ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 10 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ5.443 ຕົວຢ່າງ ໃນຂອບເຂດທົ່ວປະເທດແລະກວດພົບເຊື້ອທັງໝົດ 999 ຄົນ (ຕິດເຊື້ອພາຍໃນ 996ຄົນ ແລະ ນໍາເຂົ້າ 03 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 996 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 427 ຄົນ
2. ສະຫວັນນະເຂດ 6 ຄົນ
3. ຈຳປາສັກ 11 ຄົນ
4. ສາລະວັນ 22 ຄົນ
5. ເຊກອງ 13 ຄົນ
6. ອັດຕະປື 11 ຄົນ
7. ບໍ່ແກ້ວ 22 ຄົນ
8. ວຽງຈັນ 73 ຄົນ
9. ຫຼວງພະບາງ 34 ຄົນ
10. ຫຼວງນ້ຳທາ 53 ຄົນ
11. ອຸດົມໄຊ 22 ຄົນ
12. ຜົ້ງສາລີ 52 ຄົນ
13. ໄຊຍະບູລີ 85 ຄົນ
14. ຊຽງຂວາງ 40 ຄົນ
15. ຄຳມ່ວນ 23 ຄົນ
16. ບໍລິຄຳໄຊ 34 ຄົນ
17. ໄຊສົມບູນ 40 ຄົນ
18. ຫົວພັນ 28 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 3 ຄົນ ຈາກ ນະຄອນຫຼວງ 02 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດກໍ່ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ 120,520 ກໍລະນີ, ອອກໂຮງໝໍວານນີ້321 ຄົນ , ກຳລັງປິ່ນປົວ 7,569 ຄົນ ແລະ ເສຍຊີວິດສະສົມທັງໝົດ 457 ຄົນ (ເສຍຊີວິດໃໝ່ 09 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 9 ຄົນຈາກ:ນະຄອນຫຼວງ 5 ຄົນ, ອຸດົມໄຊ 1 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ.
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນ ມີຈຸດກວດນອກສະຖານທີ່ ລາຍລະອຽດ ດັ່ງນີ້:
 ຈຸດກວດຄົງທີ່
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ
 ໜ່ວຍກວດເຄື່ອນທີ່:
– ສຳລັບເມືອງໄຊທານີ, ສີສັດຕະນາກ, ສີໂຄດຕະບອງ ມີເມືອງລະ 1 ທີມ
– ສ່ວນເມືອງນາຊາຍທອງ ແລະ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 02 ທີມ
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ,ໂຮງ
ໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ).
2. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ)
– ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັມກະຕຸ້ນ (ເຂັມ 3), ຜູ້ສູງອາຍຸ, ເດັກໄວ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕເລີ່ມແຕ່ວັນທີ 10 ມັງກອນເປັນຕົ້ນໄປ.
3. ໂຮງໝໍເມືອງ 9 ຕົວເມືອງ ແມ່ນ ເລີ່ມໃຫ້ບໍລິການ ວັນທີ 11 ມັງກອນ 2022.
4. ສູນການຄ້າລາວ-ໄອເຕັກ (ວັນຈັນ-ສຸກ)
ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້