ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
– ໂຮງໝໍເມືອງ 9 ຕົວເມືອງ
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ວັນທີ 10 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 3.010 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 424 ຄົນ(ຕິດເຊື້ອພາຍໃນ 416 ຄົນ ແລະ ນໍາເຂົ້າ 8 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 424 ຄົນ ຈາກ 16 ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1 ນະຄອນຫຼວງ 87 ຄົນ
2 ຊຽງຂວາງ 75 ຄົນ
3 ໄຊຍະບູລີ 41 ຄົນ
4 ອັດຕະປື 38 ຄົນ
5 ບໍລິຄໍາໄຊ 36 ຄົນ
6 ຫົວພັນ 33 ຄົນ
7 ສະຫັວນນະເຂດ 28 ຄົນ
8 ໄຊສົມບູນ 16 ຄົນ
9 ວຽງຈັນ 15 ຄົນ
10 ຈໍາປາສັກ 13 ຄົນ
11 ຄໍາມ່ວນ 10 ຄົນ
12 ບໍ່ແກ້ວ 7 ຄົນ
13 ຫຼວງພະບາງ 6 ຄົນ
14 ອຸດົມໄຊ 5 ຄົນ
15 ສາລະວັນ 3 ຄົນ
16 ຜົ້ງສາລີ 3 ຄົນ
17 ຫຼວງນໍ້າທາ 1 ຄົນ
18 ເຊກອງ 0 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 8 ຄົນ ທັງໝົດຈາກສະຫວັນນະເຂດ 7 ຄົນ ແລະ ຈຳປາສັກ1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດຢຸ່ໃນ ສປປ ລາວ 138.431, ອອກໂຮງໝໍວານນີ້ 197 ຄົນ, ກຳລັງປິ່ນປົວ 3,853 ຄົນ ແລະ ເສຍຊີວິດສະສົມທັງໝົດ 588 ຄົນ(ເສຍຊິວິດໃໝ່ 04 ຄົນ).
– ສຳລັບຜູ້ເສຍຊີວິດໃໝ່ 04 ຄົນ ຢູ່ແຂວງບໍລິຄຳໄຊ 1 ຄົນ, ສະຫວັນນະເຂດ 1 ຄົນ, ຊຽງຂວາງ 1 ຄົນ ແລະ ຫົວພັນ 1 ຄົນ.