ວັນທີ 10 ພະຈິກ 2021, ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອCOVID-19 ທັງໝົດ 5.540 ຕົວຢ່າງ, ໃນນັ້ນກວດພົບຜູ້ຕິດເຊືື້ອໃໝ່ 945 ຄົນ (ຕິດເຊື້ອພາຍໃນມີ 942 ຄົນ ແລະຕິດເຊື້ອນໍາເຂົ້າ 3 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 942 ຄົນ ຈາກ 14 ແຂວງເຊິ່ງລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 503 ຄົນ: ມາຈາກ 160 ບ້ານ, ໃນ 8 ເມືອງ
1. ເມືອງຈັນທະບູລີ ມີ 16 ບ້ານ (56 ກໍລະນີ)
2. ເມືອງສີໂຄດຕະບອງ ມີ 32 ບ້ານ (75 ກໍລະນີ)
3. ເມືອງໄຊເສດຖາ ມີ 39 ບ້ານ (130 ກໍລະນີ)
4. ເມືອງສີສັດຕະນາກ ມີ 14 ບ້ານ (52 ກໍລະນີ)
5. ເມືອງນາຊາຍທອງ ມີ 09 ບ້ານ (26 ກໍລະນີ)
6. ເມືອງໄຊທານີ ມີ 29 ບ້ານ (105 ກໍລະນີ)
7. ເມືອງຫາດຊາຍຟອງ ມີ 19 ບ້ານ (36 ກໍລະນີ)
8. ປາກງື່ມ ມີ 02 ບ້ານ(02 ກໍລະນີ)
9. ຕ່າງແຂວງ (11 ກໍລະນີ)
10. ຍັງສືບຕໍ່ເອົາຂໍ້ມູນ(11 ກໍລະນີ)
2. ແຂວງຫຼວງພະບາງ ມີ 98 ຄົນ ມາຈາກ 25 ບ້ານ, ໃນ 8 ເມືອງ
3. ແຂວງຈຳປາສັກ ມີ 57 ຄົນມາຈາກ 31 ບ້ານ, ໃນ 7 ເມືອງ
4. ແຂວງຜົ້ງສາລີ ມີ 54 ຄົນ ມາຈາກ 8 ບ້ານ, ໃນ 2 ເມືອງ
5. ແຂວງບໍ່ແກ້ວ ມີ 48 ຄົນ ມາຈາກ 15 ບ້ານ, ໃນ 3 ເມືອງ
6. ແຂວງວຽງຈັນ ມີ 47 ຄົນ ມາຈາກ 9 ບ້ານ, ໃນ 4 ເມືອງ
7. ແຂວງໄຊຍະບູລີ ມີ 39 ຄົນ ມາຈາກ 12 ບ້ານ, ໃນ 3 ເມືອງ
8. ແຂວງເຊກອງ ມີ 27 ຄົນ ມາຈາກ 10 ບ້ານ, ໃນ 2 ເມືອງ
9. ແຂວງຄຳມ່ວນ ມີ 24 ຄົນ ມາຈາກ 10 ບ້ານ, ໃນ 2 ເມືອງ
10. ແຂວງຫຼວງນ້ຳທາ ມີ 23 ຄົນ ມາຈາກ 12 ບ້ານ, ໃນ 2 ເມືອງ
11. ແຂວງສະຫວັນນະເຂດ ມີ 13 ຄົນມາຈາກ 8 ບ້ານ, ໃນ 4 ເມືອງ
12. ແຂວງບໍລິຄຳໄຊ ມີ 04 ຄົນ ມາຈາກ 4 ບ້ານ, ໃນ 2 ເມືອງ
13. ແຂວງອຸດົມໄຊ ມີ 03 ຄົນ ມາຈາກ 2 ບ້ານ, ໃນ 1 ເມືອງ
14. ແຂວງສາລະວັນ ມີ 02 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ແລະມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 03 ຄົນຈາກນະຄອນຫຼວງວຽງຈັນ 01 ຄົນ, ສາລະວັນ01 ຄົນ ແລະ ຄໍາມ່ວນ 01 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງແລະສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 11 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ສປປ ລາວ 50.977 ຄົນ, ເສຍຊີວິດສະສົມ 93 ຄົນ (ໃໝ່ 02), ປິ່ນປົວຫາຍດີແລະກັບບ້ານໃນມື້ວານມີ 449 ຄົນ, ກໍາລັງປິ່ນປົວ10.219 ຄົນ.
 ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:
ຜູ້ທີ 1. ເພດຍິງ, ອາຍຸ 67 ປີ, ອາຊີບ: ແມ່ເຮືອນ, ບ້ານຢູ່ປະຈຸບັນບ້ານດອນກວດ, ເມືອງວຽງຄຳ, ແຂວງວຽງຈັນ
– ພະຍາດປະຈໍາຕົວ: ມະເຮັງທໍ່ນໍ້າບີCholangiocarcinoma
– ຄົນເຈັບບໍ່ໄດ້ຮັບການສັກວັກຊີນ
– ຕິດເຊື້ອຈາກສະມາຊິກຄົນໃນຄອບຄົວ
– ວັນທີ 28 ຕຸລາ 2021: ຜູ້ກ່ຽວເຂົ້ານອນໂຮງໝໍແຂວງວຽງຈັນ ດ້ວຍອາການເບຶ້ອງຕົ້ນຖ່າຍດຳ, ຕົວເຫລືອງຕາເຫລືອງ, ເຈັບແຫນ້ນທ້ອງນອນໂຮງໝໍໄດ້ 06 ວັນ
• ຄົນໃກ້ຊິດໄດ້ແຈ້ງຜົນກວດພະຍາດໂຄວິດ-19ວ່າພົບເຊື້ອ
• ມາຮອດທີ 02 ພະຈິກ 2021: ຜູ້ກ່ຽວໄດ້ເກັບຕົວຢ່າງມາກວດແລ້ວພົບເຊື້ອແລະແຕ່ເວ
ລາ 17:00 ໂມງ ໄດ້ສົ່ງຕໍ່ມາສູນປິ່ນປົວໂຄວິດຢາເສບຕິດໂພນໂຮງ
– ແຕ່ວັນທີ 02-10 ພະຈິກ 2021: ໄລຍະເວລາການປິ່ນປົວການຕອບສະໜອງຕໍ່ການປິ່ນປົວບໍ່ດີຄົນເຈັບອາການຊຸດໂຊມລົງເລື້ອຍຯ ກິນດື່ມບໍ່ໄດ້ອິດເມື່ອຍຈ່ອຍໂຕເຫລືອງໂຕເຫລືອງທ້ອງເບັງ
• ເວລາ 5:20 ໂມງ: ຄົນເຈັບມີພາວະຫົວໃຈຢຸດເຕັ້ນ, ແພດໄດ້ສຸມໃສ່ເຊີດຊູເຕັມທີ່ແຕ່ຄົນເຈັບບໍ່ມີການຕອບສະໜອງ
• ມາຮອດເວລາ 6:27 ໂມງ ຂອງວັນທີ 10 ພະຈິກ 2021: ຄົນໄດ້ເສຍຊີວິດ
ຜູ້ທີ 2. ເພດຍິງ, ອາຍຸ 99 ປີ, ອາຊີບ: ແມ່ເຮືອນ, ບ້ານໂພນກຸງ, ນະຄອນປາກເຊ, ແຂວງຈໍາປາສັກ
– ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານຫລາຍກວ່າ 10 ປີ (ສັກຢາເບົາຫວານເປັນປະຈໍາ) ແລະຄວາມດັນເລືອດສູງ
– ໄດ້ສັກວັກຊີນJ&J ຄົບ 01 ເຂັມ
– ຜູ້ກ່ຽວໄດ້ສໍາຜັດກັບຄົນໃນຄອບຄົວທີ່ຕິດເຊື້ອພະຍາດໂຄວິດ-19ໃນຊຸມຊົນ
– ວັນທີ 04 ພະຈິກ 2021: ຜູ່ກ່ຽວມີອາການໄຂ້ແລະໄອ
– ວັນທີ 08 ພະຈິກ 2021: ຜູ້ກ່ຽວໄດ້ມາກວດແລະປີ່ນປົວຢູ່ໂຮງໝໍແຂວງດ້ວຍອາການງ້ວງຊືມ, ໄຂ້ແລະໄອພ້ອມທັງເກັບຕົວຢ່າງມາກວດຊອກກາພະຍາດໂຄວິດ-19 ຊຶ່ງຜົນກວດອອກມາພົບເຊື້ອແລ້ວສົ່ງເຂົ້ານອນປິ່ນປົວ.
– ໄລຍະເວລາການປີ່ນປົວຢູ່ສູນດັ່ງກ່າວແຕ່ວັນທີ 08-09 ພະຈິກ 2021, ເປັນເວລາ 02 ມື້
– ມາຮອດເວລາ 23:40 ໂມງ ຂອງວັນທີ 09 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
ການບໍລິການເກັບຕົວຢ່າງເພື່ອກວດຫາເຊືື້ອໂຄວິດ-19
• ສໍາລັບຢູ່ບັນດາແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງຫຼືຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ໃນຈຸດຫຼືບ້ານທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນລາຍລະອຽດດັ່ງນີ້:
 ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມບຶງຂະຫຍອງ (ວັນຈັນຫາອາທິດ) ເວລາ 9:00–11:30 ໂມງ
– ຈຸດເປັນຕົວຢ່າງຢູ່ມສລາວ-ຫວຽດແລະມ. ຕົ້ນເຈົ້າອານຸວົງ
 ທີມກວດເຄື່ອນທີ່:
– 01 ທີມຂອງສາທາເມືອງໄຊທານີ
– 01 ທີມຂອງສາທາເມືອງສີສັດຕະນາກ
– 01 ທີມຂອງສາທາເມືອງສີໂຄດຕະບອງເຄື່ອນທີ່ເກັບຕົວຢ່າງຕາມຈຸດທີ່ມີການລະບາດພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນມີ 2 ທີມເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
ສໍາລັບຈຸດບໍລິການວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ
2. ໂຮງໝໍເມືອງ 9 ຕົວເມືອງ
3. ວັດຈີນບ້ານດົງປາແລບເມືອງຈັນທະບູລີ (ເປີດວັນຈັນຫາວັນສຸກ)
• ບ້ານແດງໃນທົ່ວປະເທດວັນທີ 10 ພະຈິກ 2021 ມີ: 799 ບ້ານ 70 ເມືອງ ແລະ 15 ແຂວງ
• ຕໍ່ໄປນີ້ຂ້າພະເຈົ້າຂໍລາຍງານບ້ານທີ່ກໍານົດເປັນເຂດແດງໃໝ່ໃນວັນທີ 10 ພະຈິກ ມີ 14 ບ້ານ, 9 ເມືອງ ແລະ 5 ແຂວງ
• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງເປັນເຂດເຫຼືອງໃນນະຄອນຫຼວງວຽງຈັນແມ່ນບໍ່ມີ
ສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດແລະສຸຂະສຶກສາໄດ້
 ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 10 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາສປປລາວຈໍານວນທັງໝົດ 2.007 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ແລະນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຫຼືໂຮງແຮມທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈຶ່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5.024 ຄົນ (ສູນ 3.255 ຄົນ ແລະ ໂຮງແຮມ 1.769 ຄົນ).
Loading...