ວັນທີ 10 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3,600 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 309 ຄົນ (ຕິດເຊື້ອພາຍໃນມີ 303 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ)
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 303 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍດັ່ງນີ້:
1. ນະຄອນຫຼວງ 119 ຄົນ:ມີ 7 ເມືອງ ແລະ 52 ບ້ານ
1) ເມືອງຈັນທະບູລີ ມີ 10 ຄົນ, 4 ບ້ານ
2) ເມືອງສີໂຄດຕະບອງ ມີ 30 ຄົນ, 17 ບ້ານ
3) ເມືອງໄຊເສດຖາ ມີ 73 ຄົນ, 12 ບ້ານ
4) ເມືອງສີສັດຕະນາກ ມີ 6 ຄົນ, 3 ບ້ານ
5) ເມືອງນາຊາຍທອງ ມີ 13 ຄົນ, 6 ບ້ານ
6) ເມືອງໄຊທານີ ມີ 08 ຄົນ, 7 ບ້ານ
7) ເມືອງຫາດຊາຍຟອງ ມີ 6 ຄົນ, 3 ບ້ານ
2. ແຂວງວຽງຈັນ 49 ຄົນ:
1). ເມືອງແກ້ວອຸດົມ ມີ 06 ບ້ານ (45 ຄົນ)
2). ເມືອງວັງວຽງ ມີ 02 ບ້ານ (02 ຄົນ)
3). ເມືອງໂພນໂຮງ ມີ 02 ບ້ານ (02 ຄົນ)
3. ຫຼວງພະບາງ 32 ຄົນ:
1. ນະຄອນຫລວງພະບາງ ມີ 10 ບ້ານ (16 ຄົນ)
2. ເມືອງຊຽງເງີນ ມີ 04 ບ້ານ (07 ຄົນ)
3. ເມືອງງອຍ ມີ 02 ບ້ານ (04 ຄົນ)
4. ເມືອງຈອມເພັດ ມີ 01 ບ້ານ (02 ຄົນ)
5. ເມືອງນໍ້າບາກ ມີ 02 ບ້ານ (03 ຄົນ)
4. ໄຊສົມບູນ 26 ຄົນ:
– ເມືອງລ່ອງຊານ
5.ສະຫວັນນະເຂດ 22 ຄົນ:
1. ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ)
2. ນະຄອນໄກສອນ ມີ 06 ບ້ານ (09 ຄົນ)
3. ເມືອງ ໄຊບູລີ ມີ 02 ບ້ານ (2 ຄົນ)
6.ຈໍາປາສັກ 21 ຄົນ:
1. ນະຄອນປາກເຊ ມີ 03 ບ້ານ (05 ຄົນ)
2. ເມືອງປະທຸມພອນ ມີ 02 ບ້ານ (04 ຄົນ)
3. ເມືອງບາຈຽງຈະເລີນສຸກ 04 ບ້ານ (11 ຄົນ)
4. ຄົນເຈັບມາປິ່ນປົວ SARI ຢູ່ໂຮງໝໍແຂວງຈຳປາສັກ ແຕ່ເປັນຄົນຈາກ ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ 1 ຄົນ
7.ຄຳມ່ວນ 20 ຄົນ
– ເມືອງທ່າແຂກ ມີ 16 ຄົນ
– ສູນກັກກັນເມືອງຍົມມະລາດ ມີ 4 ຄົນ
8. ບໍ່ແກ້ວ 12 ຄົນ:
– ເມືອງຕົ້ນເຜິ້ງ: ບ້ານດອນມູນ 07 ຄົນ
– ເຂດເສດຖະກິດພິເສດ 05 ຄົນ (ເຈົ້າໜ້າທີ່ປກສເຂດ 01 ຄົນແລະກຳມະກອນ 03 ຄົນ; ຄົນພະມ້າ)
9.ບໍລິຄຳໄຊ 1 ຄົນ
– ເມືອງປາກກະດິງ ມີ 1 ຄົນ
10. ສາລະວັນ 1 ຄົນ:
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ:3 ຄົນຈາກ ນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກ ສະຫວັນນະເຂດ,ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 10 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 28,849 ຄົນ, ເສຍຊີວິດສະສົມ 30(ໃໝ່ 4),ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 272 ຄົນ, ກໍາລັງປິ່ນປົວ 6.947 ຄົນ.
ສຳລັບຄົນເຈັບເສຍຊີວີດ 4 ຄົນ,ລາຍລະອຽດດັ່ງນີ້:
• ຜູ້ທີ1:ເພດຊາຍ, ອາຍຸ 57 ປີ, ອາຊີບ: ພະນັກງານບໍານານ, ບ້ານຜາເທົາ, ເມືອງວັງວຽງ, ແຂວງວຽງຈັນ, ເຂົ້າໂຮງໝໍ ວັນທີ 21 ກັນຍາ ດ້ວຍອາການ ຫາຍໃຈຝຶດ ແລະ ນອນບໍ່ພຽງພໍ, ຜູ້ກ່ຽວພະຍາດປະຈຳຕົວໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງແລະເບົາຫວານ, ໄດ້ກວດຫາເຊື້ອ ໂຄວິດ ສອງຄັ້ງ ພົບໃນຄັ້ງທີ່ສອງ, ຜູ້ກ່ຽວຍັງບໍ່ທັນໄດ້ສັກວັກຊີນ, ຕັ້ງແຕ່ 21 ກັນຍາ – 10 ຕຸລາ 2021 ຜູ້ກ່ຽວນອນປີ່ນປົວຢູ່ໂຮງໝໍມິດຕະພາບໄດ້ປະມານ 20 ມື້, ມາຮອດເວລາ 10:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021: ຜູ້ກ່ຽວໄດ້ເສຍຊີວິດຢູ່ໂຮງໜໍດັ່ງກ່າວ.
