ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 9 ມີນາ 2022 ໄດ້ກວດວິເຄາະທັງໝົດ 2,358 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 335 ຄົນ (ຕິດເຊື້ອພາຍໃນ 307 ຄົນ ແລະ ນໍາເຂົ້າ28ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 307 ຄົນ ຈາກ 15 ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 191 ຄົນ
2. ສະຫວັນນະເຂດ 36 ຄົນ
3. ຫົວພັນ 16 ຄົນ
4. ຊຽງຂວາງ 10 ຄົນ
5. ອຸດົມໄຊ 8 ຄົນ
6. ບໍ່ແກ້ວ 8 ຄົນ
7. ອັດຕະປື 7 ຄົນ
8. ໄຊຍະບູລີ 6 ຄົນ
9. ຄຳມ່ວນ 6 ຄົນ
10. ແຂວງວຽງຈັນ 5 ຄົນ
11. ຫຼວງນ້ຳທາ 4 ຄົນ
12. ສາລະວັນ 4 ຄົນ
13. ຫຼວງພະບາງ 3 ຄົນ
14. ຈຳປາສັກ 1ຄົນ
15. ເຊກອງ 1 ຄົນ
16. ບໍລິຄຳໄຊ 1 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 28 ຄົນ ຈາກ, ສະຫວັນນະເຂດ 12 ຄົນ, ນະຄອນຫຼວງ 5 ຄົນ, ຈຳປາສັກ 3 ຄົນ, ຄຳມ່ວນ 3 ຄົນ, ຊຽງຂວາງ 2 ຄົນ, ຫົວພັນ 2 ຄົນ ແລະບໍລິຄໍາໄຊ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວມີຜູ້ຕິດເຊື້ອທັງໝົດ 145,094 ຄົນ, ອອກໂຮງໝໍວານນີ້ 65 ຄົນ, ກຳລັງປິ່ນປົວ 1,737 ຄົນ ແລະ ເສຍຊີວິດທັງໝົດ 637 ຄົນ(ເສຍຊິວິດໃໝ່ 2 ຄົນ ຈາກບໍລິຄຳໄຊ ແລະ ຫຼວງພະບາງ).
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.