ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 11 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 4,440 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 204 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 120 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ ແລະ ກໍລະນີນໍາເຂົ້າ ມີ 84 ຄົນ ເຊິ່ງມີລາຍລະອຽດລຸ່ມນີ້:
ຈາກ ສະຫວັນນະເຂດ 54 ຄົນ, ຈໍາປາສັກ 12 ຄົນ, ຄໍາມ່ວນ 9 ຄົນ, ນະຄອນຫຼວງວຽງຈັນ 4 ຄົນ, ຫຼວງພະບາງ 3 ຄົນ, , ແລະ ສາລະວັນ 2 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.
– ສໍາລັບຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດດັ່ງນີ້:
1. ນະຄອນຫລວງ ວຽງຈັນ: ຊຸມຊົນ 02 ຄົນ ມາຈາກ:
– ບ້ານອ່າງໃຫ່ຍ 1 ຄົນ, ເມືອງສັງທອງ ຊຶ່ງແມ່ນກຸ່ມດຽວກັນກັບກໍລະນີຕິດເຊື້ອ ໃນໄລຍະຜ່ານມາ.
– ບ້ານ ໜອງແຫ້ວ ມີ 1 ຄົນ , ເມືອງຫາດຊາຍຟອງ, ຊຶ່ງມາຈາກຄອບຄົວຂອງຜູ້ຕິດເຊື້ອຜ່ານມາ
2. ສະຫວັນນະເຂດ: ຊຸມຊົນ ມີ 13 ຄົນ ຄື:
 – ພະຍາບານ 04 ຄົນ ຊຶ່ງມາຈາກ ເມືອງຊົນບູລີ, ເມືອງເຊໂປນ ແລະ ນະຄອນໄກສອນ ເມືອງລະ 01 ຄົນ, ເຂົ້າປະຈໍາການຢູ່ໂຮງໝໍພາກສະໜາມຫຼັກ 9
•  ຈາກ ບ້ານໂພນສິມ ມີ 02 ຄົນ ຊຶ່ງໄດ້ພົວພັນກັບກຸ່ມ ສະຫວັນ Park
•  ຈາກ ບ້ານສົບປ່ອຍ ມີ 01 ຄົນ ກ່ຽວຂ້ອງ ກັບພະນັກງານຫ້ອງການກຸ່ມບ້ານ
•  ຈາກ ບ້ານອຸດົມວິໄລ ມີ 01 ຄົນ ເປັນພະນັກງານອາສາສະໜັກພົ່ນຢາຂ້າເຊື້ອ
•  02 ຄົນ ຈາກຄ້າຍຄຸມຂັງ ນະຄອນໄກສອນ ແລະ ຄ້າຍຫຼັກ 6
•  ຈາກ ບ້ານຫົວເມືອງເໜືອ ມີ 01 ຄົນ,
•  ບ້ານໂພນສະຫວ່າງເໜືອ ມີ 01 ຄົນ,
•  ບ້ານໄຊຍະມຸງຄຸນ ມີ 01 ຄົນ, ກຸ່ມສຳຜັດໃກ້ຊິດ ກັບພະນັກງານຕໍາຫລວດຄ້າຍຄຸມຂັງຫຼັກ 6
3. ຈໍາປາສັກ: 38 ຄົນ ມາຈາກຊຸມຊົນ ທີ່ເປັນຈຸ້ມກໍລະນີທີ່ກ່ຽວຂ້ອງ ກັບ ໂຮງໝໍຊຸມຊົນ ທີ່ພົວພັນກັບການຕິດເຊື້ອໃນໂຮງໝໍເມືອງປະທູພອນ ທີ່ໄດ້ລາຍງານມາແຕ່ທ້າຍອາທິດຜ່ານມາ;
4. ຄຳມ່ວນ: ມາຈາກຊຸມຊົນ 24 ຄົນ ມາຈາກ 4 ຈຸດຄື:
• ຈຸດເກັບຕົວຢ່າງຈອມທອງ 16 ກໍລະນີ
• ຈຸດເກັບຕົວຢ່າງຢູ່ພະແນກສຸກເສີນໂຮງຫມໍແຂວງ 6 ກໍລະນີ
• ສູນກັກໂຕ 21 ມີນາ 1 ກໍລະນີ ( ລູກຂອງຜູ້ຕິດເຊື້ອມາຢູ່ກັບພໍ່ )
• ສູນປິ່ນປົວໂຮງຫມໍທະຫານ 1 ກໍລະນີ (ລູກຂອງຜູ້ຕິດເຊື້ອມາຢູ່ກັບແມ່)
5. ສາລະວັນ: 1 ຄົນ ມາຈາກຊຸມຊົນ: ເປັນເພດຊາຍ ອາຍຸ 40 ປີ ອາຊີບພະນັກງານຕໍາຫລວດ ເຮັດວຽກຢູ່ກອງບັນຊາການ ປກສແຂວງ.
