ວັນທີ 10 ເມສາ 2022 ໄດ້ກວດວິເຄາະທັງໝົດ 2,040 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 662 ຄົນ (ຕິດເຊື້ອພາຍໃນ 653 ຄົນ ແລະ ນໍາເຂົ້າ 09 ຄົນ). ຮອດປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 195,203 ຄົນ, ອອກໂຮງໝໍວານນີ້ 467 ຄົນ, ກຳລັງປິ່ນປົວ 3,609 ຄົນ ແລະ ເສຍຊີວິດທັງໝົດ 700 ຄົນ(ເສຍຊີວິດໃໝ່ 2 ກໍລະນີ)
– ຂໍ້ມູນໂດຍຫຍໍ້ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ມີທັງໝົດ 653 ຄົນ ຈາກ 17 ແຂວງ ແລະນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:
1. ນະຄອນຫຼວງ 329 ຄົນ
2. ຫຼວງພະບາງ 61 ຄົນ
3. ສະຫັວນນະເຂດ 53 ຄົນ
4. ອັດຕະປື 27 ຄົນ
5. ຄໍາມ່ວນ 25 ຄົນ
6. ວຽງຈັນ 23 ຄົນ
7. ເຊກອງ 23 ຄົນ
8. ສາລະວັນ 20 ຄົນ
9. ໄຊຍະບູລີ 17 ຄົນ
10. ຫົວພັນ 14 ຄົນ
11. ບໍລິຄໍາໄຊ 11 ຄົນ
12. ອຸດົມໄຊ 11 ຄົນ
13. ໄຊສົມບູນ 9 ຄົນ
14. ຊຽງຂວາງ 8 ຄົນ
15. ບໍ່ແກ້ວ 7 ຄົນ
16. ຫຼວງນໍ້າທາ 7 ຄົນ
17. ຈໍາປາສັກ 5 ຄົນ
18. ຜົ້ງສາລີ 3 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 09 ຄົນ ຈາກແຂວງຈຳປາສັກ 4 ຄົນ, ນະຄອນຫຼວງ 3 ຄົນ ແລະ ຫົວພັນ 02 ຄົນເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.
• ສ່ວນຜູ້ເສຍຊີວິດໃໝ່ 2 ຄົນ ມື້ນີ້ຈາກນະຄອນຫຼວງວຽງຈັນ 2ກໍລະນີ
ຈຸດບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວິດ-19 ໃນທົ່ວປະເທດ
• ສໍາລັບຢູ່ຕ່າງແຂວງທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19ໄດ້ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນມີ ລາຍລະອຽດ ດັ່ງນີ້:
ຈຸດກວດຄົງທີ່
– ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່).
ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.
• ສໍາລັບຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນມີ 2 ຈຸດຄື :
– ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ
– ຈຸດບໍລິການນອກສະຖານທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ)
ແລະ ສະຖາບັນກັນພະຍາດກອງທັບ, ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
(ວັນຈັນ- ພະຫັດ ໃນໂມງລັດຖະການ)
• ສຳລັບຈຸດບໍລິການວັກຊີນຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງແລະຈຸດທີ່ຄະນະສະເພາະກິດກໍານົດໄວ້.
