ວັນທີ 11 ທັນວາ 2021 ທີ່ ສະຖາບັນການຕ່າງປະເທດ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມເວທີຄັງປັນຍາລະດັບສູງ ຈີນ-ອາຊຽນ China-ASEAN High Level Think Tank Forum.

ໃນພິທີເປີດກອງປະຊຸມດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວຄຳປາໄສ ໂດຍໄດ້ຍົກໃຫ້ເຫັນ ການເປັນຄູ່ຮ່ວມມືເຊື່ອໝັ້ນເຊິ່ງກັນແລະກັນ ລະຫວ່າງ ອາຊຽນ-ຈີນ ຕະຫຼອດໄລຍະ 30 ປີຜ່ານມາ ໂດຍ ຄຳນຶງເຖິງຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນໂອກາດກອງປະຊຸມລະນຶກການສ້າງຕັ້ງຄູ່ຮ່ວມມືອາຊຽນ-ຈີນ ຄົບຮອບ 30 ປີທີ່ຜ່ານມາ, ສອງຝ່າຍໄດ້ຕົກລົງສ້າງຕັ້ງຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ ຊຶ່ງເປັນການເປີດສັງກາດໄໝ່ຂອງການຮ່ວມມື ອາຊຽນ-ຈີນ, ສົ່ງເສີມຈັດຕັ້ງປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”

ກອງປະຊຸມສໍາມະນາດັ່ງກ່າວ ຍັງເປັນການຮັດແໜ້ນການພົວພັນ ລະຫວ່າງ ອາຊຽນ- ຈີນ ໃຫ້ມີຄວາມ ແໜ້ນແຟ້ນ ແລະ ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະ ດ້ານວັດທະນະທຳ-ສັງຄົມ ໃຫ້ປະກົດຜົນເປັນຈິງ ເພື່ອນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຂົງເຂດ ອາຊຽນ ແລະ ຈີນ.

 

ຂ່າວ;ພາບ: ກົມຂ່າວກະຊວງການຕ່າງປະເທດ

Loading...