
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 10 ພຶດສະພາ 2022 ໄດ້ກວດວິເຄາະທັງໝົດ 1,334 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບຜູ້ຕິດເຊື້ອທັງໝົດ 121 ຄົນ (ຕິດເຊື້ອພາຍໃນ 117 ຄົນ ແລະ ນໍາເຂົ້າ 4 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 209,149 ຄົນ (ຕິດເຊື້ອພາຍໃນ 193,089 ຄົນ ແລະ ນໍາເຂົ້າ 16,060 ຄົນ), ອອກໂຮງໝໍວານນີ້ 39 ຄົນ, ກຳລັງປິ່ນປົວ 292 ຄົນ ແລະ ເສຍຊີວິດສະສົມທັງໝົດ 752 ຄົນ (ບໍ່ມີຜູ້ເສຍຊີວິດໃໝ່).
– ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 117 ຄົນ ແມ່ນມາຈາກ 13 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 70 ຄົນ
2. ວຽງຈັນ 11 ຄົນ
3. ຈຳປາສັກ 5 ຄົນ
4. ສະຫວັນນະເຂດ 4 ຄົນ
5. ສາລະວັນ 4 ຄົນ
6. ໄຊຍະບູລີ 4 ຄົນ
7. ຫຼວງພະບາງ 3 ຄົນ
8. ອຸດົມໄຊ 3 ຄົນ
9. ຊຽງຂວາງ 3 ຄົນ
10. ບໍລິຄຳໄຊ 3 ຄົນ
11. ເຊກອງ 2 ຄົນ
12. ອັດຕະປື 2 ຄົນ
13. ຄຳມ່ວນ 2 ຄົນ
14. ຫົວພັນ 1 ຄົນ
– ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ຈາກ ສະຫວັນນະເຂດ 1 ຄົນ, ຄຳມ່ວນ 1 ຄົນ ແລະນະຄອນຫຼວງ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
ບາດ ພີ່ນ້ອງຜູ້ເສຍຊີວີດ ມານະທີ່ນິ້ດ້ວຍ
ຕໍ່ໄປນີ້ຂໍແຈ້ງຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ຢູ່ບັນດາ ແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ຢູ່ນະຄອນຫຼວງວຽງຈັນ ທ່ານສາມາດໄປເກັບຕົວຢ່າງ ໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ,ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
• ຢູ່ບັນດາແຂວງ ແມ່ນບໍລິການຢູ່ : ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
• ຢູ່ນະຄອນຫຼວງວຽງຈັນມີ ຄື :
– ຈຸດບໍລິການໃນສະຖານທີ່ ໂຮງໝໍສູນກາງ (ມະໂຫສົດ, ມິດຕະພາບ, ເສດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍ 5 ເມສາ).
– ໂຮງໝໍເມືອງ 9 ຕົວເມືອງ
– ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ (ຈັນ ຫາ ສຸກ ໃນໂມງລັດຖະການ), ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ, ເມືອງຈັນທະບູລີ (ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ!
• ສະພາບການລະບາດຂອງພະຍາດໂຄວິດໃນທົ່ວໂລກ ຍັງບໍ່ປົກກະຕິ ຕົວເລກຂຶ້ນ-ລົງ ຢູ່ຕະຫຼອດເວລາ ເຫັນໄດ້ຈາກ ມີລາຍງານຜູ້ຕິດເຊື້ອໃໝ່ໃນທົ່ວໂລກ ສະເພາະມື້ນີ້ ສູງເຖິງ 5 ແສນກວ່າຄົນ, ໂດຍສະເພາະ ການແຜ່ລະບາດຂອງສາຍພັນໂອໄມຄຣອນ ທີ່ສາມາດຕິດເຊື້ອໄດ້ງ່າຍ ແລະ ໄວກວ່າເກົ່າ. ປັດຈຸບັນ ອົງການອະນາໄມໂລກ ໄດ້ເຝົ້າລະວັງ 3 ສາຍພັນຍ່ອຍຂອງໂອໄມຄຣອນ ໄດ້ແກ່: BA.4, BA.5 ເຊິ່ງສາຍພັນຍ່ອຍດັ່ງກ່າວ ສ່ວນໃຫຍ່ແມ່ນພົບຢູ່ໃນອາຟຣິກາໃຕ້ ແລະ ຢູໂຣບບາງປະເທດ (ປັດຈຸບັນ ໄດ້ແຜ່ກະຈາຍໄປແລ້ວ ຢ່າງໜ້ອຍ 21 ປະເທດໃນທົ່ວໂລກ), ສ່ວນອີກໜຶ່ງສາຍພັນຍ່ອຍ ທີ່ກຳລັງເຝົ້າລະວັງ ກໍ່ຄື BA.2.12.1 ສ່ວນໃຫຍ່ແມ່ນພົບໃນອາເມລິກາ ເນື່ອງຈາກ ມີຂໍ້ສັງເກດວ່າ ສາຍພັນດ່ັງກ່າວ ອາດເປັນສາເຫດທີ່ເຮັດໃຫ້ຄົນເຈັບເຂົ້ານອນປິ່ນປົວຢູ່ໂຮງໝໍຫຼາຍຂຶ້ນ ຫຼື ອາດຈະມີອາການຮຸນແຮງຂຶ້ນ.
