ວັນທີ 10 ມີນາ 2022 ໄດ້ກວດວິເຄາະທັງໝົດ 2,437 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 413 ຄົນ (ຕິດເຊື້ອພາຍໃນ 384 ຄົນ ແລະ ນໍາເຂົ້າ 29 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ທັງໝົດ 384 ຄົນ ຈາກ 17 ແຂວງ ແລະນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 225 ຄົນ
2. ສະຫວັນນະເຂດ 40 ຄົນ
3. ຊຽງຂວາງ 24 ຄົນ
4. ຫົວພັນ 18 ຄົນ
5. ວຽງຈັນ 14 ຄົນ
6. ໄຊສົມບູນ 9 ຄົນ
7. ອັດຕະປື 8 ຄົນ
8. ຈຳປາສັກ 7 ຄົນ
9. ເຊກອງ 7 ຄົນ
10. ໄຊຍະບູລີ 5 ຄົນ
11. ຄຳມ່ວນ 5 ຄົນ
12. ຫຼວງພະບາງ 5 ຄົນ
13. ສາລະວັນ 4 ຄົນ
14. ບໍລິຄຳໄຊ 4 ຄົນ
15. ບໍ່ແກ້ວ 3 ຄົນ
16. ຫຼວງນ້ຳທາ 3 ຄົນ
17. ອຸດົມໄຊ 3 ຄົນ
• ສໍາລັບການຕິດເຊື້ອນໍາເຂົ້າ ມີ 29 ຄົນຈາກສະຫວັນນະເຂດ 16 ຄົນ, ຫົວພັນ 8 ຄົນ, ນະຄອນຫຼວງ 3 ຄົນ ແລະ ຈຳປາສັກ 2 ຄົນ ແລະ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
• ຮອດປັດຈຸບັນຢູ່ ສປປ ລາວມີຜູ້ຕິດເຊື້ອທັງໝົດ 145,507 ຄົນ, ອອກໂຮງໝໍວານນີ້ 33 ຄົນ, ກຳລັງປິ່ນປົວ 1,680 ຄົນ ແລະ ເສຍຊີວິດທັງໝົດ 640 ຄົນ(ເສຍຊິວິດໃໝ່3 ຄົນຈາກບໍລິຄຳໄຊ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ).
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື :
ຈຸດທີ 1. ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,
ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ຈຸດທີ 2. ໂຮງໝໍເມືອງ 9 ຕົວເມືອງ
ຈຸດທີ 3. ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ຈຸດທີ 4. ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.