ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕີດເຊົື້ອໃນຊຸມຊົນເພີ້ມຂຶ້ນຫຼາຍຢ່າງຕໍ່ເນື່ອງ,ໃນມື້ວານ ວັນທີ10ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 8.074ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະພົບເຊື້ອທັງໝົດ1,898ຄົນ(ຕິດເຊື້ອພາຍໃນມີ1,897 ຄົນ ແລະ ຕິດເຊື້ອນໍາເຂົ້າ01ຄົນ)ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ88,064 ຄົນ, ເສຍຊີວິດສະສົມ 236 ຄົນ ກວມເອົາ 0.26% ຂອງຜູ້ຕິດເຊື້ອທັງໝົດ (ໃນນີ້ເສຍຊີວິດໃໝ່ 5ຄົນ), ປົວດີ ແລະກັບບ້ານໃນມື້ວານມີ599 ຄົນ, ກໍາລັງປິ່ນປົວ12,011ຄົນ.ເຊິງໝາຍຄວາມວ່າ ມາຮອດມື້ນີ້ຍັງມີຜູ້ທີ່ຕິດເຊື້ອພະຍາດໂຄວີດ-19ທີ່ກຳລັງປີ່ນປົວ ແມ່ນ13.7% ຂອງຈຳນວນຜູ້ຕິດເຊື້ອສະສົມທັງ ໝົດ ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86,3% ຂອງຈຳນວນຜູ້ຕິດເຊື້ອສະສົມທັງ ໝົດ.
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,897 ຄົນຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດດັ່ງນີ້:

1. ນະຄອນຫຼວງ 737 ຄົນ ໃນ 228 ບ້ານ ແລະ 9 ເມືອງ
2. ຊຽງຂວາງ ມີ 344 ຄົນ
3. ຫົວພັນ ມີ 184 ຄົນ
4. ບໍ່ແກ້ວ ມີ 90 ຄົນ
5. ຫຼວງພະບາງ ມີ 89 ຄົນ
6. ຫຼວງນໍ້າທາ ມີ 81 ຄົນ
7. ອຸດົມໄຊ ມີ 79 ຄົນ
8. ແຂວງວຽງຈັນມີ 74 ຄົນ
9. ສະຫວັນນະເຂດ ມີ 49 ຄົນ
10. ໄຊສົມບູນ ມີ 43 ຄົນ
11. ບໍລິຄຳໄຊ ມີ 41 ຄົນ
12. ໄຊຍະບູລີ ມີ 26 ຄົນ
13. ຄຳມ່ວນ ມີ 19 ຄົນ
14. ອັດຕະປື ມີ 17 ຄົນ
15. ຈຳປາສັກ ມີ 12 ຄົນ
16. ສາລະວັນ ມີ 7 ຄົນ
17. ຜົ້ງສາລີ ມີ 4 ຄົນ
18. ເຊກອງ ມີ 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ, ຈາກແຂວງສະຫວັນນະເຂດ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.
ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 05ຄົນ:
1). ເພດຍິງ, ອາຍຸ61ປີ, ບ້ານດອນປ່າໃໝ່,ເມືອງສີສັດຕະນາກ, ນະຄອນຫຼວງ .
– ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ເບົາຫວານ ກິນຢາປະຈຳມາ 10 ກ່ວາປີ
– ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 01ເຂັມ
– ຄົນເຈັບເລີ່ມໄຂ້,ໄອ, ຫາຍໃຈຝືດແຕ່ວັນທີ29ພະຈິກ2021 ແລະ ວັນທີ02ທັນວາ2021: ໄດ້ກວດໂຄວິດຢູ່ໂຮງໝໍ103ໃຫ້ຜົນບວກ
– ວັນທີ04ທັນວາ2021: ເຂົ້ານອນຕິດຕາມປີ່ນປົວຢູ່ສູນຫ້ວຍຫົງ
– ວັນທີ05ທັນວາ2021: ຍ້າຍມານອນຕຶກໃໝ່ໂຮງໝໍມິດຕະພາບ
– ຕໍ່ມາຄົນເຈັບມີອາການກະວົນກະວາຍ, ຫາຍໃຈຝືດ,ນອນພຽງບໍ່ໄດ້, ຫາຍໃຈໄວແລະຫອບ
– ລວມມື້ປິ່ນປົວ: 05-10ທັນວາ2021, ລວມເປັນ06ວັນ
– ມາຮອດເວລາ04:50ນາທີຂອງວັນທີ່10ທັນວາ2021ຄົນເຈັບໄດ້ເສຍຊີວິດລົງ.