6. ບໍ່ແກ້ວ: 08 ຄົນ; ຈາກເຂດເສດຖະກິດພິເສດ ສາມລ່ຽມຄໍາ
7. ຫລວງພະບາງ: 34 ຄົນ ມາຈາກຊຸມຊົນ ຊຶ່ງມາຈາກ 06 ກຸ່ມຄື:
• ພະຍາບານ ຈາກສຸກສາລາ ນະຄອນຫລວງພະບາງ ມີ 01 ຄົນ, ເຂົ້າປະຈໍາການ ຢູ່ສູນຫໍຄອຍສະໜາມບິນ ແລະ ຈາກນັ້ນຍ້າຍມາປະຈໍາການຢູ່ສູນໂຮງຮຽນແພດ.
• 01 ຄົນ ພະນັກງານຕໍາຫລວດ ປະຈໍາການຢູ່ສູນຫ້ວຍມ້າວ ແຕ່ມື້ເປີດສູນຈົນຮອດປະຈຸບັນ
• ເມືອງວຽງຄໍາມີ 20 ຄົນ ແມ່ນກໍາມະກອນ ທີ່ມາຈາກແຂວງວຽງຈັນ ເຮັດວຽກຢູ່ສວນກ້ວຍ ບ້ານຕັ່ງນ່າຍ, ເມືອງກາສີ ຊຶ່ງ ທັງໜົດໄດ້ກັກໂຕຢູ່ສູນໂຮງຮຽນແພດ
• 04 ຄົນ, ກໍາມະກອນ ເຮັດວຽກຢູ່ສວນຢາງ ບ້ານໜ້ຽງ, ເມືອງວັງວຽງ, ທັງໜົດກັກໂຕຢູ່ສູນເມືອງວຽງຄໍາ
• 08 ຄົນ, ກໍາມະກອນ ໂຮງງເລື່ອຍ, ເມືອງປາກລາຍ, ແຂວງໄຊຍະບູລີ ແລະ ທັງໜົດໄດ້ກັກໂຕຢູ່ສູນເມືອງນານ
• 02 ຄົນ, ອາຊີບແມ່ບ້ານ ກັບມາແຂວງ ແລ້ວຖືກກັກໂຕຢູ່ສູນ ເມືອງວຽງຄຳ ແລະ ຜູ້ໜຶ່ງກັກໂຕຢູ່ສູນໂຮງຮຽນແພດ
• 02 ຄົນ, ອາຊີບເປັນແມ່ເຮືອນ ແລະ ກໍາມະກອນກໍ່ສ້າງ ທີ່ໄດ້ໄປເຮັດວຽກຢູ່ເມືອງບຸນເໜືອ, ແຂວງຜົ້ງສາລີ ແລະ ທັງໜົດ ກັບມາແຂວງ ແລະ ຖືກກັກໂຕຢູ່ສູນໂຮງຮຽນແພດ.
 ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວ
 ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,140 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,365 ຄົນ.
 ສຳລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ
• ສໍາລັບຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ ຈຸດເກັບຕົວຢ່າງ ຢູ່ສູນກິລາໃນຮົ່ມບຶງຂະຫຍອງ ເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.
• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້.
 ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ
• ວັນທີ 10 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2,367 ຄົນ.
• ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 93 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7,832 ຄົນ.