• ປັດຈຸບັນ ປະເທດເພື່ອນບ້ານ ກໍ່ໄດ້ເຝົ້າລະວັງທັງ 3 ສາຍພັນ ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາໃນເບື້ອງຕົ້ນ ເຊັ່ນດຽວກັນ ໂດຍເນັ້ນໜັກໃສ່ກຸ່ມທີ່ເດີນທາງມາຈາກຕ່າງປະເທດ ແລະ ຄົນເຈັບທີ່ມີອາການໜັກ. ການລະບາດຂອງພະຍາດໂຄວິດ ໃນປະເທດເພື່ອນບ້ານ ທັງໝົດແມ່ນມີສາເຫດຍ້ອນໂອໄມຄຣອນ ແລະ ຈາກການສຸ່ມຕົວຢ່າງກວດພົບເຫັນ ສາຍພັນຍ່ອຍ BA.2 ສູງເຖິງ 97.6%.
• ເມື່ອທ່ານໄດ້ຮັບເຊື້ອພະຍາດໂຄວິດ ຈະມີອາການໄຂ້ຕໍ່າໆ, ເຈັບຄໍ, ໄອ ຄ້າຍຄືໄຂ້ຫວັດ. ດັ່ງນັ້ນ, ການໝັ່ນສັງເກດ ແລະ ຕິດຕາມອາການຂອງຕົນເອງ ຈຶ່ງມີຄວາມສຳຄັນ ເພາະເປັນອີກຊ່ອງທາງໜຶ່ງໃນການສະກັດກັ້ນການແຜ່ເຊື້ອສູ່ຄົນອື່ນ ແລະ ຄົນອ້ອມຂ້າງ ໂດຍສະເພາະ ການສັງເກດ ລັກສະນະຂອງການໄອ ເພາະສາມາດບົ່ງບອກໄດ້ເຊັ່ນດຽວກັນວ່າ ທ່ານອາດຈະຕິດພະຍາດໂຄວິດໄດ້ ໂດຍບໍ່ຮູ້ສຶກໂຕ.
• ອາການໄອທີ່ເກີດຈາກພະຍາດໂຄວິດ ຈະມີລັກສະນະ ”ໄອແຫ້ງ” ຄ້າຍຄື ຄໍແຫ້ງ ຮູ້ສຶກຄັນ ຫຼື ລະຄາຍເຄືອງຄໍ, ບໍ່ມີນໍ້າລາຍ, ບໍ່ມີຂີ້ກະເທີ່, ອາດຈະມີສຽງແຫບ ແລະ ອາການໄອອາດຈະຮຸນແຮງຫຼາຍຂຶ້ນໃນຍາມກາງຄືນ. ອາການໄອ ເປັນພຽງໜຶ່ງໃນອາການຂອງພະຍາດໂຄວິດ, ນອກຈາກນັ້ນ ອາດຈະມີອາການອື່ນໆ ຮ່ວມນຳ. ສະນັ້ນ ຖ້າຫາກທ່ານ ຮູ້ສຶກບໍ່ສະບາຍ ຄວນກວດຫາເຊື້ອດ້ວຍຊຸດເຄື່ອງກວດແບບໄວດ້ວຍຕົນເອງ ແລະ ກັກໂຕທັນທີ.
• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂ້າພະເຈົ້າ ຈຶ່ງຂໍຢໍ້າຄືນອີກເທື່ອໜຶ່ງ ເພື່ອຊ່ວຍຫຼຸດຜ່ອນການເສຍຊີວິດທີ່ອາດຈະເກີດຂຶ້ນ ເມື່ອຕິດເຊື້ອ. ດັ່ງນັ້ນ, ກໍ່ຂໍໃຫ້ບັນດາທ່ານ ພ້ອມໃຈກັນໄປຮັບການສັກວັກຊີນເຂັມກະຕຸ້ນ ຢູ່ຕາມຈຸດບໍລິການທີ່ໄດ້ກຳນົດໄວ້.