• ຜູ້ທີ2: ເພດເພດຊາຍ, ອາຍຸ 83 ປີ, ອາຊີບ: ພໍ່ເຮືອນ, ບ້ານໄຊຍະພູມ, ນະຄອນໄກສອນ, ແຂວງສະຫວັນນະເຂດ, ພະຍາດປະຈໍາຕົວ: ເສັ້ນເລືອດສະໝອງຕີບໄດ້ປະມານ 1 ເດືອນແລະມີອາການອ່ອນແຮງແຂນຂາເບື້ອງຂວາ, ຍັງບໍ່ທັນໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ເຂົ້າໂຮງໝໍ 17 ກັນຍາ ແລະ ກວດພັບເຊື້ອໃນ ວັນທີ່ 19 ກັນຍາ, ຈາກນັ້ນສົ່ງເຂົ້ານອນຕິດຕາມທີ່ຟຮງໝໍພາກສະໜາມ ຈົນຮອດ 23 ກັນຍາ ຜູ້ກ່ຽວມີອາການໄອເມື່ອຍເລັກໜ້ອຍມີໄຂ້ຈຶ່ງໄດ້ຮັບຜູ້ກ່ຽວເຂົ້າມານອນປີ່ນປົວຢູ່ໂຮງໝໍຫຼັກ 9, ມາຮອດເວລາ 09:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021: ຜູ້ກ່ຽວໄດ້ເສຍຊີວິດຢູ່ໂຮງໜໍດັ່ງກ່າວ.
• ຜູ້ທີ3: ເພດຊາຍ, ອາຍຸ 42 ປີ, ອາຊີບກຳມະກອນ, ບ້ານນາສາລາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ປະຈຸບັນເປັນຜູ້ຖືກຂັງ, ວັນທີ 8/10: ຜູ້ກ່ຽວມີອາການໄຂ້, ເຈັບຄໍ, ຕໍ່ມາ ໃນວັນທີ 10 ຕຸລາ ມີອາການໄຂ້, ຫາຍໃຈຝືດ, ແໜ້ນໜ້າເອິກແລ້ວມີອາການຊ໋ອກ 1 ເທື່ອເວລາ 12 ໂມງ 15 ນາທີ. ທ່ານໝໍໄດ້ໃຫ້ການຊ່ວຍເຫຼືອຫຼັງຈາກນັ້ນມີອາການຮາກເປັນເລືອດ 2 ຄັ້ງແລະມີອາການຊ໋ອກອີກເທື່ອໜຶ່ງເວລາ 14:00 ໂມງ, ຫຼັງຈາກນັ້ນເສຍຊີວິດ: ໄດ້ເກັບຕົວຢ່າງແລະເຮັດRDT ຜົນກວດອອກມາພົບເຊື້ອ.
• ຜູ້ທີ4: ເພດຍິງ ອາຍຸ 79 ປີ, ບ້ານໂພນເຄັງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເປັນຜູ້ສຳຜັດກັບລູກໄພ້ທີ່ຕິດເຊື້ອໂຄວິດກ່ອນໜ້ານີ້, ບໍ່ທັນໄດ້ຮັບວັກຊີນເພາະວ່າມີພະຍາດປະຈຳໂຕ, ເປັນເບົາຫວານໄດ້ 7_8 ປີ, ໄຂ່ຫລັງຊຸດໂຊມແຕ່ບໍ່ທັນໄດ້ຟອກ, ວັນທີ 1/10/2021 ເຂົ້າມາກວດຢູ່ໂຮງໝໍ 103 ທີມງານໄດ້ເກັບຕົວຢ່າງກວດໂຄວິດດ້ວຍ CPR ແມ່ນໃຫ້ຜົນລົບ, ວັນທີ 8/10/2021 ຜູ້ກ່ຽວເຂົ້າໄປນອນຢູ່ຕຶກປິ່ນປົວເບົາຫວານ ແລະ ຜູ້ກ່ຽວມີອາການໄຂ້, ວັນທີ 10/10/21 ໄດ້ເກັບຕົວຢ່າງກວດດ້ວຍ RDT ຜົນກວດພົບເຊື້ອໂຄວິດ ແລະ ເສຍຊິວິດໃນມື້ດຽວກັນ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່: ໃຫ້ບໍລິການເກັບຕົວຢ່າງ ທຸກວັນ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ປະກອບມີ:
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ
– ໂຮງຮຽນ ມສ ລາວ-ຫວຽດ, ເມືອງໄຊເສດຖາ
– ມສ ເຈົ້າອະນຸວົງ, ເມືອງ ຈັນທະບູລີ
ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາ ເມືອງ ໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາ ເມືອງ ສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາ ເມືອງ ນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທີມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)
4. ສໍາລັບຈຸດບໍລິການສູນການຄ້າລາວໄອເຕັກ ຈະໄດ້ເປີດໃຫ້ບໍລິການທ່ານ ເລິ່ມແຕ່ວັນທີ 11-15 ຕຸລາ 2021
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 10 ຕຸລາ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 696 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 99 ສູນ ແລະ 55 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 6,055 ຄົນ (ສູນ 4.360 ຄົນ ແລະ ໂຮງແຮມ 1.695 ຄົນ).