຍເກີນໄປ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນລະດັບຄົງທີ່ໃນໄລຍະໜຶ່ງແລ້ວ ທັງໃນທົ່ວໂລກ ແລະ ໃນ ສປປ ລາວ, ຫວັງຢ່າງຍິ່ງວ່າ ຖ້າບໍ່ມີການກາຍພັນຂອງສາຍພັນດັ່ງກ່າວໃນໄລຍະນີ້, ລະບົບສາທາລະນະສຸກຂອງພວກເຮົາ ກໍ່ຍັງສາມາດຮັບມືໄດ້.
• ສຳລັບ ຄວາມຮຸນແຮງຂອງສາຍພັນ ໂອໄມຄຣອນ ຖືວ່າບໍ່ສູງ ເມື່ອທຽບໃສ່ສາຍພັນກ່ອນໜ້ານີ້, ແຕ່ເຖິງຢ່າງໃດກໍ່ຕາມ ການໄດ້ຮັບວັກຊີນເຂັມກະຕຸ້ນ ຈະຊ່ວຍຫຼຸດຜ່ອນຄວາມຮຸນແຮງຂອງອາການລົງໄດ້ ໂດຍສະເພາະ ຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ…..
• ພ້ອມດຽວກັນນີ້ ສຳລັບ ທ່ານໃດ ທີ່ມີຈຸດປະສົງເດີນທາງໄປປະເທດເພື່ອນບ້ານ ຫຼື ຕ່າງປະເທດ ກໍ່ຍັງສືບຕໍ່ປະຕິບັດມາດຕະການປ້ອງກັນຕົນເອງ ກໍ່ຄື ການດຳລົງຊີວິດປົກກະຕິແບບໃໝ່ New normal ແລະ ສາມາດດຳລົງຊີວິດຢູ່ຮ່ວມກັບພະຍາດໂຄວິດໃຫ້ໄດ້ ເປັນຕົ້ນ ໃສ່ຜ້າອັດປາກດັງ ເມື່ອອອກຈາກບ້ານ ຫຼື ເດີນທາງໄປບ່ອນທີ່ມີຄົນແອອັດ, ໃຫ້ມີເຈວລ້າງມືຂ້າເຊື້ອຕິດໂຕຕະຫຼອດເວລາ ນຳໃຊ້ ກ່ອນ ຫຼື ຫຼັງ ສຳຜັດວັດຖຸສິ່ງຂອງທຸກຄັ້ງ.
• ເມື່ອທ່ານກັບມາຈາກປະເທດເພື່ອນບ້ານ ຫຼື ຕ່າງປະເທດແລ້ວ ທ່ານຍັງຕ້ອງໄດ້ຕິດຕາມ ແລະ ໝັ່ນສັງເກດອາການຂອງຕົນເອງຢ່າງໃກ້ຊິດ ໃນໄລຍະ 5-7 ວັນ, ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ຄວນແຍກປ່ຽວທັນທີ ແລະ ກວດແບບໄວ RDT (ATK), ຖ້າຜົນກວດເປັນບວກ (ຜົນກວດຂຶ້ນ 2 ຂີດ) ກໍ່ຂໍໃຫ້ທ່ານຈິງໃຈ ໃນການລາຍງານຕໍ່ເຈົ້າໜ້າທີ່ແພດ ໂດຍການລົງທະບຽນ ຜົນກວດເປັນບວກດ້ວຍຕົນເອງ ໄດ້ທີ່ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ປັດຈຸບັນ ທົ່ວປະເທດເຮົາ ສັກວັກຊີນ
o ເຂັມ 1 ໄດ້ 5,788,920 ເຂັມ (ກວມເອົາ 78.89%)
o ແລະ ທຸກເຂັມທີ່ແນະນໍາ 4,963,503 ເຂັມ (ກວມເອົາ 67.64%).
o ເຂັມກະຕຸ້ນ ຫຼື ເຂັມ 3 ສັກໄດ້ 19.9%.