2). ເພດຍິງ, ອາຍຸ87ປີ, ບ້ານນາວຽງຄຳ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ
– ພະຍາດປະຈຳໂຕ: ເປັນວັນນະໂລກປອດມາກ່ອນໄດ້ກິນຢາຄົບເປັນໄດ້20ປີ, ບໍ່ເຄີຍເຊັກສຸຂະພາບ
– ບໍ່ໄດ້ສັກຢາປ້ອງກັນໂຄວິດ-19
– ເຂົ້າໂຮງໝໍວັນທີ່07ທັນວາ2021, ເວລາ10:20ໂມງ: ຜູ້ກ່ຽວມີອາການໄຂ້, ໄອຜົນກວດພົບເຊື້ອພະຍາດໂຄວິດ-19ແລະຄົນເຈັບໄຂ້ຢູ່ບ້ານໄດ້10ວັນໄຂ້ຫຸ່ມໆ-ໄອເລັກນ້ອຍ, ເຈັບທ້ອງເຂດກະເພາະອິດເມື່ອຍພີ່ນ້ອງຈຶ່ງພາມາກວດຢູ່ສຸກເສີນແລ້ວສົ່ງມານອນຕຶກແຍກປ່ຽວເວລາ11:10ໂມງ
– ມາຮອດເວລາ12:20ນາທີຂອງວັນທີ່09ທັນວາ2021: ຄົນເຈັບໄດ້ເສຍຊີວິດ.
3) ເພດຍິງອາຍຸ80ປິ, ບ້ານອຸມມົງເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
– ພະຍາດຜ່ານມາ: ຫຼ່ອຍຫຼາຍກ່ວາ 20 ປີ
– ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19
– ເຂົ້າມາໂຮງໝໍມິດຕະພາບວັນທີ່30ພະຈິກ2021 ຍ້ອນເມື່ອຍ, ອ່ອນແຮງແຂນຂາ, ຄົນເຈັບງ້ວງຊຶມແລະກິນດື່ມບໍ່ໄດ້
– ສະພາບໄລຍະການປິ່ນປົວແມ່ນບໍ່ມີອາການດີຂື້ນສະຕິງ້ວງຊືມຕະຫຼອດບໍ່ສາມາດກິນດື່ມໄດ້ອາການຊຸດໂຊມລົງຫຼາຍໃນແຕ່ລະວັນ.
– ໄລຍະການປິ່ນປົວ: 30ພະຈິກ -10ທັນວາ2021, ລວມເປັນ11ວັນ
– ມາຮອດເວລາ03:30ນາທີຂອງວັນທີ10ທັນວາ2021: ຄົນເຈັບໄດ້ເສຍຊີວິດ
4). ເພດຊາຍ, ອາຍຸ91ປີ, ບ້ານນາຄໍາ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ບໍ່ໄດ້ກວດສຸຂະພາບມາກ່ອນ
– ບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19
– ວັນທີ05ທັນວາ2021: ຜົນກວດຢັ້ງຢືນພົບເຊື້ອໂຄວິດ-19ແລະເຂົ້ານອນສູນສີເກີດ
– ເວລາ19:30ນາທີຂອງວັນທີ06ທັນວາ2021: ຮັບຄົນເຈັບຈາກສູນສີເກີດມານອນປີ່ນປົວຢູ່ໂຮງໝໍເສດຖາທິລາດດ້ວຍອາການເມື່ອຍ, ຫາຍໃຈຝຶດແລະຫາຍໃຈຫອບ
– ໄລຍະການປິ່ນປົວ: 07-10ທັນວາ2021, ລວມເປັນ04ວັນ
– ມາຮອດເວລາ05:58ນາທີຂອງວັນທີ10ທັນວາ2021: ຄົນເຈັບໄດ້ເສຍຊີວິດລົງ
5). ເພດຍິງ74ປີ, ບ້ານສີບຸນເຮືອງ, ເມືອງສີໂຄດຕະບອງ, ນະຄອນຫລວງ
– ພະຍາດປະຈໍາຕົວ: ເບົາຫວານມາໄດ້ຫລາຍປີກິນຢາປະຈໍາ
– ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ຄົບ
– ເວລາ12:21ນາທີຂອງວັນທີ07ທັນວາ2021: ຄົນເຈັບມາກວດຢູ່ໂຮງໝໍ103ດ້ວຍອາການໄຂ້, ໄອ, ແໜ້ນໜ້າເອິກແລະອ່ອນເພຍມາໄດ້03ວັນພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19ແມ່ນໃຫ້ຜົນບວກແລະຮັບຄົນເຈັບເຂົ້ານອນປີ່ນປົວ
– ໄລຍະການປິ່ນປົວ: 07-10ທັນວາ2021, ລວມເປັນ04ວັນ
– ມາຮອດເວລາ10:30ນາທີຂອງວັນທີ10ທັນວາ2021: ຄົນເຈັບໄດ້ເສຍຊີວິດລົງ.
