ວັນທີ 9 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ3.879 ຕົວຢ່າງ ໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ 641 ຄົນ(ຕິດເຊື້ອພາຍໃນ 637 ຄົນ ແລະ ນໍາເຂົ້າ 04 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 637 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 173 ຄົນ
2 ບໍລິຄໍາໄຊ 76 ຄົນ
3 ຜົ້ງສາລີ 42 ຄົນ
4 ຫຼວງນໍ້າທາ 41 ຄົນ
5 ຊຽງຂວາງ 39 ຄົນ
6 ວຽງຈັນ 30 ຄົນ
7 ບໍ່ແກ້ວ 30 ຄົນ
8 ສາລະວັນ 30 ຄົນ
9 ໄຊຍະບູລີ 26 ຄົນ
10 ຫົວພັນ 25 ຄົນ
11 ໄຊສົມບູນ 23 ຄົນ
12 ຫຼວງພະບາງ 21 ຄົນ
13 ຄໍາມ່ວນ 21 ຄົນ
14 ອຸດົມໄຊ 17 ຄົນ
15 ເຊກອງ 14 ຄົນ
16 ອັດຕະປື 13 ຄົນ
17 ສະຫັວນນະເຂດ 8 ຄົນ
18 ຈໍາປາສັກ 8 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ແຂວງຈໍາປາສັກ 02 ຄົນ ແລະ ນະຄອນຫຼວງ 02 ຄົນທັງໝົດກໍ່ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ 119.521 ກໍລະນີ, ອອກໂຮງໝໍວານນີ້311 ຄົນ , ກຳລັງປິ່ນປົວ 7,149 ຄົນ ແລະ ເສຍຊີວິດສະສົມທັງໝົດ 448 ຄົນ (ເສຍຊີວິດໃໝ່ 11 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 11 ຄົນ ຈາກ:ນະຄອນຫຼວງ 03 ຄົນ, ແຂວງອຸດົມໄຊ 02 ຄົນ, ແຂວງບໍ່ແກ້ວ 02 ຄົນ, ແຂວງໄຊສົມບູນ 01 ຄົນ, ແຂວງວຽງຈັນ 01 ຄົນ, ແຂວງຫົວພັນ 01 ຄົນ ແລະ ແຂວງບໍລິຄໍາໄຊ 01 ຄົນ.
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ຜູ້ທີ່ຕ້ອງການສັກວັກຊີນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3), ຜູ້ສູງອາຍຸ, ເດັກໄວ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕເລີ່ມແຕ່ວັນທີ 10 ມັງກອນເປັນຕົ້ນໄປ.
3. ໂຮງໝໍເມືອງ 9 ຕົວເມືອງ ແມ່ນ ເລີ່ມໃຫ້ບໍລິການ ວັນທີ 11 ມັງກອນ 2022.
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້