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ
ຂ້າພະເຈົ້າຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນມີ 2 ຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
-ສະໜາມກິລາໃນຮົ່ມ ບຶງຂະຫຍອງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
– ມສ ເຈົ້າອານຸວົງ(ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງມີ:
ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນ ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ເປີດວັນຈັນ – ວັນສຸກ ໃນໂມງລັດຖະການ).
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້
ມາຮອດປັດຈຸບັນ ທົ່ວປະເທດມີບ້ານແດງທັງໝົດ:
• ບ້ານແດງໃນທົ່ວປະເທດມີ:1,128 ບ້ານໃນ 116ເມືອງຈາກ 18ແຂວງ
• ບ້ານທີ່ກໍານົດເປັນເຂດແດງໃໝ່ວັນທີ 10ທັນວາ2021 ມີ 11ບ້ານ ໃນ 5ເມືອງຈາກ 5 ແຂວງ
• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ມາເປັນເຂດເຫຼືອງ ໃນນະຄອນຫຼວງວຽງຈັນ ບໍ່ມີ
ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ,ກະຊວງສາທາລະນະສຸກ.
ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 10ທັນວາ2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,253ຄົນ ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວີດ-19 ແລະ ນຳສົ່ງເຂ້ົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລີເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບກຳນົດຈື່ງອອກມາເຄືອນໄຫວໃນສັງຄົມໄດ້ ,
.ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ85ສູນ ແລະ 59 ໂຮງແຮມມີຜູ້ຈຳກັດບໍລິເວນທັງໝົດ4.577 ຄົນ (ຢູ່ສູນ 3,111ຄົນແລະ ໂຮງແຮມ1.466 ຄົນ).
• ຕາມຕົວເລກລາຍງານການຕິດເຊື້ອ ທີ່ຂ້າພະເຈົ້າໄດ້ກ່າວມາໃນຕອນຕົ້ນ ເຫັນວ່າ ໜ້າເປັນຫວ່ງການລະບາດແມ່ນມີຢູ່ທຸກແຂວງໃນທົ່ວປະເທດ ເຊີ່ງນະຄອນຫຼວງວຽງຈັນແມ່ນເຂດທີ່ມີອັດຕາຊຸກຊຸມ ຫຼື ການຕິດພະຍາດຫຼາຍກວ່າໝູ່ ອັດຕາການໃຫ້ຜົນບວກມີເຖີງ 35% ແລະ ຕາມມາດ້ວຍ ແຂວງວຽງຈັນ, ອຸດົມໄຊ, ຫຼວງນໍ້າທາ, ຊຽງຂວາງ ແລະ ອື່ນໆ, ຖ້າທຽບໃສ່ການຕິດເຊຶ້ອມື້ວານ ແມ່ນຫຼູດລົງເລັກນ້ອຍ ໃນນັ້ນ ເກືອບທັງໝົດ ແມ່ນ ການຕິດເຊື້ອພາຍໃນ ປະເທດ ນຳເຂົ້າມີພຽງ 1ຄົນ ແລະ ຫຼາຍແຂວງໃນທົ່ວປະເທດກໍ່ຍັງເຫັນວ່າຍັງມີອັດຕາການກວດພົບເຊື້ອສູງ ຖ້າທຽບຈຳນວນໃຫ້ຜົນບວກ ໃສ່ຈຳນວນຕົວຟ່າງທີ່ເກັບມາກວດ ຂອງແຕ່ລະແຂວງ
• ໃນສະພາບ ທຸກມື້ນີ້ ເຮົາບໍ່ສາມາດຮູ້ໄດ້ວ່າຜູ້ໃດຕິດເຊື້ອ ຫຼືບໍ່ຕິດເຊື້ອ ການອອກຈາກເຮືອນໄປພົບກັບຄົນອື່ນແມ່ນຖືວ່າມີຄວາມສ່ຽງຖ້າຫາກພວກເຮົາບໍ່ເຄັ່ງຄັດໃນການ ປະຕີບັດມາດຕະການຕ່າງໆ ແມ່ນຈະມີຄວາມສ່ຽງສູງທີ່ຈະຕິດເຊື້ອໄດ້ (ນັ້ນແມ່ນເຫດຜົນທີ່ ພວກເຮົາທຸກຄົນ ຕ້ອງໄດ້ຮ່ວມມືໃນການປະຕິບັດຕາມມາດຕະ ການສະ ກັດກັ້ນ ຄວບຄຸມການລະຍາດຂອງພະຍາດ ຢ່າງເຂັ້ມງວດ ຄົບຖ້ວນ ແລະ ຮັດກຸມ ທີ່ສຸດ ແລະ ທຸກຄົນ ຈະຕ້ອງໄດ້ສ້າງຄວາມຊິນເຄີຍ ໃຫ້ຕົນເອງຢູ່ຮ່ວມກັບພະຍາດໂຄວິດ ບົນພື້ນຖານການປ້ອງກັນ ທີ່ຮັບປະກັນໃຫ້ຕົນເອງປອດໄພ ໂດຍໃສ່ຜ້າປິດປາກ-ດັງ, ລ້າງມື ຢູ່ຫ່າງກັນ ເຮັດຈິງຈັງ ແລະ ບໍ່ໃຫ້ຖືເບົາຕໍ່ກັບການປະຕິບັດສິ່ງດັ່ງກ່າວ ອີກຕໍ່ໄປ. ພ້ອມດຽວກັນ ປະຊາຊົນກຸ່ມເປົ້າໝາຍ ຕ້ອງຕື່ນຕົວໄປສັກວັກຊິນໃຫ້ໄວ ຕາມຈຸດບໍລິການ ທີ່ແຂວງໄດ້ກຳນົດໄວ້ .
• ປະຈຸບັນ ໃນສັງຄົມ ໄດ້ມີການນຳໃຊ້ ເຄື່ອງກວດ ພະຍາດໂຄວິດ 19 ແບບໄວ ຕາມທີ່ມີໂຄສະນາຂາຍຢ່າງຫຼວງຫຼາຍ ທຸກຄົນແມ່ນສາມາດນຳໃຊ້ເຄື່ອງກວດດັ່ງກ່າວໄດ້ດ້ວຍຕົນເອງ ເພື່ອກວດວ່າຕົນ ເອງຕິດ ພະຍາດໂຄວິດ19 ຫຼືບໍ່, (ໃນກໍລະນີຜູ້ທີ່ບໍ່ໄດ້ສ່ຽງອອກນອກເຮືອນເຂົ້າມາກໍກວດ )
• ແຕ່ໃນກໍລະນີທີ່ທ່ານເປັນກຸ່ມສ່ຽງ ທີ່ສຳພັດກັບຜູ້ຕິດເຊື້ອ ເຖິງແມ່ນວ່າຜົນກວດເປັນຜົນລົບ ( ມີ1 ຂີດ) ກໍ່ຄວນໄປເກັບ -ກວດຕົວຢ່າງ ຢູ່ສະຖານທີ່ທີ່ທາງຄະນະສະເພາະກີດກຳນົດໄວ້ ເຊີ່ງແມ່ນ ການກວດດ້ວຍເຄື່ອງ PCR ຈະໃຫ້ຜົນທີຊັດເຈນທີ່ສຸດ , ພ້ອມທັງສືບຕໍ່ຈຳກັດບໍລິເວນຈົນຄົບກຳນົດ ຈຶ່ງຈະຮັບປະກັນ ຕໍ່ໂຕເຮົາເອງ ແລະ ຄົນ ອ້ອມຂ້າງ